ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມ ສຸດຍອດ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 3 ທີ່ສຽມລຽບ

mrc summit1

mrc summit2

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງສາກົນ (ຄມສ) ຄັ້ງທີ 3, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 05 ເມສາ 2018 ທີ່ແຂວງສຽມລຽບ, ຣາຊະອານາຈັກກຳປູເຈຍ. ຫົວໜ້າຄະນະຜູ້ແທນຂັ້ນສູງທີ່ເຂົ້າຮ່ວມກອງປະຊູມຄັ້ງນີ້ ເປັນກຽດນໍາພາໂດຍບັນດາທ່ານນາຍົກລັດຖະມົນຕີຂອງ ປະເທດສະມາຊິກຄະນະກໍາມາທິການແມ່ນ້ຳຂອງສາກົນ ຄື: ຣາຊະອານາຈັກກຳປູເຈຍ, ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ; ນອກຈາກນັ້ນ, ຍັງມີຄະນະຜູ້ແທນ ຈາກ ສປ. ຈີນ, ສະຫະພາບ ມຽນມາ ເຊິ່ງເປັນປະເທດຄູ່ເຈລະຈາ, ບັນດາຄູ່ຮ່ວມພັດທະນາ ຕະຫຼອດຮອດຜູ້ຊ່ຽວຊານ ແລະ ວິຊາການ ພາຍໃນ ພາກພື້ນ ແລະ ສາກົນ ເຂົ້າຮ່ວມ 400 ກວ່າຄົນ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ:

  • - ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ຖະແຫຼງການນະຄອນໂຮຈີມີນ ພາຍໃຕ້ຫົວຂໍ້ ນໍ້າ, ພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ໃນຂອບເຂດອ່າງແມ່ນໍ້າ ຂອງທີ່ໄດ້ຮັບຮອງຮ່ວມກັນ ໃນວັນທີ 5 ເມສາ ປີ 2014;
  • - ຮັບຟັງການລາຍງານ ຜົນຂອງກອງປະຊຸມສໍາມະນາວິຊາການສາກົນ ທີ່ໄດ້ດຳເນີນ ໃນວັນທີ 2-3 ເມສາ 2018;
  • - ປຶກສາຫາລື ກ່ຽວກັບບັນດາທ່າແຮງ ແລະ ສິ່ງທ້າທາຍ ຂອງອ່າງແມ່ນໍ້າຂອງ ກໍ່ຄືບົດບາດ ຂອງຄະນະກຳມາ ທິການແມ່ນໍ້າຂອງສາກົນ ໃນການຮ່ວມມືກັບອະນຸພາກພື້ນ ແລະ ສາກົນ ເພື່ອສົ່ງເສີມການນໍາໃຊ້ນ້ຳ ແລະ ພັດທະນາແມ່ນໍ້າຂອງ ໃຫ້ມີຄວາມຍືນຍົງ;
  • - ຮັບຮອງເອົາຖະແຫຼງການສຽມຣຽບ ພາຍໃຕ້ຫົວຂໍ້ ເສີມສ້າງການເປັນຄຸູ່ຮ່ວມ ແລະ ສຸມທຸກຄວາມພະຍາ ຍາມ ຮ່ວມກັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຢູ່ຂົງເຂດອ່າງແມ່ນໍ້າຂອງ ນັບແຕ່ປີ 2018 ຫາ ປີ 2022.

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວຕໍ່ກອງປະຊຸມສຸດຍອດ ຄັ້ງນີ້ ວ່າ: ອ່າງແມ່ນ້ຳຂອງ ແມ່ນມີຄວາມອຸດົມສົມບູນທາງດ້ານລະບົບນິເວດ ແລະ ຊີວະນາໆພັນພ້ອມທັງປະກອບມີ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ເຜົ່າຊົນຂອງບັນດາປະເທດສະມາຊິກທີ່ດໍາລົງຊີ ວິດຢູ່ຕາມລໍາແມ່ນໍ້າຂອງ ອັນໄດ້ສ້າງເງື່ອນໄຂສະດວກ ແລະ ໄດ້ນຳເອົາຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນ ແລະ ຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນເຂດອ່າງແມ່ນ້ຳຂອງຕອນ ລຸ່ມ. ຄໍາວ່າ ແມ່ນໍ້າຂອງແມ່ນມີຄວາມໝາຍອັນເລິກເຊິ່ງ ແບບສະເພາະໃນພາສາລາວກໍຄືຄໍາວ່າ: ແມ່ທີ່ມີ ຄວາມໝາຍຄືຜູ້ຫຼໍ່ລ້ຽງຊີວິດ, ສ່ວນຄໍາວ່າຂອງກໍຄືເປັນຂອງໝົດທຸກຄົນ, ທຸກຊາດ, ທຸກຊົນເຜົ່າທີ່ອາໃສຢູ່ໃນ ຂົງເຂດອ່າງແມ່ນໍ້າຂອງ ຊຶ່ງປວງປະຊາຊົນລາວທັງຊາດ ແມ່ນຮັກ ແລະ ຫວງແຫນແມ່ນໍ້າຂອງທີ່ສຸດ ປຽບດັ່ງສາຍ ເລືອດຂອງຕົນເອງ ແລະ ແມ່ນໍ້າຂອງຍັງເປັນແມ່ນ້ຳແຫ່ງມິດຕະພາບທີ່ໄດ້ອຳນວຍຄວາມສະດວກ ໃຫ້ແກ່ການໄປ ມາຫາສູ່ ເພື່ອແລກປ່ຽນທາງດ້ານຂໍ້ມູນຂ່າວສານ-ຄວາມຮູ້, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ດັ່ງນັ້ນ, ຄະນະກຳມາທິການແມ່ນ້ຳຂອງສາກົນ ຈຶ່ງໄດ້ຊຸກຍູ້ໃຫ້ 04 ປະເທດສະມາຊິກພວກເຮົາ ຮ່ວມມືກັນພັດທະນາ, ຄຸ້ມຄອງ ແລະ ປົກປັກຮັກສາອ່າງແມ່ນ້ຳຂອງ ໃຫ້ມີຄວາມຍືນຍົງ ບົນຈິດໃຈການເຄົາລົບອະທິປະໄຕ ຂອງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມາສູ່ປະເທດຂອງຕົນ.

