ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ອົດສະຕຣາລີ

 

Talkaustralia1 Talkaustralia2

 

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ສະໄຫມພິເສດ ອາຊຽນ-ອົດສະຕຣາລີ ທີ່ ຊິດນີ, ປະເທດອົດສະຕຣາລີ ລະຫວ່າງວັນທີ 15-19 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດ ຢູ່ ອົດສະຕຣາລີ ນໍາໂດຍ ທ່ານ ນາງ ໄພວັນ ພູມິນ ພົນເສນາ, ກຳມະການສູນກາງແນວລາວສ້າງຊາດ ປະຈຳ ອົດສະຕຣາລີ ປະມານເກືອບ 50 ທ່ານ, ໃນຕອນແລງຂອງວັນທີ 16 ມີນາ 2018.

ໃນການພົບປະໂອ້ລົມຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ເຫັນວ່າ: ພັກ ແລະ ລັດຖະບານ ຍາມໃດກໍຖືວ່າ ພີ່ນ້ອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ແມ່ນວົງຄະນະຍາດແຫ່ງຊາດລາວ ທີ່ບໍ່ສາມາດຕັດແຍກອອກກັນໄດ້, ເປັນກໍາລັງແຮງໜຶ່ງປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ເປັນປັດໃຈ ແລະ ຂົວຕໍ່ທີ່ສໍາຄັນໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ອົດສະຕຣາລີ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ. ພັກ-ລັດຖະບານລາວ ມີນະໂຍບາຍສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ກັບໄປຢ້ຽມຢາມບ້ານເກີດເມືອງນອນຂອງຕົນ, ພົບປະຍາດພີ່ນ້ອງ, ເຂົ້າຮ່ວມກິດຈະກໍາສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ ກໍຄືໂອກາດການມີສ່ວນຮ່ວມໃນການພັດທະນາສ້າງສາປະເທດຊາດ ແລະ ຊຸກຍູ້ໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ນັບມື້ດີຍິ່ງຂຶ້ນ.

ການພົບປະຄັ້ງນີ້ ເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ຊຶ່ງພີ່ນ້ອງຄົນເຊື້ອຊາດລາວ ຢູ່ ອົດສະຕຣາລີ ຕ່າງກໍໃຫ້ຄວາມສົນໃຈ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ລວມທັງປະກອບສ່ວນໃນການເຜີຍແຜ່ໂຄສະນາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງລາວ ແລະ ຍັງມີຄວາມສົນໃຈຢາກປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ບໍ່ວ່າຈະດ້ວຍຮູບການເຂົ້າມາລົງທຶນຢູ່ລາວ ແລະ ເປັນອາສາສະຫມັກເຂົ້າມາຊ່ວຍເຫລືອສັງຄົມລາວເຮົາ.

ຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ອົດສະຕຣາລີ ມີຫລາຍກວ່າ 15.000 ຄົນ, ຊຶ່ງປະກອບອາຊີບຢູ່ໃນຂະແຫນງການວິຊາຊີບຕ່າງໆ, ນອກນັ້ນ, ຍັງມີຈຳນວນໜຶ່ງມີລະດັບການສຶກສາສູງ ແລະ ເຂົ້າເຮັດວຽກຢູ່ໃນກົງຈັກລັດຂອງອົດສະຕຣາລີ, ແລະ ມີການຈັດຕັ້ງທັງຫມົດ 16 ສະມາຄົມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485714
ມື້ນີ້13
ມື້ວານ206
ອາທິດນີ້750
ເດືອນນີ້5019