ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມກາງສະໄໝ ລະດັບລັດຖະມົນຕີ ຄັ້ງທີ່ 18 ຂອງຂະບວນການບໍ່ຮ່ວມກຸ່ມ

slx nam

    ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມກາງສະໄໝລະດັບລັດຖະມົນຕີ ຄັ້ງທີ່ 18 ຂອງຂະບວນການບໍ່ຮ່ວມກຸ່ມ (NAM) ທີ່ຈັດຂຶ້ນທີ່ເມືອງ ບາກູ, ປະເທດ ອາແຊັກໄບຊານ ໃນລະຫວ່າງວັນທີ 5-6 ເມສາ 2018. ກອງປະຊຸມໃນຄັ້ງນີ້ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ElmarMammadyarov, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ໄດ້ດໍາເນີນພາຍໃຕ້ຫົວຂໍ້ ການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນເພື່ອການພັດທະນາແບບຍືນຍົງ ເຊິ່ງມີຄະນະຜູ້ແທນຂັ້ນສູງຈາກ 175 ປະເທດ ເຂົ້າຮ່ວມ, ໃນນັ້ນ 120 ປະເທດແມ່ນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ, 17 ປະເທດສັງເກດການ ແລະ 38 ປະເທດເຂົ້າຮ່ວມໃນຖານະແຂກຮັບເຊີນ. ນອກຈາກນີ້, ຍັງມີຕົວແທນຈາກອົງການຈັດຕັ້ງສາກົນຈຳນວນໜຶ່ງ ລວມທັງ ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 72.

ໃນການປະກອບຄໍາເຫັນຂອງບັນດາຄະນະຜູ້ແທນ ສ່ວນໃຫຍ່ໄດ້ຍົກໃຫ້ເຫັນ ສະພາບການສາກົນ ແລະ ພາກພື້ນ ທີ່ເຕັມໄປດ້ວຍສິ່ງທ້າທາຍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ພ້ອມທັງເປັນອຸປະສັກຕໍ່ການພັດທະນາ. ນອກຈາກນັ້ນຍັງໄດ້ຢໍ້າຄືນບັນດາຫຼັກການຕົ້ນຕໍ ແລະ ເປົ້າໝາຍຂອງຂະບວນການບໍ່ຮ່ວມກຸ່ມ ໂດຍສະເພາະ ຫຼັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບອໍານາດອະທິປະໄຕຂອງກັນ ແລະ ກັນ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ. ກອງປະຊຸມໄດ້ຮັບຮອງເອົາເອກະສານ 3 ສະບັບຄື: ເອກະສານຜົນກອງປະຊຸມ, ຖະແຫຼງການ ບາກູ ແລະ ຖະແຫຼງການວ່າດ້ວຍບັນຫາ ປາແລັດສະຕິນ.

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ກ່າວບົດປາໄສໃນກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງສາກົນທີ່ເປັນພື້ນຖານສໍາຄັນ ເພື່ອຮັບປະກັັນການພັດທະນາແບບຍືນຍົງ ແລະ ຄວາມຜາສຸກຂອງປະຊາຊົນໃນທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ ບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມຈົ່ງເພີ້ມທະວີຮັດແຫນ້ນສາມັກຄີກັນ, ເຄົາລົບ ແລະ ປົກປ້ອງຫຼັກການຢູ່ຮ່ວມກັນໂດຍສັນຕິຂອງຂະບວນການບໍ່ຮ່ວມກຸ່ມ. ນອກຈາກນີ້, ທ່ານຍັງ ໄດ້ລາຍງານຄວາມຄືບໜ້າ ດ້ານການພັດທະນາ ຢູ່ ສປປ ລາວ, ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ລວມເຖິງ ແຈ້ງຜົນການປະເມີນຄັ້ງທຳອິດຂອງ ອົງການ ສປຊ ກ່ຽວກັບການບັນລຸຕາມເງື່ອນໄຂ ທີ່ຈະສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງສປປລາວ ໃນໄລຍະບໍ່ດົນຜ່ານມານີ້.

   ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້,ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຈາກບັນດາປະເທດສະມາຊິກ ແລະ ປະເທດສັງເກດການຂະບວນການບໍ່ຮ່ວມກຸ່ມຈຳນວນໜຶ່ງເຊັ່ນ: ພົບປະກັບ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ແຊັກບີ, ລັດຖະມົນຕີການຕ່າງປະເທດ ເອກົວດໍ, ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ, ລັດຖະມົນຕີການຕ່າງປະເທດ ຕວກກີ ແລະ ທີ່ປຶກສາຮອງປະທານາທິບໍດີ ອາແຊັກໄບຊານເພື່ອປຶກສາຫາລື ໃນການສົ່ງເສີມການຮ່ວມມືນຳກັນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

ຂະບວນການບໍ່ຮ່ວມກຸ່ມ (Non-AlignedMovement - NAM)ໄດ້ຮັບການສ້າງຕັ້ງຂື້ນພາຍຫຼັງສົງຄາມໂລກຄັ້ງທີ່ II ໂດຍບັນດາປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ເພື່ອປ້ອງກັນການຖືກນາບຂູ່, ຖືກກົດດັນ ແລະ ບີບບັງຄັບ ຂອງປະເທດມະຫາອຳນາດຊຶ່ງກອງປະຊຸມຄັ້ງທຳອິຂອງຂະບວນການບໍ່ຮ່ວມກຸ່ມແມ່ນຈັດຂື້ນໃນປີ 1961 ທີ່ ແບນກຣາດ, ອະດີດຢູໂກສະລາວີ. ຂະບວນການບໍ່ຮ່ວມກຸ່ມຖືກສ້າງຂື້ນເພື່ອເດີນຕາມແນວທາງທີ່ເປັນກາງບໍ່ເຂົ້າຂ້າງຝ່າໃດໃນເວທີການເມືອງສາກົນພ້ອມທັງຍຶດຫມັ້ນຫຼັກການຢູ່ຮ່ວມກັນໂດຍສັນຕິເພື່ອສົເສີມສັນຕິພາບແລະການຮ່ວມມືສາກົນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480297
ມື້ນີ້127
ມື້ວານ157
ອາທິດນີ້695
ເດືອນນີ້6528