ໃນວັນທີ 27 ກໍລະກົດ 2018 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ລີ ສາງ ກຸນ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ພາຍຫຼັງທີ່ທ່ານໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເປັນເວລາ 4 ປີ 5 ເດືອນ (ແຕ່ວັນທີ 13 ກຸມພາ 2014 – 31 ກໍລະກົດ 2018).
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຍິ່ງ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ຕະຫຼອດໄລຍະເວລາ 4 ປີ 5 ເດືອນ ຢູ່ ສປປ ລາວ, ທ່ານ ລີ ສາງ ກຸນ ໄດ້ອອກເຮື່ອເທແຮງເຄື່ອນໄຫວຊຸກຍູ້ໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຖານປະເທດຮ່ວມອຸດົມການດຽວກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໜັກແໜ້ນ ແລະ ເກີດດອກອອກຜົນ.