ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການ

slx autinjor3

slx autinjor4

slx autinjor1

slx autinjor2

    ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ອູ ຈໍ ຕິນ, ລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການ, ໃນລະຫວ່າງວັນທີ 23-24 ກໍລະກົດ 2018.

    ໃນວັນທີ 24 ກໍລະກົດ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອູ ຈໍ ຕິນ, ລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສສ. ມຽນມາ, ທີ່ ກະຊວງການຕ່າງປະເທດ ມຽນມາ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນໃກ້ຊິດທີ່ມີມູນເຊື້ອອັນຍາວນານ ຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ນັບແຕ່ການນຳຂັ້ນສູງ ຈົນເຖິງຂັ້ນວິຊາການຂອງສອງປະເທດ ຢ່າງເປັນປົກກະຕິ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະວິຊາການຂອງທັງສອງປະເທດ ທີ່ໄດ້ສຳເລັດການຮ່ວມກັນລົງກວດກາ, ບູລະນະ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ລາວ-ມຽນມາ ທີ່ເປ່ເພຄືນໃໝ່ ໃນລະຫວ່າງທ້າຍເດືອນກຸມພາ ຫາ ຕົ້ນເດືອນເມສາ 2018 ຜ່ານມາ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ປຶກສາຫາລືກັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ໄດ້ຮັບໝາກຜົນຫລາຍຍິ່ງຂຶ້ນ ເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆໃນຕໍ່ໜ້າ, ການຮ່ວມມືລະຫວ່າງສອງຂະແໜງການຕ່າງປະເທດ, ດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານຊາຍແດນ, ດ້ານຄົມມະນາຄົມ ແລະ ຂົນສົ່ງ, ດ້ານການຄ້າ-ການລົງທຶນ ແລະ ຂະແໜງການອື່ນໆ. ທັງສອງຝ່າຍເຫັນດີທີ່ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາສັນຍາ, ບົດບັນທຶກຄວາມເຂົ້າໃຈ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ມີໝາກຜົນກວ່າເກົ່າ. ນອກນັ້ນ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

  ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຝ່າຍມຽນມາ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ, ຊຶ່ງເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດ ພາຍຫຼັງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ອູ ຈໍ ຕິນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສສ. ມຽນມາ ໃນທ້າຍປີ 2017 ທີ່ຜ່ານມາ, ພ້ອມນັ້ນ, ທ່ານຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນ ມຽນມາ ໃນການພັດທະນາປະເທດໃຫ້ມີຄວາມຈະເລີນຍິ່ງໆຂຶ້ນ, ພ້ອມທັງຢືນຢັນວ່າ ສປປ ລາວ ຍາມໃດກໍສະໜັບສະໜູນ ແນວທາງການສ້າງຄວາມປອງດອງພາຍໃນແຫ່ງຊາດ ແລະ ເນັ້ນເຖິງການປົກປັກຮັກສາຄວາມສະຫງົບສຸກຂອງປະເທດ ແລະ ການນຳເອົາປະເທດມຽນມາ ກ້າວເຂົ້າສູ່ປະຊາທິປະໄຕ ຂອງລັດຖະບານ ແລະ ປະຊາຊົນ ມຽນມາ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຕະຫຼອດມາ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີ ອູ ຈໍ ຕິນ ມາຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 12 ທີ່ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ.

    ໃນຂະນະດຽວກັນ, ທ່ານ ອູ ຈໍ ຕິນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມທາງການ ສສ. ມຽນມາ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະໃນຄັ້ງນີ້, ເຊິ່ງຈະເປັນການສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີນຳກັນຕະຫຼອດມາ ລະຫວ່າງ ລາວ ແລະ ມຽນມາ ໂດຍສະເພາະສອງຂະແໜງການຕ່າງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

     ໃນວັນດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ນາງ ອອງຊານ ຊູຈີ, ທີ່ປຶກສາແຫ່ງລັດ ແຫ່ງ ສສ. ມຽນມາ, ທີ່ ກະຊວງການຕ່າງປະເທດ ມຽນມາ. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄຳເຊື້ອເຊີນ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຮຽນເຊີນ ພະນະທ່ານ ທີ່ປຶກສາແຫ່ງລັດ ສສ. ມຽນມາ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ມີຄວາມສະດວກ.

    ໃນໂອກາດຢ້ຽມຢາມທາງການ ສສ. ມຽນມາ ຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ສຳຄັນທາງວັດທະນະທຳຂອງ ສສ. ມຽນມາ ຈຳນວນໜຶ່ງເຊັ່ນ: ຢ້ຽມຊົມຫໍພິພິຕະພັນແຫ່ງຊາດ, ເຂົ້າສັກກາລະບູຊາພະທາດອຸປະຕະສັນຕິ (Uppatasanti Pagoda) ແລະ ຢ້ຽມຊົມຊ້າງເຜືອກຈຳນວນໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480217
ມື້ນີ້47
ມື້ວານ157
ອາທິດນີ້615
ເດືອນນີ້6448