ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຢູ່ ສປປ ລາວ

slx r mdg1

slx r mdg2

ໃນ​ວັນ​ທີ 24  ພຶດສະພາ 2018, ຄະນະ​ຊີ້​ນໍາ​ລະດັບ​ຊາດ​ເພື່ອ​ການ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ (ປພຍ) ຢູ່ ສປປ ລາວ  ​ຮອດ​ປີ 2030 ​ໄດ້ຈັດກອງປະຊຸມ ຄັ້ງທີ II ຂອງຕົນຂຶ້ນ ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ. ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ສະ​ເຫລີ​ມ​ໄຊ  ກົມມະ​ສິດ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ,  ຮອງ​ປະທານ​ຜູ້​ປະ​ຈໍາ​ການ​ຄະນະ​ຊີ້​ນໍາ​ລະດັບ​ຊາດ​ເພື່ອ​ຈັດ​ຕັ້ງ​ປະຕິບັດ  ປພຍ, ມີ​ບັນດາ​ລັດຖະມົນ​ຕີ -ຮອງ​ລັດຖະມົນຕີ ​ແລະ ພະນັກງານ​ຂັ້ນ​ສູງ ​ຈາກ​ບັນດາ​ກະຊວງ ແລະ ຂະແໜງການ​ທີ່​ກ່ຽວຂ້ອງອ້ອມຂ້າງສູນກາງ ​ເຂົ້າ​ຮ່ວມຫຼາຍກວ່າ 70 ທ່ານ.

ຄະນະ​ຊີ້​ນໍາ​ລະດັບ​ຊາດ ​ໄດ້ຮັບຟັງການ​ລາຍ​ງານ​​ສະພາບຄວາມຄືບໜ້າຄວາມ​ຄືບ​ໜ້າ​ ຂອງການກະກຽມບົດລາຍງານແຫ່ງຊາດ ສະບັບທຳອິດ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການ​​ລາຍ​ງານຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ວຽກ​ປະ​ຈໍາປີ 2017-2018  ​ແລະ ທິດ​ທາງ​ວຽກ​ງານ​ໃນ​ຕໍ່ໜ້າ ສະເໜີໂດຍກອງເລຂາຊີ້ນຳລະດັບຊາດ. ລັດຖະບານ ສປປ ລາວ  ​ໄດ້​ໃຫ້​ຄວາມ​ສໍາຄັນ​ແກ່​ການຈັດ​ຕັ້ງ ​ປະຕິບັດ​ວາລະ 2030  ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ສາກົນ ​ໂດຍ​ເຊື່​ອມສານ​ບັນດາ  ປພຍ ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ -ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII (2016-2020)  ​ໃນ​ນັ້ນ ປະມານ 60% ຂອງ​ຕົວ​ຊີ້  ປພຍ​ແມ່ນ​ເຊື່ອມ​ສານ​ເຂົ້າ​ກັບ​ຕົວ​ຊີ້​ວັດ ​ໃນ​ແຜນ​ພັດທະນາ​ແຫ່ງ​ຊາດ ​ແລະຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໃນ​ໄລຍະ​ຕໍ່​ໄປ.​ ເພື່ອ​ຮັບປະກັນ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດວາລະ​ການ​ພັດທະນາ 2030 ​ໃຫ້​ສໍາ​ເລັດ​ຜົນ, ສປປ ລາວ ໄດ້ສ້າງຕັ້ງຄະນະຊີ້ນຳລະດັບຊາດຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ໂດຍມີລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ. ຄະນະຍັງປະກອບດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ການນຳຂອງອົງການຈັດຕັ້ງມະຫາຊົນ.

