ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີວາງພວງມາລາ ທີ່ ສສ ຫວຽດນາມ ຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີຫວຽດນາມ

 

VTdieVT1 VTdieVT2

 

ໃນຕອນເຊົ້າຂອງວັນທີ 21 ມີນາ 2018, ທີ່ ສະໂມສອນໃຫຍ່ ນະຄອນໂຮ່ຈີມິນ, ສສ. ຫວຽດນາມ, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ, ໄດ້ນຳພາຄະນະ ເຂົ້າຮ່ວມງານຊາປະນາກິດສົບຂອງ ສະຫາຍ ຟານ ວັນ ຄາຍ, ອະດີດກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝ ທີ V, VI, VII, VIII, IX; ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝ ທີ VII, VIII, IX; ອະດີດຄະນະປະຈຳການກົມການເມືອງສະໄໝທີ VIII; ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ອະດີດສະມາຊິກສະພາແຫ່ງຊາດ ສະໄໝ ທີ VIII, IX, X, XI, ອະດີດປະທານກຳມະທິການຮ່ວມມື ຫວຽດນາມ-ລາວ, ທີ່ໄດ້ເຖິງແກ່ມໍລະນະກໍາໃນຕອນເຊົ້າຂອງວັນທີ 17 ມີນາ 2018, ເຊິ່ງລວມອາຍຸໄດ້ 85 ປີ.

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊົາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນລໍ້າຄ່າຂອງ ສະຫາຍ ຟານ ວັນ ຄາຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຂອງ ຫວຽດນາມເປັນເວລາຫຼາຍກວ່າ 70 ປີ ຂອງການເຄື່ອນໄຫວປະຕິວັດຂອງຕົນ, ເປັນຜູ້ທີ່ມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດປ່ຽນແປງໃໝ່ຂອງ ສສ. ຫວຽດນາມ, ເປັນຜູ້ໜຶ່ງທີ່ມີຄວາມສຳຄັນໃນການວາງພື້ນຖານອັນໜັກແໜ້ນໃຫ້ແກ່ເສດຖະກິດຕະຫຼາດ, ລວມເຖິງການປັບປຸງກົງຈັກບໍລິຫານງານຂອງລັດ ແລະ ກົນໄກເສດຖະກິດຂອງຫວຽດນາມ.ສະຫາຍ ຟານ ວັນ ຄາຍ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຕະຫຼອດມາ.

ການຈາກໄປຂອງສະຫາຍ ຟານ ວັນ ຄາຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກ ຂອງ ພັກ, ລັດແລະ ປະຊາຊົນ ຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ ສະໜິດສະໜົມ ແລະໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ.

ໃນຊ່ວງເວລາອັນໂສກເສົ້ານີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າຂໍແບ່ງຄວາມທຸກໂສກ ແລະ ສົ່ງຄວາມເຫັນອົກເຫັນໃຈ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ, ພ້ອມດ້ວຍ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໂດຍສະເພາະ ຕໍ່ຄອບຄົວ, ຍາດຕິພີ່ນ້ອງ ແລະເພື່ອນມິດຂອງສະຫາຍ ຟານ ວັນ ຄາຍ ມານະໂອກາດນີ້ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480386
ມື້ນີ້44
ມື້ວານ172
ອາທິດນີ້784
ເດືອນນີ້6617