ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການຢ້ຽມຢາມລັດຖະກິດ ທີ່ ສ ສິງກະໂປ

pre v singapor1

pre v singapor2

 

ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ສໍາເລັດການຢ້ຽມຢາມທາງລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ກັບຄືນມາເຖິງນະຄອນຫລວງວຽງຈັນໃນຕອນບ່າຍຂອງວັນທີ 10 ພຶດສະພາ 2018 ດ້ວຍຄວາມສະຫວັດດີພາບທຸກປະການ, ພາຍຫລັງດໍາເນີນການເຄື່ອນໄຫວຢ້ຽມຢາມແຕ່ວັນທີ 9 ພຶດສະພາ2018.

     ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ນາງ ຮາລິມາ ຢາໂຄບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ; ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ໃນລະຫວ່າງວັນທີ 9-10 ພຶດສະພາ 2018, ເຊິ່ງເປັນການຢ້ຽມຢາມສິງກະໂປຄັ້ງທໍາອິດ ນັບແຕ່ເຂົ້າດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສປປ ລາວ, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນດີງາມ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສຳນັກງານປະທານາທິບໍດີ ສິງກະໂປ. ພາຍຫລັງສຳເລັດພິທີຕ້ອນຮັບ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ພະນະທ່ານປະທານາທິບໍດີ ຮາລິມາ ຢາໂຄບ ໄດ້ພົບປະສອງຝ່າຍ. ໃນການພົບປະຄັ້ງນີ້, ຜູ້ນຳທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືທີ່ດີ ລະຫວ່າງສອງປະເທດ ຕະຫລອດໄລຍະ 44 ປີຜ່ານມາ, ຄືນັບແຕ່ສອງປະເທດ ລາວ ແລະ ສິງກະໂປ ໄດ້ສ້າງສາຍພົວພັນການທູດນຳກັນ ໃນປີ 1974 ເປັນຕົ້ນມາ, ເຊິ່ງສາມາດຍາດມາໄດ້ຜົນສຳເລັດຫລາຍດ້ານ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ອັນໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ, ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິຂອງການນຳຂັ້ນສູງ ຈົນເຖິງວິຊາການຕ່າງໆຂອງສອງປະເທດ ແລະ ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ເຂັ້ມແຂງເຂົ້າສູ່ລວງເລິກ.

ໃນໂອກາດນີ້, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ກໍ່ຄືປະຊາຊົນສິງກະໂປ ຕໍ່ ສປປ ລາວ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ການສົ່ງອາສາສະໝັກຊາວໜຸ່ມ ແລະ ຄະນະແພດຂອງສິງກະໂປ ເຂົ້າມາຊ່ວຍເຫລືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆຢູ່ ສປປ ລາວ, ພ້ອມທັງການຊ່ວຍເຫລືອດ້ານຕ່າງໆແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ທີ່ຜ່ານມາ. ພ້ອມດຽວກັນນັ້ນ, ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຊົມເຊີຍສິງກະໂປ ຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ພາຍໃຕ້ຄຳຂວັນ ຄວາມເຂັ້ມແຂງ ແລະ ທັນສະໄໝຊຶ່ງເປັນຫົວຂໍ້ທີ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ແທດເໝາະກັບບົດບາດນຳໜ້າຂອງສິງກະໂປ ໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມທັນສະໄໝ ແລະ ໄດ້ຢືນຢັນວ່າ ສປປ ລາວ ພ້ອມທີ່ຈະໃຫ້ການຮ່ວມມືຢ່າງເຕັມປ່ຽມ ໃນການບັນລຸເປົ້າໝາຍຂອງການເປັນປະທານອາຊຽນໃນຄັ້ງນີ້.

ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະເໜີໃຫ້ຝ່າຍສິງກະໂປຊຸກຍູ້ ແລະ ລະດົມນັກລົງທຶນຂອງສິງກະໂປເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ, ເຊິ່ງປັດຈຸບັນ ລັດຖະບານລາວ ກໍ່ໄດ້ມີມາດຕະການໃນການອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃນການດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ລາວ; ພ້ອມທັງ ຊ່ວຍເຊີນຊວນນັກທ່ອງທ່ຽວສິງກະໂປ ມາທ່ອງທ່ຽວຢູ່ລາວ ໃຫ້ຫລາຍຂຶ້ນ ໃນໂອກາດປີທ່ອງທ່ຽວລາວ 2018 ນີ້. ໃນຕອນທ້າຍ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ເຊື່ອເຊີນ ພະນະທ່ານປະທານາທິບໍດີ ຮາລິມາ ຢາໂຄບ ຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ.

