ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ປາຖະກະຖາ ເອກະສານສະພາບການຊາຍແດນລາວ-ກຳປູເຈຍ

 

AwardedPhuk1 AwardedPhuk2

AwardedPhuk3 AwardedPhuk4

 

ໃນຕອນເຊົ້າຂອງ ວັນທີ 25 ພຶດສະພາ 2018 ທີ່ກະຊວງການຕ່າງປະເທດຈັດພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳ ປີ 2017 ຈຳນວນ 04 ໜ່ວຍພັກ ແລະ ປາຖະກະຖາ ເອກະສານສະພາບການຊາຍແດນລາວ-ກຳປູເຈຍ, ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ທົ່ວກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຮັບຟັງການລາຍງານຜົນສຳເລັດການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ທິດທາງແຜນການໃນຕໍ່ໜ້າຂອງໜ່ວຍພັກຫ້ອງການກະຊວງການຕ່າງປະເທດ ແລະ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ. ເຊິ່ງການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນພາວະວິໄສ ແລະ ທັງສ່ອງແສງໃຫ້ເຫັນເຖິງການຄົງຕົວ ແລະ ການຂະຫຍາຍຕົວຂອງພັກ, ເຊີດຊູບົດບາດການນຳພາຂອງພັກໃຫ້ມີຜົນສັກສິດ ແລະ ທັງເປັນການເພີ່ມທະວີບົດບາດກຳລັງແຮງຂອງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄຸນນະພາບການຈັດຕັ້ງພັກ ແລະ ໜ່ວຍພັກໃນການຊີ້ນຳ-ນຳພາ ໃຫ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ກໍ່ສ້າງຖັນແຖວສະມາ ຊິກພັກໃຫ້ມີຄວາມໜັກແໜ້ນ ແລະ ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຢູ່ໃນໜ່ວຍພັກຂອງຕົນ, ເຊິ່ງແຕ່ລະໜ່ວຍພັກ ໄດ້ມີຄວາມເຂັ້ມແຂງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາດ້ານວຽກງານວິຊາສະເພາະ ລວມທັງອົງການຈັດຕັ້ງມະຫາຊົນ, ຮູ້ນຳພາວຽກງານປ້ອງກັນພັກໃຫ້ມີຄວາມສະຫງົບຮຽບຮ້ອຍ, ນຳພາການປັງປຸງກໍ່ສ້າງຂະຫຍາຍສະມາຊິກພັກ ແລະ ກໍ່ສ້າງພະນັກງານຢ່າງຕໍ່ເນື່ອງ. ຈາກນັ້ນ ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃຫ້ແກ່ ໜ່ວຍພັກຫ້ອງການກະຊວງການຕ່າງປະເທດ ສະໄໝທີ II ແລະ ໜ່ວຍພັກກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ. ນອກຈາກນີ້, ຍັງມີ 02 ໜ່ວຍພັກຢູ່ຕ່າງປະເທດຄື: ໜ່ວຍພັກສະຖານທູດລາວ ທີ່ ພຽງຍາງ, ສປປ. ເກົາຫລີ ສະໄໝທີ II ແລະ ໜ່ວຍພັກສະຖານທູດລາວ ທີ່ ປັກກິ່ງ, ສປ. ຈີນ. ຊຶ່ງຈະໄດ້ຈັດພິທີມອບພາຍຫຼັງ. ໃນພິທີຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍເລຂາຄະນະບໍລິຫານງານພັກ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ບັນດາໜ່ວຍພັກທີ່ໄດ້ເອົາໃຈໃສ່ກໍ່ສ້າງໜ່ວຍພັກຂອງຕົນໃຫ້ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ຍັງມີຫລາຍໜ່ວຍພັກ ທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກຂອງຕົນ ເພື່ອໃຫ້ໄດ້ຮັບນາມມະຍົດໃນປີຕໍ່ໄປ. ພ້ອມກັນນີ້, ຍັງໄດ້ເນັ້ນໜັກຫຼາຍບັນຫາໃນການເພີ່ມທະວີການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ຕາມທິດຂອງພັກເຮົາໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ຍັງໄດ້ເຜີຍແຜ່ເອກະສານສະພາບການຊາຍແດນລາວ -ກຳປູເຈຍ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງການຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈແຈ້ງ ແລະ ກຳແໜ້ນ ຕໍ່ບັນຫາ ແລະ ສະພາບການທີ່ເກີດຂື້ນ ລະຫວ່າງ ຊາຍແດນລາວ - ກຳປູເຈຍ. ພ້ອມກັນນີ້, ຈົ່ງເພີ່ມທະວີເປັນເຈົ້າ ການສືບຕໍ່ຮັກສາການພົວພັນຮ່ວມມືກັນແບບບ້ານໃກ້ເຮືອນຄຽງທີ່ດີ ຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ, ມີສະຕິ ລະວັງຕົວຕໍ່ການໂຄສະນາແບ່ງແຍກຄວາມສາມັກຄີ, ເດັດດຽວປົກປັກຮັກສາເຂດນ້ຳແດນດິນຂອງພວກເຮົາໄວ້ໃຫ້ໝັ້ນຄົງ ຕະຫຼອດໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485473
ມື້ນີ້174
ມື້ວານ227
ອາທິດນີ້509
ເດືອນນີ້4778