ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບບັດໃຫ້ສະມາຊິກພັກ ຊຸດທີ VII ແລະ ປາຖະກະຖາ ປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ

slx mopbat p Mofagive3 Mofagive2

 

ໃນຕອນເຊົ້າຂອງ ວັນທີ 28 ມີນາ 2018, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບບັດໃຫ້ສະມາຊິກພັກ ຊຸດທີ VII ແລະ ປາຖະກະຖາ ປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22/03/1955– 22/03/2018), ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ທົ່ວກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ໄດ້ໃຫ້ກຽດຂຶ້ນມອບບັດໃຫ້ສະມາຊິກພັກ ຈຳນວນ 82 ສະຫາຍ, ຍິງ 21 ສະຫາຍ ໃນຈຳນວນສະມາຊິກພັກທີ່ໄດ້ຮັບບັດ ທັງໝົດ 675 ສະຫາຍ, ຊຶ່ງກວມເອົາ 90 % ແລະ ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກຜູ້ທີ່ໄດ້ຮັບບັດໃນຄັ້ງນີ້, ຊຶ່ງກ່ອນອື່ນ ສະຫາຍປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ບັນດາຮາກຖານພັກ ທີ່ໄດ້ເອົາໃຈໃສ່ຊຸກຍູ້ກໍ່ສ້າງສະມາຊິກພາຍໃນໜ່ວຍຂອງຕົນ ຈົນສາມາດປະຕິບັດໄດ້ຕາມມາດຖານ, ເງື່ອນໄຂຮັບບັດ. ພ້ອມກັນນີ້, ຍັງຍົກໃຫ້ເຫັນຄວາມໝາຍສຳຄັນຂອງບັດສະມາຊິກພັກ, ບັນດາມາດຖານ, ເງື່ອນໄຂຕ່າງໆຂອງສະມາຊິກພັກຜູ້ທີ່ຈະໄດ້ຮັບບັດ ແລະ ລວມທັງການຄຸ້ມຄອງນຳໃຊ້ບັດສະມາຊິກພັກໃຫ້ຖືກຕ້ອງ.

ໃນໂອກາດດຽວກັນນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ຍັງໄດ້ປາຖະກະຖາ ເລົ່າປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ, ໂດຍຍົກໃຫ້ເຫັນ ມູນເຊື້ອອັນອົງອາດສະຫຼາດສ່ອງໃສຂອງພັກ ທີ່ໄດ້ນຳພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຍາດເອົາເອກະລາດ, ອຳນາດ, ອະທິປະໄຕ ແລະ ຄວາມມີອິດສະຫຼະພາບມາສູ່ປະຊາຊົນລາວບັນດາເຜົ່າ, ຍົກໃຫ້ເຫັນວິວັດທະນາການແຫ່ງການກໍ່ຕັ້ງປັບປຸງເຕີບໃຫຍ່ ແລະ ຂະຫຍາຍຕົວ, ຜົນງານວິລະກຳອັນລ້ຳເລີດ, ທາດແທ້ມູນເຊື້ອອັນສະຫງ່າງາມຂອງພັກ.ຕະຫຼອດໄລຍະຜ່ານມາເພື່ອແນ່ໃສ່ສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມກັນນັ້ນ ເອົາໃຈໃສ່ສຶບຕໍ່ຮັກສາ ແລະເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງພັກຕະຫຼອດໄປ, ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດແຫ່ງການກຳເນີດ, ຄົງຕົວ ແລະຂະຫຍາຍຕົວຍາວນານມານັບຫຼາຍພັນປີ, ມີປະຫວັດອັນເກົ່າແກ່, ມີມູນເຊື້ອທີ່ສະຫງ່າອົງອາດ ແລະ ຈົບງາມມາແຕ່ບູຮານນະການ ເຊັ່ນ:ມູນເຊື້ອດຸໜັ່ນໃນການອອກແຮງງານ, ມູນເຊື້ອສາມັກຄີປອງດອງ, ມູນເຊື້ອຮັກເຊື້ອແພງຊາດ, ມູນເຊື້ອວັດທະນາທຳທີ່ ເປັນເອກະລັກອັນດີງາມຂອງຊາດ ແລະອັນພົ້ນເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸກຮານຂອງສັດຕູ ຢ່າງເດັດດ່ຽວໜຽວແໜ້ນ ຂອງບັນດາບັນພະບູລຸດລາວເຮົາໃນການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກແຕ່ລະສະໄໝ ສືບທອດຕໍ່ກັນມາຈົນເຖິງປັດຈຸບັນ. ພັກປະຊາຊົນປະຕິວັດລາວ ແມ່ນພັກຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົ່ງຮັກພັກດີສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານ ລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ, ພັກປະຊາຊົນປະຕິວັດລາວຍຶດໜັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫຼ່ງແນວຄິດເປັນເຂັມທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ກ້າວໜ້າ ຂອງມະນຸດເພື່ອກຳນົດແນວທາງແຜນການນະໂຍບາຍຂອງພັກ ຍົກສູງຄວາມສາມາດ ແລະຄຸນະພາບການຊີ້ນຳ-ນຳພາຂອງພັກ ຕ້ານລະບອບຫຼາຍເຄົ້າຫຼາຍພັກ ຕ້ານລັດທິເອກະຊົນ ແລະຕ້ານລັດທິສວຍໂອກາດໃນທຸກຮູບແບບ.ນັບແຕ່ມື້ສ້າງຕັ້ງຂຶ້ນພັກປະຊາຊົນປະຕິວັດລາວ ໄດ້ກຳນົດອຸດົມການຂອງຕົນຢ່າງຈະແຈ້ງຄື: ນຳພາປວງຊົນລາວດຳເນີນການ ຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນຳເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນສ້າງສາປະເທດຊາດ ກ້າວຂຶ້ນສູ່ຈຸດ   ໝາຍສັງຄົມນິຍົມ. ປະຈຸບັນ ພັກເຮົາໄດ້ເສີມຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກຄື: ນຳພາທົ່ວປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ.ພ້ອມນັ້ນ ສະຫາຍປະທານ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ-ພະນັກງານລັດຖະກອນ ກະຊວງການຕ່າງປະເທດ ຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າສຶກສາຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນເອົາແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ Xຂອງພັກ ເຂົ້າໃນໜ້າທີ່ການເມືອງໃນກົມກອງ ແລະ ວຽກງານຂອງຕົນດ້ວຍຈິດໃຈ ບຸກທະລຸຢ່າງແຂງແຮງເຮັດໃຫ້ ມີຜົນສຳເລັດຢ່າງຕັ້ງໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484497
ມື້ນີ້13
ມື້ວານ188
ອາທິດນີ້935
ເດືອນນີ້3802