ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ແລະ ທູຕານຸທູດຕ່າງປະເທດ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2561

 

MOFAnewyear2018-1 MOFAnewyear2018-2 MOFAnewyear2018-3

 

ໃນ​ວັນ​ທີ 11 ເມສາ 2018, ກະຊວງການຕ່າງປະເທດ ໄດ້​ຈັດ​ພິທີບາສີສູ່ຂວັນສະ​ເຫຼີມສະຫຼອງບຸນ​​ປີ​ໃຫມ່​ລາວຂຶ້ນ ທີ່ ສວນອາຫານພອຍໄພລິນ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ເພື່ອເປັນການ​ສົ່ງ​ທ້າຍ​ປີ​ເກົ່າ ພ.ສ 2560 ແລະ ຕ້ອນຮັບ​ປີ​ໃໝ່ ພ.ສ 2561. ໃນການສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວໃນຄັ້ງນີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ຄະນະພັກ-ຄະນະນຳກະຊວງ ພ້ອມດ້ວຍຄູ່ສົມລົດ, ພະນັກງານອາວຸໂສບຳນານ, ບັນດາຄະນະຫ້ອງການ-ຄະນະກົມ, ຄະນະພະແນກ, ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ແລະ ພະນັກງານວິຊາການກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມດຽວກັນນັ້ນ, ບັນດາທູຕານຸທູດ, ກົງສູນກິດຕິມະສັກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳສ ສປປ ລາວ ພ້ອມດ້ວຍຄູ່ສົມລົດ ແລະ ແຂກທີ່ມີກຽດຈຳນວນໜຶ່ງ ກໍ່ຖືກເຊີນເຂົ້າຮ່ວມ.

ໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງການຕ່າງປະເທດ ໄດ້ມີຄຳເຫັນອວຍພອນປີໃໝ່ລາວ ຕໍ່ບັນດາພະນັກງານ ແລະ ແຂກທີ່ມີກຽດດ້ວຍຄວາມຮັກແພງ ແລະ ສະໜິດສະໜົມ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ ແລະ ຂອບໃຈ ທຸກໆທ່ານ ໃນໄມຕີຈິດມິດຕະພາບ​ອັນ​ແໜ້ນ​ແຟ້ນ, ການ​ສະໜັບສະໜູນອັນລໍ້າຄ່າ ​ແລະ ການ​ຮ່ວມ​ມືຢ່າງຕໍ່ເນື່ອງ ​ທີ່ມີຕໍ່ກະຊວງການຕ່າງປະເທດ ກໍ່ຄື ສປປ ລາວ ຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ຮັບການສະໜັບສະໜູນ ​ແລະ ຮ່ວມ​ມື​ຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອບັນລຸຜົນສໍາເລັດອັນໃຫມ່ກໍ່ຄື ຄວາມຕັ້ງໜ້າຂອງ ສປປ ລາວ ທີ່ຈະຫຼຸດພົ້ນອອກຈາກບັນຊີປະເທດດ້ອຍພັດທະນາໃນປີ 2020 ແລະ ບັນລຸເປົ້າໝາຍ SDG ຂອງ ສປຊ ທີ່ວາງອອກ, ຊຶ່ງໃນປັດຈຸບັນ ກະຊວງການຕ່າງປະເທດ ກໍາລັງເຄື່ອນໄຫວຢ່າງຕັ້ງໜ້າ, ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ບັນດາແຜນງານໂຄງການຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ໃຫ້ປະກົດຜົນເປັນຈິງ ໂດຍຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ແລະ ການທູດຂອງ ສປປ ລາວ. ໃນນັ້ນ, ສປປ ລາວ ແມ່ນໄດ້ມີການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຫ້າວຫັນ ຮ່ວມກັບບັນດາປະເທດເພື່ອນມິດ ໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະກັບບັນດາປະເທດເພື່ອນມິດອາຊຽນ ຊຶ່ງໃນປີ 2018 ນີ້ ພາຍໃຕ້ການເປັນປະທານອາຊຽນຂອງປະເທດສິງກະໂປນັ້ນ, ສປປ ລາວ ແມ່ນພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນກຸ່ມອາຊຽນ ເພື່ອເຮັດໃຫ້ອາຊຽນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ພ້ອມກັນນີ້ ກໍ່ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ. ພິເສດ, ການຈັດພິທີສະເຫຼີມສະຫຼອງບຸນປີ   ໃໝ່ລາວປີນີ້ ກໍ່ພ້ອມພໍດີຖືກກັບປີທ່ອງທ່ຽວລາວ 2018, ພີທີດັ່ງກ່າວ ໄດ້ກາຍເປັນເວທີເຜີຍແຜ່ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດລາວເຮົາຕໍ່ສາກົນ. ໃນໂອກາດນີ້ ທ່ານລັດຖະມົນຕີ ກໍຫວັງວ່າບັນດາທູດ ແລະ ຜູ້ຕາງໜ້າສາກົນຢູ່ລາວ ຈະຊ່ວຍເຊີນຊວນນັກທ່ອງທ່ຽວປະເທດຂອງຕົນ ແລະ ປະເທດຕ່າງໆ ໃຫ້ມາທ່ອງທ່ຽວຢ້ຽມຢາມລາວ ນັບມື້ຫຼາຍຂຶ້ນ.

ໃນຕອນທ້າຍ ທ່ານລັດຖະມົນຕີ ກໍໄດ້ອວຍພອນໄຊອັນປະເສີດ ໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ ໃນຄັ້ງນີ້ ໃຫ້ແກ່ ຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍຄູ່ສົມລົດ, ພະນັກງານອາວຸໂສບຳນານ, ບັນດາ​ຄະນະ​ກົມ ພ້ອມດ້ວຍຄູ່ສົມລົດ, ຄະນະພະ​ແນ​ກ, ຊາວໜຸ່ມ, ແມ່ຍິງ, ກຳມະບານກະຊວງ ແລະ ພະນັກງານວິຊາການຈາກກະຊວງການຕ່າງ ປະເທດ, ບັນດາ​ທູຕານຸ​ທູດ, ກົງສຸນກິດຕິມະສັກ ກໍຄື ​ຜູ້ຕາງ​ໜ້າອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍຄູ່ສົມລົດ, ລວມທັງ​ບັນດາ​ແຂກທີ່ຖືກເຊີນ ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ ແລະ ຄວາມຜາສຸກໃນຊີວິດຂອງຕົນ ແລະ ຄອບຄົວ ທຸກປະການຕະຫຼອດປີ ພ.ສ 2561 ນີ້.

ຈາກ​ນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ, ຮ່ວມ​ຮັບ​ປະທານ​ອາຫານ​ທ່ຽງ, ຊົມ​ການສະ​ແດງ​ສິນລະປະ​ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນຢ່າງຄຶກຄື້ນ, ດ້ວຍໄມຕີຈິດມິດຕະພາບອັນດີ ແລະ ມີຄວາມ   ໝາຍສຳຄັນ ເຊິ່ງເຮັດໃຫ້ພິທີສະຫລອງປີໃຫມ່ ພ.ສ 2561 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນ​ຊື່ນ​ ລະຫວ່າງ ພະນັກງານກະຊວງການຕ່າງປະເທດ, ບັນດາທູຕານຸທູດ ​ແລະ ຜູ້ຕາງໜ້າອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480333
ມື້ນີ້163
ມື້ວານ157
ອາທິດນີ້731
ເດືອນນີ້6564