          ໃນໂອກາດດຽວກັນ, ພະນະທ່ານປະທານາທິບໍດີ ຮາລິມາ ຢາໂຄບ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສ ສິງກະໂປ ຂອງພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະ ໃນຄັ້ງນີ້ ແລະ ສະແດງຄວາມຍິນດີທີ່ການພັດທະນາເສດຖະກິດ-ສັງຄົມຂອງສປປລາວໄດ້ມີບາດກ້າວຂະຫຍາຍຕົວຢູ່ໃນລະດັບສູງໃນບັນດາສະມາຊິກອາຊຽນ.

ພາຍຫລັງສຳເລັດການພົບປະສອງຝ່າຍກັບພະນະທ່ານນາງ ຮາລິມາ ຢາໂຄບ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ລີ ຊຽນ ລຸງນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ, ທີ່ ສໍານັກງານປະທານາທິບໍດີ, ຫລັງຈາກນັ້ນ ພະນະທ່ານ ປະທານປະເທດ ບຸນຍັງ ແລະ ພະນະທ່ານ ລີຊຽນລຸງ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ ສິງກະໂປ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ ແຫ່ງ ສ ສິງກະໂປ. ຂໍ້ຕົກລົງສອງສະບັບດັ່ງກ່າວ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮ່ວມມືສອງຝ່າຍ ແລະ ເສີມຂະຫາຍການພົວພັນຮ່ວມກັນ ໃຫ້ກວ້າງຂວາງ ແລະ ສະໜິດແໜ້ນຍິ່ງໆຂຶ້ນ.

     ໃນມື້ທີສອງຂອງການເຄື່ອນໄຫວຢ້ຽມຢາມ, ພະນະທ່ານປະທານປະເທດບຸນຍັງວໍລະຈິດ ແລະຄະນະຍັງໄດ້ໄປຢ້ຽມຢາມອົງການພັດທະນາແຜນຜັງຕົວເມືອງ ເຊິ່ງມີການລາຍງານໃຫ້ຊາບກ່ຽວກັບແຜນຜັງການພັດທະນາຕົວເມືອງສິງກະໂປແຕ່ອະດີດເຖິງປັດຈຸບັນແລະແຜນພັດທະນາໃນອະນາຄົດຍາວນານ ແລະ ໄດ້ຢ້ຽມຢາມຫ້ອງການສົ່ງເສີມການທ່ອງທ່ຽວຂອງ ສິງກະໂປ , ເຊິ່ງໄດ້ອະທິບາຍເຖິງການຂະຫຍາຍຕົວດ້ານການທ່ອງທ່ຽວຂອງສິງກະໂປແລະແຜນພັດທະນາການທ່ອງທ່ຽວໃນຕໍ່ໜ້າ, ໃນນັ້ນ ໄດ້ແຈ້ງໃຫ້ຊາບກ່ຽວກັບຈໍານວນນັກທ່ອງທ່ຽວສິງກະໂປມາທ່ຽວສປປລາວມີເຖິງ7.000 ກວ່າຄົນແລະຄົນລາວໄປທ່ອງທ່ຽວສິງກະໂປມີ11.200 ກວ່າເທື່ອຄົນໃນປີ2017ຜ່ານມາ.

   ໃນໂອກາດດຽວກັນນີ້, ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການແລະການລົງທຶນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມປຶກສາຫາລືທຸລະກິດເຊິ່ງຈັດຂຶ້ນທີ່ ຊັບພລາຍ ເຊັນຊີຕີໂດຍມີບັນດານັກທຸລະກິດຈາກສປປລາວທີ່ຕິດຕາມຄະນະທາງການແລະ ຈາກສິງກະໂປເຂົ້າຮ່ວມ100 ກວ່າຄົນເພື່ອຊຸກຍູ້ສົ່ງເສີມການພົວພັນແລະຮ່ວມມືດ້ານທຸລະກິດລະຫວ່າງສປປລາວແລະສ ສິງກະໂປໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ໂອກາດນີ້, ສະພາການຄ້າແລະອຸດສາຫະກໍາແຫ່ງຊາດກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງບໍລິສັດເມວເລັດເວີນແລະບໍລິສັດບັດເຕີຟລາຍສິງກະໂປເພື່ອສືບຕໍ່ຮ່ວມມືແລະເຂົ້າມາລົງທຶນຢູ່ສປປລາວໃນດ້ານການພັດທະນາອີຄອມເມີສແລະສ້າງສູນປະສານງານດ້ານການຕະຫລາດຢູ່ສປປລາວເພື່ອໃຫ້ຜູ້ປະກອບການຂອງລາວ, ໂດຍສະເພາະແມ່ນທຸລະກິດຂະໜາດກາງແລະຂະໜາດນ້ອຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ຊື້ຂາຍນໍາກັນແລະສ້າງເຄືອຂ່າຍລະຫວ່າງລາວແລະປະເທດອື່ນໆໃນອາຊຽນ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485298
ມື້ນີ້226
ມື້ວານ169
ອາທິດນີ້334
ເດືອນນີ້4603