ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກ່ຽວກັບ ແຜນງານ OECD ສຳລັບພາກພຶ້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຢ້ຽມຢາມ ຍີ່ປຸ່ນ

JPSLMOECD2a

 

JPSLMOECDb

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ກ່ຽວກັບ ແຜນງານ OECD ສຳລັບພາກພື້ນຕາເວັນອອກສ່ຽງໃຕ້ (The Ministerial Conference of the OECD Southeast Asia Regional Programme), ໃນລະຫວ່າງວັນທີ 08-09 ມີນາ 2018, ທີ່ ໂຕກຽວ, ປະເທດຍີ່ປຸ່ນ, ເຊິ່ງເປັນກອງປະຊຸມຄັ້ງທຳອິດ ໃນລະດັບລະດັບລັດຖະມົນຕີ ນັບຕັ້ງແຕ່ແຜນງານດັ່ງກ່າວ ໄດ້ຈັດຕັ້ງຂຶ້ນໃນປີ 2014.

 

ກອງປະຊຸມຄັ້ງນີ້ ເປັນເວທີສຳຄັນໃນການເຕົ້າໂຮມບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງ ຈາກປະເທດອາຊີຕາເວັນອອກສຽງໃຕ້ ແລະ ປະເທດສະມາຊິກ OECD ເພື່ຶອມາປຶກສາຫາລື ແລະ ແລກປ່ຽນນະໂຍບາຍການພັດທະນາຂອງປະເທດຕົນ ກໍ່ຄືການມີສ່ວນຮ່ວມໃນການເຊື່ອມໂຍງ ແລະ ການພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະໃນພາກພື້ນອາຊຽນ ພາຍໃຕ້ຫົວຂໍ້ ການມີສ່ວນຮ່ວມຂອງອາຊຽນ (Inclusive ASEAN)ໂດຍການເປັນປະທານຮ່ວມຂອງ ທ່ານລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ທ່ານລັດຖະມົນຕີກະຊວງການເງິນອິນໂອເນເຊຍ ແລະ ທ່ານເລຂາທິການໃຫຍ່ OECD ໂດຍເນັ້ນໃສ່ 2 ບັນຫາສໍາຄັນຄື: ການມີສ່ວນຮ່ວມຜ່ານການເຊື່ອມຈອດ (Inclusiveness through Connectivity) ແລະ ການມີສ່ວນຮ່ວມຜ່ານການເຂົ້າຮ່ວມ (Inclusiveness through Participation) ແນ່ໃສສົ່ງເສີມ ແລະ ເພີ່ມທະວີການຮ່ວມມືຫລາຍດ້ານເປັນຕົ້ນແມ່ນ ການເຊື່ອມໂຍງພື້ນຖານໂຄງລ່າງ, ແລກປ່ຽນຂໍ້ກຳນົດລະບຽບການໃນການອຳນວຍຄວາມສະດວກ ແລະ ຫຼຸດຜ່ອນສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ, ການສົ່ງເສີມບົດບາດຍິງຊາຍ, ການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ລວມທັງການມີສ່ວນຮ່ວມຂອງພາກເອກະຊົນ, ເຊິ່ງບັນດາລັດຖະມົນຕີ ແລະ ຜູ້ແທນຂັ້ນສູງຈາກປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ປະເທດສະມາຊິກ OECD ໄດ້ແລກປ່ຽນປະສົບການ, ບົດຮຽນ ແລະ ຮ່ວມກັນກຳນົດທິດທາງນະໂຍບາຍລວມ ທີ່ຈຳເປັນຕໍ່ການເສີມສ້າງຄວາມເຂັ້ມແຂງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະພາກພື້ນອາຊຽນ.

