ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ

pm re brunie1

pm re brunie2

     ໃນວັນທີ 05 ມິຖຸນາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດາໂຕະ ເອຣິວັນ ປິຮິນ ຢູໂຊບຟ໌ (Dato Erywan Pehin Yusof), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ບຣູໄນ ຄັ້ງທີ 2, ໃນລະຫວ່າງວັນທີ 04-07ມິຖຸນາ 2018.

          ການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃຫ້ເຂັ້ມແຂງຕະຫລອດ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ (ວັນທີ 27 ກໍລະກົດ 1993), ຊຶ່ງເຫັນໄດ້ຈາກ ການແລກປ່ຽນຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິ, ພ້ອມທັງສະແດງຄວາມຊົມເຊີຍທີ່ສອງຝ່າຍ ມີແຜນຈະຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ.

          ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍທີ່ທ່ານ ດາໂຕະ ເອຣິວັນ ປິຮິນ ຢູໂຊບຟ໌ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ ຄົນໃໝ່. ພ້ອມກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ສະແດງຄວາມຍິນດີ ທີ່ຈະໄດ້ເດີນທາງໄປຢ້ຽມຢາມ ຢ່າງເປັນທາງການ ທີ່ ປະເທດ ບຣູໄນ ດາຣູຊາລາມ, ຊຶ່ງຈະເປັນຄັ້ງທຳອິດ ພາຍຫຼັງດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ບຣູໄນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ເຊັ່ນ: ການຊ່ວຍເຫຼືອດ້ານການເງິນ ແກ່ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ໃນປີ 2012 ແລະ ກອງປະຊຸມສຸດຍອດອາຊຽນ ໃນປີ 2016, ການຊ່ວຍເຫຼືອກໍ່ສ້າງອາຄານ ສະຫະພັນແມ່ຍິງ, ສູນຟື້ນຟູຄົນພິການ, ໂຮງຮຽນເດັກກຳພ້າ, ໂຮງຮຽນມັດທະຍົມ, ສູນປິ່ນປົວ ແລະ ຟື້ນຟູບຳບັດຜູ້ຕິດຢາເສບຕິດ, ກໍ່ສ້າງສະໜາມກິລາໃນຮົ່ມຄົບວົງຈອນສີເກີດ ແລະ ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ. ໃນຕອນທ້າຍ ພະນະທ່ານ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ການຢ້ຽມຢາມທາງການ ທີ່ ສປປ ລາວ ຄັ້ງນີ້ ກໍຄື ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ບຣູໄນ ຄັ້ງທີ 2 ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

          ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ດາໂຕະ ເອຣິວັນ ປິຮິນ ຢູໂຊບຟ ກໍໄດ້ສະແດງຄວາມຂອບໃຈ ລັດຖະບານ ແຫ່ງ ສປປ ລາວ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຍິນດີ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

          ໃນໂອກາດການຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ດາໂຕະ ເອຣິວັນ ປິຮິນ ຢູໂຊບຟ໌ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບບັນດາລັດຖະມົນຕີ ຂອງຂະແໜງການຕ່າງໆ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ບຣູໄນ ຄັ້ງທີ 2, ທີ່ ແຂວງຫລວງພະບາງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484637
ມື້ນີ້153
ມື້ວານ188
ອາທິດນີ້1075
ເດືອນນີ້3942