ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງປະທານປະເທດຫວຽດນາມ

 

VicePresiidentVietBounngang2 VicePresiidentVietBounngang1

 

ໃນວັນທີ 19 ມິຖຸນາ 2018, ທີ່ ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ, ພາຍຫຼັງສໍາເລັດການພົບປະສອງຝ່າຍກັບ ສະຫາຍ ພັນຄໍາ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ.

ໃນໂອກາດນີ້, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະ​ຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ, ຊຶ່ງເປັນຄັ້ງທຳອິດນັບແຕ່ ສະຫາຍ ເຂົ້າຮັບຕໍາແໜ່ງເປັນຮອງປະທານປະເທດ ສສ. ຫວຽດນາມ. ການຢ້ຽມຢາມນີ້ ກໍເປັນປະເພນີປະຕິບັດອັນເປັນປົກກະຕິ ຂອງສອງປະເທດ ລາວ-ຫວຽດນາມ, ຊຶ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ລວມທັງເປັນການກະຕຸກຊຸກຍູ້ໃຫ້ແກ່ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເຂົ້າສູ່ລວງເລິກອີກບາດກ້າວໜຶ່ງ. ພ້ອມກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນສຳຄັນ,ຮອບດ້ານທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມໃນໄລຍະຜ່ານມາແລະ ສະແດງຄວາມຂອບອົກຂອບໃຈຢ່າງສູງ ຕໍ່ການເອົາໃຈໃສ່ຊຸກຍູ້ຊ່ວຍເຫລືອແບບພິເສດແລະລ້ຳຄ່າຂອງພັກ, ລັດຖະບານ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ປະຊາຊົນລາວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນຕະຫລອດມາ, ໂດຍສະເພາະ ໂຄງການປຸກສ້າງໂຮງຮຽນຢູ່ແຂວງບໍລິຄໍາໄຊທີ່ເປັນຂອງຂວັນຂອງເລຂາທິການໃຫຍ່ຫງວຽນຝູຈ໋ອງ ແລະ ໂຄງການປຸກສ້າງໂຮງຮຽນຢູ່ແຂວງເຊກອງທີ່ເປັນຂອງຂວັນຂອງປະທານປະເທດເຈີນດ໋າຍກວາງ. ພ້ອມທັງໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍເລຂາທິການໃຫຍ່ຫງວຽນ ຝູ ຈ໋ອງ ແລະ ສະຫາຍປະທານປະເທດເຈີນ ດ໋າຍ ກວາງ ອີກດ້ວຍ. ນອກນີ້, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົບປະສອງຝ່າຍ ລະຫວ່າງ ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ກັບ ສະຫາຍ ພັນຄໍາ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດຢ້ຽມຢາມຄັ້ງນີ້.

ໃນຕອນທ້າຍ, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໜັ້ນຄົງທະນົງແກ່ນຕະຫລອດກາລະນານ. ພ້ອມທັງອວຍພອນໃຫ້ ສະຫາຍຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳນຳພາປະເທດຫວຽດນາມ ກ້າວຂື້ນຕາມເປົ້າໜາຍທີ່ວາງໄວ້ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນ, ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ປະທານປະເທດ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃນໄລຍະຜ່ານມາ, ທີ່ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະໃນສະພາບໃຫມ່ ແລະ ຍຸກສະໄຫມໃຫມ່ນີ້. ພ້ອມນີ້, ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ ແລະ ສະຫາຍ ປະທານປະເທດ ເຈີນ ດ໋າຍ ກວາງ ສົ່ງເຖິງ ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484543
ມື້ນີ້59
ມື້ວານ188
ອາທິດນີ້981
ເດືອນນີ້3848