 

ພ້ອມນີ້, ກອງປະຊຸມຍັງໄດ້ມີການມອບ-ຮັບໜ້າທີ່ຂອງປະທານຮ່ວມຜູ້ເກົ່າ (ຍີ່ປຸ່ນ ແລະ ອິນໂດເນເຊຍ) ໃຫ້ປະທານຮ່ວມຜູ້ໃໝ່ (.ເກົາຫຼີ ແລະ ໄທ) ເພື່ອໃຫ້ປະທານຮ່ວມຜູ້ໃໝ່ ສາມາດປະຕິບັດໜ້າທີ່ໄດ້ໃນເດືອນເມສາ. ພ້ອມດຽວກັນ, ກອງປະຊຸມດັ່ງກ່າວ ໄດ້ດຳເນີນຄວບຄູ່ໄປກັບກອງປະຊຸມຄະນະຊີ້ນຳແຜນງານ ຄັ້ງທີ 4 (The Fourth Steering Group Meeting of SEARP) ຊຶ່ງມີເຈົ້າໜ້າທີ່ລະດັບສູງ ແລະ ບັນດາລັດຖະມົນຕີຂອງປະເທດອາຊຽນ ພ້ອມດ້ວຍຜູ້ຕາງໜ້າຂອງປະເທດສະມາຊິກ OECD ຖືກເຊີນເຂົ້າຮ່ວມ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຖານະຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຢ້ຽມຢາມສອງຝ່າຍ, ເຊິ່ງໄດ້ພົບປະກັບການນຳທີ່ສໍາຄັນຂອງຝ່າຍຍີ່ປຸ່ນຄື: ວັນທີ 7 ມີນາ 2018, ໄດ້ພົບປະ (ຮັບປະທານອາຫານຄໍ່າແບບເຮັດວຽກ) ກັບຄູ່ຮ່ວມຕຳແໜ່ງ ທ່ານ ທະໂຣ ໂຄໂນະ (Mr. Taro KONO), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ເຊິ່ງກ່ອນຈະພົບປະສອງທ່ານລັດຖະມົນຕີຕ່າງປະເທດລາວ ແລະ ຍີ່ປຸ່ນ ໄດ້ຖະແຫຼງຂ່າວຮ່ວມກັນ. ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະທີ່ຜ່ານມາ. ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນ ກ່ຽວກັບ ການຮ່ວມມືດ້ານຕ່າງໆ, ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງຂອງສອງປະເທດ ທີ່ໄດ້ພ້ອມກັນຜັນຂະຫຍາຍຜົນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນເດືອນມິຖຸນາ 2017.​ ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຕໍ່ທິດທາງການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການພັດທະນາພຶ້ນຖານໂຄງລ່າງ ຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພຶ້ນ ແລະ ສາກົນ, ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ, ການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ ແລະ ດ້ານອື່ນໆ. ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍຕະຫລອດມາ, ເຫັນວ່າການຊ່ວຍເຫຼືອຂອງຍີ່ປຸ່ນ ແມ່ນມີປະສິດທິພາບສູງ,​ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ.

 

ໃນໂອກາດຢ້ຽມຄັ້ງນີ້, , ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຊິນໂຊ ອາເບະ (H.E. Mr. Shinzo ABE), ນາຍົກລັດຖະມົນຕີຍີ່ປຸ່ນ; ໄດ້ພົບປະກັບ ທ່ານ ຄາຊູຢູກິ ນາກາເນະ (Mr. Kazuyuki NAKANE), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ; ທ່ານ ຟູມິໂອະ ກິຊິດະ       (Mr. Fumio KISHIDA), ປະທານຄະນະກຳມະການຄົ້ນຄວ້ານະໂຍບາຍ ຂອງ ພັກເສລີປະຊາທິປະໄຕຍີ່ປຸ່ນ, ອະດີດລັດຖະມົນຕີຕ່າງປະເທດຍີ່ປຸ່ນ; ທ່ານຕາເກໂອະ ຄາວາມູຣະ (Mr. Takeo KAWAMURA), ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາແລະຄະນະ; ທ່ານ ຊິນອິຈິ ຄິຕາໂອກະ (Mr. Shinichi KITAOKA), ປະທານອົງການຮ່ວມມືສາກົນຍີ່ປຸ່ນ (ອົງການໄຈກາ). ການຢ້ຽມຢາມຍີ່ປຸ່ນຄັ້ງນີ້, ຄະນະຝ່າຍລາວ ໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກຝ່າຍຍີ່ປຸ່ນ ແລະ ປະສົບຜົນສຳເລັດ ຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485769
ມື້ນີ້68
ມື້ວານ206
ອາທິດນີ້805
ເດືອນນີ້5074