ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ

 

VicePresiidentVietPM

 

ໃນວັນທີ 19ມິຖຸນາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ເຊິ່ງເປັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງທຳອິດ ຫຼັງຈາກທີ່ທ່ານໄດ້ຮັບຕຳແໜ່ງເປັນຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ເປັນຕົ້ນມາ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ຕ້ອນຮັບ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ,ຊຶ່ງການຢ້ຽມຢາມຄັ້ງນີ້ ອັນເປັນການນຳເອົາໄມຕີຈິດມິດຕະພາບອັນດູດດື່ມແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການກະຕຸກຊຸກຍູ້​​ການຮ່ວມມືລະຫວ່າງ​​ ສອງປະເທດ ລາວ-ຫວຽດນາມ ໃຫ້ເກີດໝາກຜົນຕົວຈິງ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືທາງດ້ານເສດຖະກິດ, ວັດທະນາທຳ, ວິທະຍາສາດ-ເຕັກນິກ, ການຄ້າແລະ ການລົງທຶນຂອງສອງປະເທດ ໃນໄລຍະຜ່ານມາ. ສອງຝ່າຍ ລ້ວນແຕ່ມີຄວາມພະຍາຍາມຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍ່ຄື ສອງລັດຖະບານຊຶ່ງມີຫລາຍໆກິດຈະການທີ່​​ໄດ້ຮັບຜົນສຳເລັດຕາມຄາດໝາ, ອັນສໍາຄັນແມ່ນໄດ້ມີນັກທຸລະກິດ ແລະ ບັນດາຫົວໜ່ວຍການຜະລິດຂອງຫວຽດນາມ ໄດ້ໃຫ້ຄວາມສົນໃຈ ແລະ ມາລົງທຶນຢູ່ ສປປ ລາວ ຫລາຍຂື້ນເປັນຕົ້ນແມ່ນ: ດ້ານອຸດສາຫະກຳ, ປູກຝັງ-ລ້ຽງສັດ ແລະ ດ້ານອື່ນໆອີກ ສິ່ງເຫລົ່ານີ້ໄດ້ຊ່ວຍສ້າງກຳລັງແຮງ ແລະ ຊ່ວຍສ້າງທາງອອກໃຫ້ແກ່ປະຊາຊົນລາວ ໃນການທໍາມາຫາກິນ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນຕ່າງໆ ບ່ອນທີ່ມີໂຄງການລົງທຶນຂອງຫວຽດນາມ ແລະ ສອງຝ່າຍ ຈະສືບຕໍ່ຊຸກຍູ້ ບັນດາໂຄງການທີ່ໄດ້ລົງທຶນ ເພື່ອສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່ຊຸກຍູ້ຊ່ວຍເຫລືອແບບພິເສດ ແລະ ລ້ຳຄ່າຂອງພັກ ແລະ ລັດຖະບານ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ປະຊາຊົນລາວ ທີ່ຊ່ວຍໃຫ້ ສປປ ລາວ ມີຊາຍຝັ່ງທະເລ ໂດຍການໃຫ້ ສປປ ລາວ ສໍາປະທານ ແລະ ພັດທະນາທ່າເຮືອຫວຸ້ງອາງ ແລະ ໂຄງການອື່ນໆທີ່ໄດ້ຮັບການຊ່ວຍເຫຼືອລ້າ ກໍ່ຄືການລົງທຶນຂອງ ຫວຽດນາມ ຢູ່ ສປປລາວ. ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານທີ່ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາດມາໄດ້​​ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ, ເຖິງວ່າສະພາບເສດຖະກິດລວມຂອງໂລຈະມີຄວາມຫຍຸ້ງຍາກສັບສົນ ແລະ ປະເຊີນກັບວິກິດການແຕ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍ່ສາມາດຜ່ານມາ ແລະ ພັດທະນາປະເທດ ໄປໄດ້ຢ່າງໝັ້ນທ່ຽງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ນັບມື້ນັບດີຂຶ້ນເປັນກ້າວໆ.

ໃນໂອກາດດຽວກັນ, ສະຫາຍຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ແລະ ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ຫວຽດນາມ-ລາວ; ສະແດງຄວາມຂອບໃຈ ມາຍັງພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນເມື່ອກ່ອນກໍ່ຄືປັດຈຸບັນ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໃນຕອນທ້າຍ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ ສະຫາຍ ຮອງປະທານປະເທດ ດັ້ງ ຖິ ຫງ໋ອກ ທິ້ງ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳນຳພາປະເທດຫວຽດນາມ ກ້າວຂື້ນຕາມເປົ້າ ໜາຍທີ່ວາງໄວ້ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

 

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480336
ມື້ນີ້166
ມື້ວານ157
ອາທິດນີ້734
ເດືອນນີ້6567