​ໃນ​ບົດ​ລາຍ​ງານ​ແຫ່ງ​ຊາດ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສປປ ລາວ ປະ​ສົບ​ຜົນ​ຄືບ​ໜ້າ​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ​ແມ່ນເສດຖະກິດ​ມີ​ການ​ຂະຫຍາຍ​ຢ່າງ​ຕົວ​ເນື່ອງ, ການ​ລືບ​ລ້າງຄວາມທຸກ​ຍາກ ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ພົ້ນ​ເດັ່ນ, ບັນດາ​ຄົວ​ເຮືອນ​ສາມາດ​ເຂົ້າ​ເຖິງ​ການ​ຊົ​ມ​ໃຊ້​ໄຟຟ້າ ​ໃນ​ອັດຕາ​ທີ່​ເພີ່ມ​ຂຶ້ນ, ອັດຕາ​ສ່ວນ​ການ​ເຂົ້າ​ເຖິງ​ການ​ສຶກສາ​ ໃນ​ຊັ້ນ​ປະຖົມກໍເພີ່ມ​ຂຶ້ນ, ການ​ພັດທະນາ​ສີມື​ແຮງ​ງານ ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ສາມາດ​ຕອນ​ສະໜອງ​ ຕາມ​ຄວາມ​ຕ້ອງການ​ຂອງ​ແຮງ​ງານ​ ໂດຍ​ພື້ນຖານ, ການ​ບໍລິການ​ດ້ານ​ສາທາລະນະ​ສຸກ  ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ອັດຕາ​ສ່ວນ​ຂອງ​ແມ່ຍິງ​ທີ່​ດໍາລົງ​ຕໍາ​ແໜ່​ງ ​ໃນ​ຂັ້ນ​ການ​ນໍາ​ ທັງ​ພາກ​ລັດ  ​ແລະ ​ເອກະ​ຊົນ ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.  ​ໃນ​ປີ 2018 ສປປ ລາວ ຍັງ​ສາມາດ​ບັນລຸ 2 ​ໃນ 3 ​ເງື່ອນ​ໄຂ ​ຂອງການ​ຫລຸ​ດພົ້ນ ​ອອກ​ຈາກ​ສະຖານະ​ພາບ​ ປະ​ເທດ​ດ້ອຍ​ພັດທະນາ​ເປັນ​ຄັ້ງ​ທໍາ​ອິດ  ​ຈາກການ​ປະ​ເມີນ​ຂອງ​ຄະນະ​ກໍາມະການ​ນະ​ໂຍບາຍ​  ເພື່ອ​ການ​ພັດທະນາ​ຂອງ​ອົງການ ສປຊ  ​ເດືອ​ນມີນາ​ ທີ່​ຜ່ານ​ມາ. ຄຽງ​ຄູ່​ກັນ​ນັ້ນ ສປປ ລາວ  ກໍ​ຍັງ​ສືບ​ຕໍ່​ພົບ​ພໍ້​ກັບ​ສິ່ງ​ທ້າ​ທ້າຍ​ຕ່າງໆ ​ເຊັ່ນ: ການ​ຂາດ​ເຂີນ​ງົບປະມານ  ​ແລະ ຊັບ​ພະຍາກອນ​ມະນຸດ; ຄວາມ​ແຕກ​ໂຕນ​ກັນ​ທາງ​ດ້ານ​ລາຍ​ຮັບ ​ລະຫວ່າງ ​ປະຊາຊົນ​ຢູ້ຊົນນະບົດ ​ແລະ ຕົວ​ເມືອງ​ຍັງ​ມີ​ຢູ່; ອັດຕາ​ການ​ເສຍ​ຊີ​ວິດ​ຂອງ​ເດັກ ​ແລະ ອັດຕາ​ການ​ປະລະ​ ໂຮງຮຽນ​ຍັງ​ສູງ; ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ສໍາລັບ ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ​ ກໍ​ຍັງ​ມີ​ຄວາມ​ຫຍຸ້ງຍາກ.  ການຈະ​ເລີ​ນ​ເຕີບ​​​​ໂຕ​ທາງ​ດ້ານ ​ເສດຖະກິດ​ ຍັງ​ອິງ​ໃສ່​ຊັບພະຍາກອນ​ທໍາ​ມະ​ຊາດ ​ເປັນ​ສ່ວນ​ໃຫຍ່. ພ້ອມ​ກັນ​ນັ້ນ, ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ  ກໍ​ສືບ​ຕໍ່​ເປັນ​ອຸປະສັກ​ກີດ​ຂວາງ​ ການ​ພັດ​ທະ​ນາ​ປະ​ເທດ. ດັ່ງ​ນັ້ນ, ຈຶ່ງ​ໄດ້​ມີ​ການ​ຮັບຮອງ​ເອົາ​ ເປົ້າ​ໝາຍ​ແຫ່ງ​ຊາດ ​ທີ 18 ຊີ​ວິດ​ທີ່​ປອດ​ໄພ ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ເປັນ​ເປົ້າ​ໝາຍ​ສະ​ເພາະ ​ຂອງ ສປປ ລາວ.