ກອງປະຊຸມສຸດຍອດຄັ້ງນີ້ ບັນດານາຍົກລັດຖະມົນຕີ ຂອງ 04 ປະເທດສະມາຊິກ ຄມສ, ຜູ້ຕາງໜ້າລະດັບ ສູງຈາກຄູ່ຮ່ວມເຈລະຈາ, ຄຸ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນອື່ນໆ ໄດ້ມີການປຶກສາຫາລືຮ່ວມກັນ ກ່ຽວ ກັບກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ທີ່ອ່າງແມ່ນໍ້າຂອງກໍາລັງປະເຊີນໜ້າຢູ່ ເປັນຕົ້ນແມ່ນບັນຫາການປ່ຽນແປງ ດິນຟ້າອາກາດ, ການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນນໍ້າ,​ ການກະສິກໍາ, ຊົນລະປະທານ, ການປະມົງ ການເດີນເຮືອ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ລວມທັງບັນຫາທາງສິ່ງແວດລ້ອມ. ຊຶ່ງໃນນີ້ ສປປ ລາວ ໄດ້ສະແດງຄວາມມຸ້ງຫວັງຂອງຕົນ ທີ່ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາພັນທະແລະຄຳໝັ້ນສັນຍາທີ່ໄດ້ຮ່ວມກັບບັນດາປະເທດສະມາຊິກຄມສ ໃນການນຳໃຊ້ອ່າງແມ່ນ້ຳຂອງໃຫ້ມີປະສິດຕິຜົນສູງສຸດແລະມີ ຄວາມຍືນຍົງ, ພ້ອມທັງເຊື່ອໝັ້ນວ່າການຮ່ວມມືລະຫວ່າງຄະນະກຳມາທິການແມ່ນ້ຳຂອງສາກົນ, ປະເທດຄູ່ເຈລະຈາ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນອື່ນໆ ຈະນັບມື້ນັບມີໝາກຜົນຕົວຈິງ ຈາກການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນໍ້າ ຢູ່ໃນອ່າງແມ່ນໍ້າຂອງ ທັງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດລວມຂອງປະເທດສະມາຊິກ ຄມສ ກໍຄືພາກພື້ນ ແລະ ໃນໂລກ. ສປປ ລາວ ມີຄວາມກຽມພ້ອມທີ່ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 04 ໃນປີ 2022 ອີກດ້ວຍ.

ໃນຕອນທ້າຍຂອງກອງປະຊຸມ ບັນດາຜູ້ນຳ ຂອງ 04 ປະເທດສະມາຊິກ ຄມສ ໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການສຽມລຽບ (Siem Reap Declaration) ທີ່ໄດ້ລະບຸເຖິງບັນດາຜົນສໍາເລັດອັນພື້ນຖານໃນການຈັດຕັ້ງ ປະຕິບັດ ຖະແຫຼງການນະຄອນໂຮຈີມີນ ໃນໄລຍະ 04 ປີຜ່ານມາ ລວມທັງບັນດາທ່າແຮງ ແລະ ສິ່ງທ້າທາຍ ຢູ່ໃນ ອ່າງແມ່ນ້ຳຂອງ ໄປຄຽງຄູ່ກັບການກໍານົດ 07 ຂົງເຂດວຽກງານຈຸດສຸມ ແລະ ທິດທາງ ໃນໄລຍະຊຸມ ປີ 2018-2022 ທີ່ສີ່ປະເທດສະມາຊິກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານ ຂອງ ຄະນະ ກໍາມາທິການແມ່ນໍ້າຂອງສາກົນ ໃຫ້ສຳເລັດ.

ກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 03 ໄດ້ສີ້ນສຸດລົງໃນເວລາ 12:00 ຂອງວັນທີ 5 ເມສາ 2018.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484376
ມື້ນີ້80
ມື້ວານ273
ອາທິດນີ້814
ເດືອນນີ້3681