ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມບັນດາກິດຈະກຳ ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ ຊິດນີ

 

day1asean1 day1asean2

day1asean3 day1asean4

 

ໃນຕອນບ່າຍຂອງວັນທີ 17 ມີນາ 2018 ທີ່ ຊິດນີ, ອົດສະຕຣາລີ, ໃນໂອກາດເຂົ້າຮ່ວມ ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ອົດສະຕຣາລີ ສະໄໝພິເສດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ໄດ້ເຂົ້າຮ່ວມງານພົບປະກັບອະດີດນັກສຶກສາ ອົດສະຕຣາລີ ທີ່ເຄີຍສຶກສາຢູ່ປະເທດສະມາຊິກອາຊຽນ ພາຍໃຕ້ໂຄງການ New Colombo Plan ແລະ ນັກສຶກສາຈາກປະເທດສະມາຊິກອາຊຽນ ທີ່ໄດ້ຮັບ ທຶນສຶກສາຢູ່ອົດສະຕຣາລີ ໂດຍການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ໂດຍມີບັນດາຜູ້ນໍາ ແລະ ລັດຖະມົນຕີຕ່າງປະເທດເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນຖານະອະດີດນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກລັດຖະບານອົດສະຕຣາລີ ໄດ້ຮັບກຽດຕາງຫນ້າອາຊຽນ ຂຶ້ນກ່າວຄໍາເຫັນ ກ່ຽວກັບ ຄວາມສຳຄັນຂອງການສຶກສາ ຕໍ່ການການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ແລະ ໃນຂະນະດຽວກັນ,​ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ມີໂອກາດພົບປະສົນທະນາກັບ ອະດີດນັກສຶກສາອົດສະຕຣາລີ ທີ່ເຄີຍມາຝຶກງານ ຢູ່ ສປປ ລາວ ແລະ ນັກສຶກສາລາວ ທີ່ໄດ້ຮັບທຶນ ການສຶກສາຈາກອົດສະຕຣາລີ.

ຫຼັງຈາກນັ້ນ, ທ່ານ ​ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພີຍານ ໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງອາຊຽນ ແລະ ອົດສະຕຣາລີ ວ່າດ້ວຍການຮ່ວມມື ເພື່ອຕ້ານການກໍ່ການຮ້າຍສາກົນ ຊຶ່ງເອກະສານດັ່ງກ່າວ ຈະເປັນພື້ນຖານອັນຫນັກແຫນ້ນ ສໍາລັບການຮ່ວມມື ອາຊຽນ ແລະ ອົດສະຕາລີ ໃນການຕ້ານການກໍ່ການຮ້າຍສາກົນໃນອານາຄົດ ອັນເປັນການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງໃນພາກພື້ນ ກໍຄື ໃນໂລກ.

ໃນຕອນແລງຂອງວັນດຽວກັນ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ແລະ ມີການພົບປະກັບ ບັນດານັກທຸລະກິດຂອງ ອາຊຽນ ແລະ ອົດສະຕາລີ ຫລັງຈາກນັ້ນ ກໍສືບຕໍ່ເຂົ້າຮ່ວມງານລ້ຽງອາຫານຄ່ຳສຳລັບຜູ້ນຳອາຊຽນ ໂດຍການເປັນເຈົ້າພາບຂອງ ທ່ານນາຍົກລັດຖະ ມົນຕີ ອົດສະຕຣາລີ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484641
ມື້ນີ້157
ມື້ວານ188
ອາທິດນີ້1079
ເດືອນນີ້3946