ກະຊວງການຕ່າງປະເທດແຫ່ງ ສປປ ລາວ ຂໍແຈ້ງໃຫ້ປະຊາຊົນລາວຊາບວ່າ, ໃນວັນທີ 09 ກໍລະກົດ 2018, ລັດຖະບານ ສະຫະລັດ ອາເມລິກາ ໄດ້ປະກາດໃສ່ມາດຕະການ ດ້ານວິຊາ (Visas) ຕໍ່ ສປປ ລາວ ດ້ວຍເຫດຜົນທີ່ວ່າ ລັດຖະບານລາວບໍ່ໃຫ້ການຮ່ວມມືອັນເຕັມສ່ວນໃນການຮັບເອົາບັນດານັກໂທດພາຍຫຼັງພົ້ນໂທດແລ້ວ ທີ່ຝ່າຍສະຫະລັດອ້າງວ່າເປັນພົນລະ ເມືອງລາວກັບຄືນປະເທດເດີມ ຕາມການສະເໜີຂອງສະຫະລັດ. ຕໍ່ການປະກາດດັ່ງກ່າວ, ພາຍໃຕ້ພາກ 243(d) ຂອງກົດບັນຍັດວ່າດ້ວຍ ການກວດຄົນເຂົ້າເມືອງ ແລະ ສັນຊາດຂອງສະຫະລັດ ເຊິ່ງຈະປະຕິບັດຕໍ່ທຸກໆປະເທດທີ່ຝ່າຍອາເມລິກາຖືວ່າບໍ່ໃຫ້ການຮ່ວມມືຮັບເອົາຄົນເຊື້ອຊາດເຂົາກັບຄືນປະເທດ. ສໍາລັບ ສປປ ລາວ, ສະຖານທູດ ສະຫະລັດ ທີ່ວຽງຈັນ ຈະໄດ້ປະຕິບັດ ມາດຕະການລະດັບ ທີ່(1) ນັບແຕ່ວັນທີ 9 ກໍລະກົດ ຮອດວັນທີ 9 ກັນຍາ 2018 ຄື :
ຜ່ານມາ ສປປ ລາວ ກໍ່ໄດ້ມີກົນໄກປະສານງານກັບ ຝ່າຍອາເມລິກາ ໃນການພະຍາຍາມຊອກຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ ໂດຍໄດ້ມີການພົບປະປຶກສາຫາລື ແລະ ແລກປ່ຽນຂໍ້ມູນນໍາກັນຫຼາຍຄັ້ງ, ນັບທັງການສໍາພາດທາງໄກ (Video Call) ແລະ ການຮ່ວມມືອື່ນໆ.
ດັ່ງນັ້ນ, ກະຊວງການຕ່າງປະເທດ ຈຶ່ງຂໍແຈ້ງໃຫ້ ພໍ່ແມ່ ພີ່ນ້ອງ ຊາບທົ່ວເຖິງກັນ ມານະໂອກາດນີ້ດ້ວຍ.
ກະຊວງການຕ່າງປະເທດ, ວັນທີ 23 ກໍລະກົດ 2018