ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ມຽນມາ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

 

LaoMyanmarAS32-1 LaoMyanmarAS32-2

 

ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອູ ວິນ ໝິນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ມຽນມາ, ໃນວັນທີ 27 ເມສາ 2018, ທີ່ ປະເທດ ສິງກະໂປ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ອູ ວິນ ໝິນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສສ. ມຽນມາ ຄົນໃໝ່ ແລະ ສະແດງຄວາມເຊື້ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ ອູ ວິນ ໝິນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມຽນມາ ຈະສືບຕໍ່ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ ແລະ ສສ. ມຽນມາ ຈະສາມາດສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ໃນຂະນະດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວ ແລະ ຄໍາຊົມເຊີຍຂອງ ພະນະທ່ານ ບຸນຍັງ ວໍລະຈິດ ແລະ ຄຳເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນໃກ້ນີ້ ຝາກເຖິງ ພະນະທ່ານ ປະທານາທິບໍດີ ອູ ວິນ ໝິນ.

ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ທີ່ມີມູນເຊື້ອອັນຍາວນານຖານບ້ານໃກ້ເຮືອນຄຽງທີ່ດີງາມ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 12 ກໍລະກົດ 1955 ເປັນຕົ້ນມາ ການພົວພັນຂອງສອງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ເປັນຕົ້ນ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆໃນທຸກລະດັບ ຢ່າງເປັນປົກກະຕິ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເກີດດອກອອກຜົນເປັນຮູບປະທໍາ ແລະ ສືບຕໍ່ປະຕິບັດຜົນການຢ້ຽມຢາມທາງການຂອງ ພະນະທ່ານ ທອງລຸນ ສີສຸລິດ ໃນເດືອນມັງກອນ 2018 ຜ່ານມາ, ໂດຍສະເພາະການໄປມາຫາສູ່ກັນຂອງປະຊາຊົນ, ການຄ້າ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳຮີດຄອງປະເພນີທີ່ດີງາມ ລະຫວ່າງ ປະຊາຊົນສອງຊາດ. ສຸດທ້າຍ, ສອງຝ່າຍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມອັນດີງາມ ລະຫວ່າງ ສອງປະເທດ ລາວ-ມຽນມາ ທີ່ມີມາແຕ່ດົນນານແລ້ວນັ້ນ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ.

ໃນໂອກາດດຽວກັນນີ້, ພະນະທ່ານປະທານາທິບໍດີ ອູ ວິນ ໝິນ ກໍໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຈະຫາໂອກາດມາຢ້ຽມຢາມ ສປປ ລາວ ໃຫ້ໄດ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485775
ມື້ນີ້74
ມື້ວານ206
ອາທິດນີ້811
ເດືອນນີ້5080