ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ ຊິດນີ, ອົດສະຕຣາລີ

 

day2asean1 day2asean2

 

ໃນວັນທີ 18 ມີນາ 2018 ທີ່ ຊິດນີ, ອົດສະຕຣາລີ, ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ​ໄດ້​ນຳພາ​ຄະນະ​ຜູ້​ແທນ ສປປ ​ລາວ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ພາຍໃຕ້ຄຳຂວັນ: ສົ່ງເສີມຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກຂອງພາກພື້ນ.

ໃນກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາ ອາຊຽນ ແລະ ອົດສະຕຣາລີ ໄດ້ຕີລາຄາສູງ​ຕໍ່​ໝາກຜົນຂອງ​ການ​ຮ່ວມ​ມື​​ ລະຫວ່າງ​ອາຊຽນ ​ແລະ ອົດສະຕຣາລີ ຕະຫຼອດໄລຍະ 44 ປີຜ່ານມາ ກວມ​ເອົາ​ຂົງ​ເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຊຶ່ງມີຄວາມຄືບຫນ້າເທື່ອລະກ້າວ ແລະ ຈົນສາມາດບັນລຸການຍົກລະດັບການພົົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2014. ສຳລັບທິດທາງ ການຮ່ວມມືອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີສືບຕໍ່ຮັດແໜ້ນ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາຊຽນ-ອົດສະຕຣາລີ ​ໂດຍສຸມໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂະແຫນງ ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ ​ເປັນຕົ້ນ​ແມ່ນ​ ດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການຄ້າແລະການລົງທຶນ, ການຮ່ວມມືລະຫວ່າງພາກທຸລະກິດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດພາກພື້ນ ໂດຍສະເພາະແມ່ນການພັດທະນາໂຄ່ງລ່າງພື້ນຖານທີ່ມີຄຸນນະພາບ ແລະ ຍືນຍົງ, ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນອາຊຽນ ແລະ ອົດສະຕຣາລີ,ແລະ ການຮ່ວມມືເພື່ອຮັບມີກັບບັນຫາອາດຊະຍາກຳຂ້າມຊາດ.

ໃນ​ໂອກາດນີ້, ທ່າ​ນນາ​ຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້ເນັ້ນບາງ​ຈຸດ​ສຳຄັນ ​ເປັນຕົ້ນ​ແມ່ນ​ ການສົ່ງເສີມການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ຊຶ່ງໃນນັ້ນໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອດ້ານການສຶກສາຂອງອົດສະຕຣາລີ ຕໍ່ບັນດາປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ໃນຮູບແບບທຶນການສຶກສາ ແລະ ຝຶກອົບຮົມໃນດ້ານຕ່າງໆ ລວມທັງ ແຜນການຮ່ວມມືດ້ານການສຶກສາ ໂຄລັມໂບ (New Colombo Plan) ຊຶ່ງມີປະສິດທິຜົນດີ, ພ້ອມທັງສະເໜີໃຫ້ ອົດສະຕຣາລີ ສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດການສຶກສາເປັນຈຸດໜັກ. ນອກນັ້ນ, ຍັງໄດ້ຊົມເຊີຍຕໍ່ຄວາມໝາຍໝັ້ນຂອງອົດສະຕຣາລີ ທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອອາຊຽນ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ ແລະ ສະເໜີໃຫ້ອົດສະຕຣາລີ ສືບຕໍ່ສຸມໃສ່ເພີ່ມທະວີການຮ່ວມມືກັນ ໃນຂະແຫນງການທີ່ອົດສະຕຣາລີ ມີທ່າແຮງ ເຊັັ່ນ: ດ້ານການເຊື່ອມຈອດ, ດ້ານກະສິກໍາ ໂດຍສະເພາະ ການຖ່າຍທອດເຕັກໂນໂລຊີ ການຜະລິດໃນຂະແໜງການກະສິກຳສະອາດ, ອຸດສະຫະກຳປຸງແຕ່ງກະສິກຳ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນ ຂອງຜະລິດຕະພັນກະສິກຳຈາກປະເທດສະມາຊິກອາຊຽນ ແລະ ອື່ນໆ.

ພ້ອມດຽວກັນນັ້ນ, ບັນດາ​ຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມື ດ້ານເສດຖະກິດລະຫວ່າງອາຊຽນ ແລະ ອົດສະຕຣາລີ ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືເພື່ອການເຊື່ອມໂຍງເສດຖະກິດພາກພື້ນ ໂດຍສະເພາະການສ້າງຂີດຄວາມສາມາດ ແລະ ການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ ການ​ເລັ່ງລັດ​ການ​ເຈລະຈາ​ສັນຍາການ​ເປັນ​ຄູ່​ຮ່ວມ​​ເສດຖະກິດ​ຮອບດ້ານ​ພາກພື້ນ. ໃນໂອກາດດັ່ງກ່າວ, ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຊາບ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດພາກທຸະກິດອາຊຽນ-ອົດສະຕຣາລີ ໂດຍການເຂົ້າຮ່ວມຂອງບັນດາຫົວໜ່ວຍທຸລະກິດຂອງ ອາຊຽນ ແລະ ອົດສະຕຣາລີ.

ບັນດາ​ຜູ້ນຳອາຊຽນ ແລະ ອົດສະຕຣາລີ ຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ກອງປະຊຸມ ໄດ້ຊົມເຊີຍຕໍ່ ຜົນສໍາເລັດຂອງກອງປະຊຸມ ວ່າດ້ວຍການຕ້ານການກໍ່ການຮ້າຍ ໂດຍມີ ທ່ານລັດຖະມົນຕີ ສົມແກ້ວ ສີລາວົງ ເຂົ້າຮ່ວມ ແລະ ເຫັນວ່າ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຕ້ານການກໍ່ການຮ້າຍ ລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ທີ່ໄດ້ລົງນາມຮັບຮອງເອົາໃນໂອກາດນີ້ ຈະເປັນພື້ນຖານອັນສໍາຄັນ ໃຫ້ແກ່ການຮ່ວມມືໃນຂົງເຂດດັ່ງກ່າວໃນຕໍ່ໜ້າ.

ໃນ​ກອງ​ປະຊຸມຄັ້ງນີ້, ບັນດາ​ຜູ້ນຳ​ອາຊຽນ ​ແລະ ອົດສະຕຣາລີ ໄດ້​ເຫັນດີຮັບຮອງເອົາຖະແຫຼງການຮ່ວມ ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄຫມພິເສດ ຫລື ຖະແຫລງການຊິດນີ ເພື່ອເປັນທິດເຍືອງທາງໃນການເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485366
ມື້ນີ້67
ມື້ວານ227
ອາທິດນີ້402
ເດືອນນີ້4671