ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ຈັດກອງປະຊຸມເຜີຍແຜ່ ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ທີ່ ສໍານັກງານໃຫຍ່ ອົງການ ສປຊ, ນິວຢອກ

2018718MofaMinisterInUN3

 

ໃນຕອນບ່າຍວັນທີ 17 ກໍລະກົດ 2018, ໃນໄລຍະເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງ ອົງການ ສປຊ ວ່າດ້ວຍການພັດທະນາແບບຍືນຍົງ ຢູ່ສໍານັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກ, ທ່ານສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຈັດກອງປະຊຸມພິເສດລະດັບສູງ (side event) ເພື່ອເຜີຍ ແຜ່ສະພາບ ແລະ ຄວາມຄືບຫນ້າ ຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ່ 18​ ພາຍໃຕ້ ຫົວຂໍ້ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ໂດຍການເປັນ ປະທານຮ່ວມຂອງ ທ່ານ ຮາວລຽງ ຊູ, ຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ທັງເປັນຜູ້ອໍານວຍການ ຫ້ອງການ ຮັບພິດຊອບ ພາກພື້ນອາຊີ-ປາຊິຟິກ, ຕາງໜ້າໃຫ້ຜູ້ອຳນວຍການໃຫຍ່ ອົງການສະຫະປະຊາຊາດເພື່ອການພັດທະນາ.

ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຕ່າງປະເທດ ໄດ້ກ່າວເປີດກອງປະຊຸມໂດຍຍົກໃຫ້ເຫັນເຖິງຜົນກະທົບ ຂອງລະເບີດບໍ່ທັນແຕກ (ລບຕ) ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສືບຕໍ່ເປັນໜຶ່ງໃນບັນດາອຸປະສັກຕົ້ນຕໍກີດ ຂວາງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເລັ່ງແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ຮັບການສະຫນັບສະຫນູນ ແລະ ຊ່ວຍເຫຼືອຈາກອົງການເຄືອຄ່າຍ ສປຊ, ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ. ລັດຖະບານ ສປປ ລາວ ໄດ້ກໍານົດໃຫ້ວຽກງານດັ່ງກາວເປັນບູລິມະສິດສູງສຸດໃນການຈັດຕັ້ງປະຕິບັດ ເປົ້າຫມາຍການພັດທະນາ ແບບຍືນຍົງ ໂດຍສະເພາະຮັບປະກັນໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາເກັບກູ້ລະເບີດທີ່ບໍ່ທັນແຕກ ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງ ນໍາໃຊ້ທຶນຊ່ວຍເຫລືອຈາກຕ່າງປະເທດຢ່າງມີປະສິດທິຜົນສູງສຸດ, ຮັບປະກັນ ຄວາມໂປ່ງໃສແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າຫມາຍ ປພຍ ແຫ່ງຊາດທີ18 ດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມຄາດ ຫມາຍ.

ໃນກອງປະຊຸມພິເສດລະດັບສູງໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະ ປະກອບຄຳເຫັນໂດຍຕົວແທນຂັ້ນສູງຂອງບັນດາ ປະເທດທີ່ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນແມ່ນຈາກ ນອກແວ, ການາດາ, ຍີ່ປຸ່ນ, ສ. ອາເມລິກາ, ລາຊາອານາຈັກໄທ, ສະວິສ, ລຸກຊໍາບວກ, ສ. ເກົາຫຼີ, ອຽກລັງ, ອົດສະຕຣາລີ, ຈີນ ແລະ ນິກກາລາກົວ ໃນນາມປະທານປະຈຸບັນ ຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ອົງການຈັດຕັ້ງບໍ່ສັງກັດລັດຖະບານ (Legacies of War) ແລະ ຮັບຟັງການ ລາຍງານຄວາມຄືບຫນ້າຂອງວຽກງານເກັບກູ້ລະເບີດບໍ່ທັນແຕກ ໂດຍຫົວຫນ້າໂຄງການເກັບກູ້ລະເບີດແຫ່ງຊາດລາວ. ນອກ ຈາກນັ້ນ, ຕະຫລອດໄລຍະກອງປະຊຸມເວທີການເມືອງລະດັບສູງ ວ່າດ້ວຍເປົ້າຫມາຍການພັດທະນາແບບຍືນຍົງ ຂອງ ສປຊ ໃນປີນີ້, ສປປ ລາວ ຍັງໄດ້ຈັດວາງສະແດງຮູບພາບ ແລະ ສິ່ງພິມ ກ່ຽວກັບບັນຫາລະເບີດບໍ່ທັນແຕກ ເຊິ່ງເລີ່ມແຕ່ວັນທີ 09-18 ກໍລະກົດ 2018 ເຊິ່ງເນື້ອໃນຂອງການວາງສະແດງ ແມ່ນສຸມໃສ່ຍົກໃຫ້ເຫັນເຖິງຜົນກະທົບຂອງລະເບີດທີ່ບໍ່ທັນແຕກ ຕໍ່ການດຳລົງຊີວິດຂອງປະຊາຊົນລາວ ແລະ ຕໍ່ການພັດທະນາ ຢູ່ ສປປ ລາວ,​ ໂດຍຜ່ານການສາຍວີດີໂອ, ຮູບພາບ, ແຜ່ນພັບ, ແລະ ຮູບພາບສາມມິຕິ ເພື່ອຈຳລອງສະຖານະການໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຕົວຈິງ.

ການຈັດຕັ້ງກອງປະຊຸມພິເສດ ແລະ ການວາງສະແດງກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18​ ໃນຄັ້ງນີ້ໄດ້ຮັບຜົນສະເລັດຢ່າງຈົບງາມ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ແທນເຂົ້າຮ່ວມກອງປະຊຸມເປັນຢ່າງດີ ເຊິ່ງບັນດາ ປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາທັງຫມົດ ໄດ້ຢໍ້າຄືນເຈດຕະນາລົມເພື່ອສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການ ແກ້ໄຂອຸປະສັກ ແລະ ສິ່ງທ້າທາຍທີ່ເກີດຈາກລະເບີດບໍ່ທັນແຕກຕົກຄ້າງ ກໍຄືການບັນລຸເປົ້າຫມາຍແຫ່ງຊາດທີ 18​ ຂອງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485505
ມື້ນີ້10
ມື້ວານ196
ອາທິດນີ້541
ເດືອນນີ້4810