​ໃນ​ໂອກາດ​ດັ່ງກ່າວ, ປະທານ​ກອງ​ປະຊຸມ  ​ໄດ້​ແຈ້ງ​ໃຫ້​ຄະນະ​ຊີ້​ນໍາ​ລະດັບ​ຊາດ​ ຊາບ​ວ່າ: ການ​ສ້າງ​ບົດ​ລາຍ​ງານ ​ແມ່ນ​ການ​ປະຕິບັດ​ພັນທະ​ສາກົນ​ ໃນ​ຖານະ​ສະມາຊິກ​ອົງການ ສປຊ  ​ເພື່ອ​ລານ​ງານ​ຄວາມ​ຄືບ​ໜ້າ​ ຂອງ​ການຈັດ​ຕັ້ງ​ປ​ະຕິ​ບັດ ປພຍ ​ໃນ​ລະດັບ​ປະ​ເທດ  ​ໃຫ້​ສາກົນ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ​ຕໍ່​ສະພາບ​ດ້ານ​ການ​ພັດທະນາ  ​ແລະ ​ແນວທາງ​ນະ​ໂຍບາຍ​ຂອງ​ລັດຖະບານ  ​ພາຍ​ໃຕ້​ຄໍາ​ຂວັນ ບໍ່​ປະ​ຖີ້ມ​ໃຜ​ໄວ້​ຢູ່​ທາງ​ຫລັງ”  ການຈັດ​ຕັ້ງ​ປະຕິບັດ​ວາລະ​ການ​ພັດທະນາ​ຂອງ​ສາກົນ ​ແມ່ນ​ພາລະ​ບົດບາດ​ຂອງ​ທຸກ​ພາກສ່ວນ​​ໃນ​ສັງຄົມ. ສະ​ນັ້ນ, ​ໃນ​ຂະ​ບວນການ​ກະກຽມ​ບົດ​ລາຍ​ງານ​ແຫ່ງ​ຊາດ​ດັ່ງກ່າວ, ​ແມ່ນ​ໄດ້​ຜ່ານ​ການຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ແບບ​ມີ​ສ່ວນ​ຮ່ວມ​ຂຶ້ນ​ຫລາຍ​ຄັ້ງ  ​ໃນ​ທ້າຍ​ປີ 2017 ​ແລະ ຕົ້ນ​ປີ 2018,  ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ລັດຖະບານ,  ສະພາ​ແຫ່ງ​ຊາດ, ພາກ​ເອກະ​ຊົນ, ສະ​ຖາ​ບັນ​ການ​ສຶກສາ,  ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ,  ອົງການ​ຈັດ​ຕັ້ງ​ສາກົນ ​ທີ່​ບໍ່​ສັງກັດ​ລັດຖະບານ,  ອົງການ​ເຄືອ​ຂ່າ​ຍສະຫະ​ປະຊາ​ຊາດ  ​ແລະ ຄູ່​ຮ່ວມ​ພັດທະນາ.ກອງ​ປະຊຸມ​ ຄະນະ​ຊີ້​ນໍາ​ລະດັບ​ຊາດ​ຄັ້ງ​ທີ II  ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ຮັບຮອງ​ເອົາ​ໃນ​ດ້ານ​ຫລັກການ ​ຕໍ່​ຮ່າງ​ບົດ​ລາຍ​ງານ​ດັ່ງກ່າວ​  ກ່ອນ​ທີ່​ຈະ​ນໍາ​ສົ່ງ​ໃຫ້​ອົງການ ສປຊ ​ໃນ​ກາງ​ເດືອນມິຖຸນາ 2018.  ຫລັງ​ຈາກ​ນັ້ນສປຊ ຍັງ​ຈະ​ເປັນ​ໜຶ່ງ​ ໃນ​ຈໍານວນ 48 ປະ​ເທດຂຶ້ນ​ສະ​ເໜີ​ບົດ​ລາຍງານ​ແຫ່ງ​ຊາດ ​ ຢູ່​ໃນ​ກ​ອງ​ປະຊຸມ​ເວທີ​ການ​ເມືອງ​ລະດັບ​ສູງ ສປຊ ​ເຊິ່ງຈະ​ຈັດ​ຂຶ້ນ​ ໃນ​ກາງ​ເດືອນ​ກໍ​ລະ​ກົດ 2018 ທີ່​ສໍານັກງານ​ໃຫຍ່ ສປຊ ນິວຢອກ ສ.ອາ​ເມ​ລິ​ກາ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484498
ມື້ນີ້14
ມື້ວານ188
ອາທິດນີ້936
ເດືອນນີ້3803