ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຄັ້ງທີ III

slx ingo conference1

slx ingo conference2

ວັນທີ 28 ກຸມພາ 2018, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທົບທວນຄືນການຮ່ວມ​ມື ລະຫວ່າງ ລັດຖະບານ ​​ແຫ່ງ ສປປ ລາວ ກັບ​ອົງການ​ຈັດຕັ້ງສາກົນ ທີ່​ບໍ່ສັງກັດ​ລັດຖະບານ (INGOs) ຄັ້ງທີ III ຂື້ນ ພາຍ​ໃຕ້ການ​ເປັນ​ປະທານ ຂອງ​ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງ​ການ​ຕ່າ​ງປະ​ເທດ, ໂດຍມີຄະນະຜູ້ແທນຂັ້ນສູງຈາກຂະແຫນງການ ແລະ ທ້ອງຖິ່ນ ຂອງ ສປປ ລາວ, ອົງການ ອສບລ, ບັນດາປະເທດໃຫ້ທຶນ, ອົງການຈັດຕັ້ງສາກົນ, ສະມາຄົມ ແລະ ມູນນິທິຂອງລາວ ເຂົ້າຮ່ວມປະມານ 400 ຄົນ. ຈຸດປະສົງ ແມ່ນເພື່ອແນໃສ່ທົບທວນຄືນວຽກງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ນັບແຕ່ປີ 2015 ເປັນຕົ້ນມາ ໂດຍສະເພາະການຕີລາຄາຜົນສຳເລັດ, ດ້ານດີດ້ານອ່ອນ ແລະ ສິ່ງທ້າທາຍຕ່າງໆ ກໍຄືບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືວິທີການແກ້ໄຂ ແລະ ທິດທາງການຮ່ວມມືໃນຕໍ່ຫນ້າ.

ໃນການກ່າວເປີດກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນເຖິງຄວາມຫມາຍສຳຄັນຂອງກອງປະຊຸມແບບເປີດກວ້າງໃນຄັ້ງນີ້ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປືກສາຫາລືກັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບ ແນໃສ່ຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງການຮ່ວມມືຊ່ວຍເຫຼືອຂອງຕ່າງປະເທດ ລວມທັງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ຄູ່ຮ່ວມພັດທະນາອື່ນໆ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ສອດຄ່ອງກັບລະບຽບຫລັກການ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາຂອງຂະແຫນງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ.

ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່ຽວກັບສະພາບການຮ່ວມມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມທັງການປະຕິບັດດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ສະບັບເລກທີ 013/ນຍ, ລົງວັນທີ 08/01/2010 ແລະ ຂໍ້ແນະນໍາການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ຂອງລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 1046/ຕປທ.ຈສກ.3, ລົງວັນທີ17 ກຸມພາ 2015. ພ້ອມກັນນັ້ນ, ກໍ່ໄດ້ຮັບຟັງການປະກອບຄຳເຫັນຂອງຄະນະຜູ້ແທນຈາກອົງການ ອສບລ, ຄູ່ຮ່ວມພັດທະນາ, ກະຊວງຂະແຫນງການ ແລະ ທ້ອງຖິ່ນ ຢ່າງຕັ້ງຫນ້າກ່ຽວກັບການຮ່ວມມືຊ່ວຍເຫລືອໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ແລະ ສິ່ງທ້າທາຍ ກໍຄືການປຶກສາຫາລືກ່ຽວກັບທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າເພື່ອເຮັດໃຫ້ມີປະສິດທິຜົນ ແລະ ໄດ້ຮັບໝາກຜົນດີຂື້ນກວ່າເກົ່າ. ນອກຈາກນັ້ນ, ກໍ່ໄດ້ພ້ອມກັນພິຈາລະນາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການຕ່າງປະເທດ ວ່າດ້ວຍລະບຽບການອະນຸມັດຮັບເອົາທຶນ, ຊັບສິນ ແລະ ຊ່ຽວຊານຈາກຕ່າງປະເທດໃຫ້ແກ່ສະມາຄົມ ແລະ ມູນນິທິຂອງລາວ.

ສຳລັບການຊ່ວຍເຫຼືອໃນໄລຍະປີ 2015 ຮອດປະຈຸບັນ ໄດ້ມີການອະນຸມັດ 313 ໂຄງການ ແລະ 44 ກິດຈະກໍາ ລວມມູນຄ່າທັງຫມົດ 376,211,948 ໂດລາສະຫະລັດ ໂດຍກວມເອົາຫຼາຍຂະແໜງການເຊັ່ນ: ຂະ ແໜງສະຫວັດດີການ-ສັງຄົມ ກວມເອົາປະມານ 33 % (ພັດທະນາຊົນນະບົດ, ເກັບກູ້ລະເບີດ, ຄົນພິການ ແລະໄພສຸກເສີນ), ສຶກສາທິການ ແລະ ກິລາ ກວມເອົາປະມານ 25 %, ສາທາລະນະສຸກ ກວມເອົາປະມານ 24% ແລະ ຂົງເຂດກະສິກໍາ ກວມເອົາປະມານ 17 %. ໃນປະຈຸບັນມີທັງຫມົດ 159 ອົງການ INGOs ທີ່ໄດ້ຮັບອະນຸມັດມາປະຕິບັດງານຢູ່ ສປປ ລາວ ແລະ ພວມຈັດຕັ້ງປະຕິບັດໂຄງການ ຢູ່ໃນຂອບເຂດທົ່ວປະເທດ.

ໃນຕອນທ້າຍກອງປະຊຸມ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍບັນດາ ອສບລ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ກ່ອນໜ້ານີ້ ຄືໃນວັນທີ 27 ກຸມພາ ຜ່ານມາ ກໍ່ໄດ້ມີກອງປະຊຸມຂອງພາກລັດ ເພື່ອກະກຽມເນື້ອໃນສຳລັບກອງປະຊຸມໃນວັນທີ 28 ກຸມພາ 2018.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485611
ມື້ນີ້116
ມື້ວານ196
ອາທິດນີ້647
ເດືອນນີ້4916