ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

slx m japan1

slx m japan2

slx m japan3

 

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ທະໂຣ ໂຄໂນະ (H.E Mr. Taro KONO), ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້​​ເດີນທາງ​ມາຢ້ຽມຢາມ ສປປ ລາວ, ​ໃນ​ລະຫວ່າງວັນທີ 07-08 ເມສາ 2018.

ໃນ​​ວັນ​ທີ 07 ​ເມສາ 2018, ທີ່ ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ທະໂຣ ໂຄໂນະ, ລັດຖະມົນຕີຕ່າງປະ​ເທດຍີ່ປຸ່ນ. ໃນການພົບປະຄັ້ງນີ້, ສອງ​ຝ່າຍ​ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ທີ່ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງກວ້າງ, ລວງເລິກ ແລະ ເປັນຮູບປະທຳຍິ່ງຂຶ້ນ, ເຊິ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ໂດຍສະເພາະ ສອງກະຊວງການຕ່າງປະເທດ ໄດ້ມີການພົບປະກັນຢ່າງຕໍ່ເນື່ອງ ຊຶ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດຕິດແທດ ແຫ່ງຄວາມເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລາວ-ຍີ່ປຸ່ນ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ສະແດງຄວາມຍິນດີທີ່ສອງປະເທດ ໄດ້ມີການຮ່ວມມືເພື່ອພັດທະນາ ສປປ ລາວ ແບບຍືນຍົງຮ່ວມກັນ, ເຊິ່ງແຜນການດັ່ງກ່າວ ກຳລັງດຳເນີນການຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງ ສປປ ລາວ ຊຶ່ງໄດ້ນຳເອົາໝາກຜົນເປັນຮູບປະທຳມາສູ່ປະຊາຊົນລາວຢ່າງແທ້ຈິງ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມລິເລີ່ມການຄົ້ນຄວ້າດ້ານນະໂຍບາຍ ເພື່ອສ້າງສະຖຽນລະພາບດ້ານການເງິນໃຫ້ແກ່ ສປປ ລາວ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ເຫັນວ່າການຄ້າສອງຝ່າຍ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ນັກລົງທຶນຍີ່ປຸ່ນ ສົນໃຈມາລົງທຶນຢູ່ລາວ ຫຼາຍຂຶ້ນ ໂດຍສະເພາະໃນຂະແໜງກະສິກຳ, ອຸດສະຫະກຳ ແລະ ຫັດຖະກຳ, ອຸດສາຫະກຳໄມ້ ແລະ ການບໍລິການ. ປັດຈຸບັນ, ການລົງທຶນຂອງຍີ່ປຸ່ນ ຢູ່ ສປປ ລາວ ມີ 101 ໂຄງການ, ມູນຄ່າການລົງທຶນ 158 ລ້ານໂດລາສະຫະລັດ, ຈັດຢູ່ໃນອັນດັບທີ 14 ໃນ 52 ປະເທດທີ່ມາລົງທຶນຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານລັດຖະມົນຕີຕ່າງ ປະເທດຍີ່ປຸ່ນ ແລະ ຄະນະທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະຍີ່ປຸ່ນ ຍັງໄດ້ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຈຳນວນ 90-100 ລ້ານໂດລາສະຫະລັດ ຕໍ່ປີ, ຊຶ່ງຍັງເປັນອັນດັບ 1 ຂອງຕ່າງປະເທດ ທີ່ໃຫ້ທຶນຊ່ວຍເຫຼືອລ້າແກ່ ສປປ ລາວ ໂດຍສະເພາະການຊ່ວຍເຫຼືອໃນການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກຳ-ປ່າໄມ້ ແລະ ອື່ນໆ, ລວມທັງການຜັນຂະຫຍາຍແຜນການ ການເຊື່ອມໂຍງເຂົ້າພາກພື້ນຂອງ ສປປ ລາວ ເປັນຕົ້ນແມ່ນ ໂຄງການສຶກສາອອກແບບຄວາມເປັນໄປໄດ້ໃນການສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ໂຄງການຂະຫຍາຍສະໜາມບິນສາກົນວັດໄຕ ຊຶ່ງຈະສຳເລັດການກໍ່ສ້າງໃນເດືອນມີຖຸນາ 2018 ນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນດ້ານອື່ນໆເຊັ່ນ: ໂຄງການຊ່ວຍເຫຼືອທາງດ້ານການຄຸ້ມຄອງເສດຖະກິດມະຫາພາກ, ໂດຍສະເພາະການສ້າງຄວາມອາດສາມາດການເກັບລາຍຮັບເຂົ້າງົບປະມານແຫ່ງຊາດ, ການຄຸ້ມຄອງການເກັບພາສີ ແລະ ການຄຸ້ມຄອງໜີ້ສິນພາກລັດ; ການຊ່ວຍເຫຼືອສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ ແລະ ການນຳຂັ້ນສູງຂອງ ສປປ ລາວ, ການສ້າງຂີດຄວາມສາມາດໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການສົ່ງຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ມາຊ່ວຍເຫຼືອ ສປປ ລາວ, ຊຶ່ງນັບແຕ່ປີ 1965 ເປັນຕົ້ນມາ ໄດ້ມີຊ່ຽວຊານຫຼາຍກວ່າ 4500 ຄົນ ແລະ ອາສາສະໝັກ 978 ຄົນ ມາຊ່ວຍເຫຼືອຂະ ແໜງການຕ່າງໆຂອງ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ທາໂຣ ໂຄໂນະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທັງໃນຂອບການຮ່ວມມືສອງ​ຝ່າຍ ແລະ ຫລາຍ​ຝ່າຍ; ພ້ອມ​ທັງ​ສະ​ແດງ​ຄວາມຍິນດີສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ກໍ​ໄດ້​ຖະ​ແຫລງຂ່າວຮ່ວມ ຕໍ່ສື່ມວນຊົນຂອງລາວ ແລະ ຍີ່ປຸ່ນ ກ່ຽວ​ກັບ ຜົນ​ສຳ​ເລັດ​ຂອງ​ການພົບປະສອງຝ່າຍໃນຄັ້ງນີ້. ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ທະໂຣ ໂຄໂນະ ແລະ ຄະນະ ຍັງໄດ້ຮັບກຽດເຂົ້າຢ້ຽມຂ່ຳນັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາຍົກລັດຖະມົນຕີ. ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ທະໂຣ ໂຄໂນະ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ຢ້ຽມຢາມສູນການແພດຟື້ນຟູໜ້າທີການ (COPE) ແລະ ຢ້ຽມຢາມສະໜາມຝຶກຊອບກິລາບານເຕະຂອງນັກກິລາພິການຕາ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484549
ມື້ນີ້65
ມື້ວານ188
ອາທິດນີ້987
ເດືອນນີ້3854