ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມກ່ຽວຂ້ອງອື່ນໆ ແລະ ກະກຽມໃຫ້ແກ່ການຈັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32

 

amm 32 singapor

 

ໃນວັນທີ 27 ເມສາ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ ພ້ອມດ້ວຍຄະນະ ໄດ້​ເຂົ້າຮ່ວມກອງປະຊຸມ​ລັດຖະມົນຕີຕ່າງປະເທດອາຊຽນ, ຊຶ່ງກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບ ການສ້າງປະຊາຄົມອາຊຽນ, ລວມທັງບັນດາບູລິມະສິດ ສໍາລັບການເປັນປະທານອາຊຽນ ສິງກະໂປ ປີ 2018 “ເຂັ້ມແຂງ ແລະ ທັນສະໄໝ” ທີ່ເນັ້ນໃສ່ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄຫມ ໂດຍນໍາໃຊ້ ເຕັກໂນໂລຍີ ເຂົ້າໃນຂະບວນການເຊື່ອມໂຍງພາກພື້ນ. ໃນນີ້, ສປປ ລາວ ເຮົາ ໄດ້ເນັ້້ນໃສ່ການຊ່ວຍເຫລືອຊຶ່ງກັນ ແລະ ກັນ ແລະ ການຮ່ວມມື ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ໂດຍຜ່ານການແລກປ່ຽນການບົດຮຽນ ແລະ ການປະຕິບັດທີ່ດີ ລວມເຖິງ ການຖ່າຍໂອນເຕັກໂນໂລຢີ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາປະເທດສະມາຊິກອາຊຽນ ກ້າວໄປພ້ອມໆກັນ. ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ສະພາບການທີ່ເຄັ່ງຕຶງຢູ່ຊີຣີ, ທ່ວງທ່າທີ່ດີ ຢູ່ແຫຼມເກົາຫຼີ ແລະ ທະເລຈີນໃຕ້. ພ້ອມນີ້, ກອງປະຊຸມ ໄດ້ຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກ ທີ່ອາຊຽນເປັນຜູ້ສ້າງ ແລະ ໃນທ່າມກາງໂຄງສ້າງພາກພື້ນ ທີ່ພວມຜັນແປ.

ຫລັງຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 17 ຊຶ່ງກອງປະຊຸມດັ່ງກ່າວ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ 2025 ໂດຍບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ. ສໍາລັບ ສປປ ລາວ ກໍໄດ້ສຳເລັດການຈັດກອງປະຊຸມປະສານງານ ຄັ້ງທີ 1 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບ ສິດທິໄດ້ຮັບການສຶກສາ ແລະ ກອງປະຊຸມໜ່ວຍງານຊ່ຽວຊານ ພາຍໃຕ້ຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ຄັ້ງທີ 7 ກ່ຽວກັບ ການຊ່ວຍເຫຼືອດ້ານມະນຸດສະທຳ ລະເບີດຝັງດິນ. ພ້ອມນີ້, ກໍກະກຽມເປັນປະທານກອງປະຊຸມລັດຖະມົນຕີ ກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ໃນທ້າຍປີນີ້ ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມ ໄດ້ຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ປຶກສາຫາລື ກ່ຽວກັບ ບັນດາກິດຈະກໍາທີ່ຍັງຄ້າງຄາ ເພື່ອກໍານົດໃຫ້ມີຂະແຫນງນໍາພາ ແລະ ເຂົ້າຮ່ວມ ຈັດຕັ້ງກິດຈະກໍາດັ່ງກ່າວ ແລະ ເຫັນດີໃຫ້ຈັດ ກິດຈະກໍາສົ່ງເສີມການຮັບຮູ້ ຕໍ່ບົດບາດຄວາມສໍາຄັນຂອງ ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍ່ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 21. ກອງປະຊຸມ ​ໄດ້ປຶກສາຫາລື ກ່ຽວກັບ ຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31, ທີ່ຈັດຂຶ້ນຢູ່ ຟີລິບປິນ ໃນເດືອນ ພະຈິກ 2017 ຜ່ານມາ ແລະ ໄດ້ພິຈາລະນາຮັບຮອງເອົາ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ວຽກງານອາຊຽນ ແລະ ບົດລາຍງານຂອງຫົວໜ້າບໍລິຫານງານມູນນິທິອາຊຽນ ເພື່ອນໍາສະເໜີ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ຮັບຊາບບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ. ພ້ອມນັ້ນ, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາທ່ານ ກຸງ ພວກ ຈາກ ກຳປູເຈຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ເພື່ອປ່ຽນແທນຄົນປັດຈຸບັນ ທີ່ຈະໝົດໜ້າທີ່ໃນເດືອນ ຕຸລາ 2018 ນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485415
ມື້ນີ້116
ມື້ວານ227
ອາທິດນີ້451
ເດືອນນີ້4720