ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ

 201882-asean-china

201882-asean-japan

ໃນວັນທີ 2 ສິຫາ 2018 ທີ່ ສິງກະໂປ, ພາຍ​ຫຼັງ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 51, ທ່ານສະເຫຼີໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ສືບ​ຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີ​​ຕ່າງປະເທດ ລະ​ຫວ່າງ ອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຊຶ່ງ​ລວມມີ: ກອງປະຊຸມລັດຖະມົນ​​ຕ່າງປະເທດ ອາຊຽນ-ລັດເຊຍ, ອາຊຽນ-ຍີ່ປຸ່ນ, ​ອາຊຽນ-ຈີນ ແລະ ອາ​ຊຽນ-ນິວ​ຊີ​ແລນ.

ສຳລັບກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ລັດເຊຍ, ທ່ານ ​ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານຮ່ວມກັບ ທ່ານ Sergey Lavrov, ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ລັດ​ເຊຍ ​ໃນຖານະ​​ທີ່ ສ​ປ​ປ ລາວ ເປັນປະເທດປະສານງານ ​ໃຫ້​ແກ່ການພົວພັນອາຊຽນ-ລັດເຊຍ. ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການເປີດສຳນັກງານການທູດ ຂອງລັດເຊຍ ແລະ ແຕ່ງຕັ້ງທູດລັດເຊຍ ປະຈຳອາຊຽນ ທີ່ ຈາກາກຕາ ໃນປີ 2017, ການຈັດຕັ້ງຜັນຂະຫຍາຍຜົນຂອງກອງ​​ປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ລັດເຊຍ ຄົບຮອບ 20 ປີທີ່ໄດ້ຈັດຂຶ້ນໃນປີ 2016 ຢູ່ໂຊຈິ, ລັດເຊຍ ແລະ ການຈັດຕັ້ງປະຕິບັດກິດຈະກຳຮ່ວມມືໃນຂົງເຂດຕ່າງໆ ພາຍໃຕ້ແຜນປະຕິບັດງານອາຊຽນ-ລັດເຊຍ 2016-2020. ກອງປະຊຸມເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ການປະສານງານ ລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອແນໃສ່ເຮັດໃຫ້ກິດຈະກຳຮ່ວມມື ໃນຂົງເຂດຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ແນໃສ່ຍົກລະດັບການພົວພັນ ອາຊຽນ-ລັດເຊຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ. ອັນສຳຄັນແມ່ນ ກອງປະຊຸມ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງລັດເຊຍ ເພື່ອຈັດກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 4 ໃນໂອກາດທີ່ ປະທານາທິບໍດີລັດເຊຍ ວາລາດີເມຍ ປູຕິນ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນເດືອນພະຈິກ 2018 ທີ່ ສິງກະໂປ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດອາຊຽນ ແລະ ລັດເຊຍ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ຕໍ່ການເປັນປະເທດປະສານງານຂອງ ສປປ ລາວ ຕະຫລອດໄລຍະ 3 ປີຜ່ານມາ (2015-2018) ພ້ອມດຽວກັນ ກໍ່ໄດ້ມອບໜ້າທີ່ເປັນປະເທດປະສານງານຕໍ່ໄປໃຫ້ ອິນໂດເນເຊຍ ສຳລັບ ສົກປີ (2018-2022).

        ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າ ໃນການຈັດຕັ້ງຜັນຂະຫຍາຍ ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບຮອງເອົາໃນປີ 2017 ຜ່ານມາ ແລະ ຕີລາຄາສູງຕໍ່ບັນດາກິດຈະກໍາຮ່ວມມື ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໃນຂົງເຂດຕ່າງໆເຊັ່ນ: ການຮ່ວມມືດ້ານການຕ້ານອາດຊະຍາກຳ ທາງອິນເຕີເນັດ, ການເຊື່ອມຈອດ, ການສຶກສາ, ວຽກງານສາທາລະນະສຸກ, ການຄຸ້ມຄອງໄພພິບັດ, ການແລກປ່ຽນຊາວຫນຸ່ມ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບຫນ້າ ໃນການດັດແກ້ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ໄດ້ຮັບຊາບຜົນສຳເລັດການຮ່າງສັນຍາຮ່ວມມືດ້ານວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ເຊິ່ງຈະໄດ້ມີການລົງນາມ ລະຫວ່າງ ເລຂາທິການໃຫ່ຍອາຊຽນ ແລະ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມ ລວມທັງຂໍ້ລິເລີ່ມ ອິນໂດປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ຂອງຍີ່ປຸ່ນ ແລະ ໄດ້ກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງ ຄົບຮອບ 45 ປີ ແຫ່ງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ເຊິ່ງຈະຈັດຂື້ນໃນທ້າຍປີນີ້ ທີ່ ສິງກະໂປ. ໃນໂອກາດນີ້, ສປປ ລາວ ໄດ້ສະເຫນີໃຫ້ຍີ່ປຸ່ນ ສືບຕໍ່ການຮ່ວມມື ແລະ ສະໜັບສະໜູນອາຊຽນ ໃນຂົງເຂດການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດອາຊຽນ ເປັນຕົ້ນແມ່ນ ການພັດທະນາພື້ນຖານໂຄງລ່າງ ດ້ານການເຊື່ອມຈອດ ໃນບັນດາປະເທດສະມາຊິກອາຊຽນ ລວມທັງການສະໜັບສະໜູນໂຄງການສຶກສາຄວາມເປັນໄປໄດ້ ໃນການສ້າງທາງຫລວງ ວຽງຈັນ-ຮ່າໂນ້ຍ ຢູ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການເຊື່ອມຈອດພາຍໃນອາຊຽນ.

      ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-. ຈີນ ໄດ້ທົບທວນການຮ່ວມມືອາຊຽນ-ຈີນ ໃນປີຜ່ານມາ ເຊິ່ງເຫັນວ່າ ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈ ກວມເອົາຂົງເຂດ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ກອງປະຊຸມ ໄດ້ເຫັນດີຮັດແໜ້ນການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ເພື່ອແນໃສ່ບັນລຸເປົ້າໝາຍມູນຄ່າການຄ້າ ອາຊຽນ-ຈີນ ຈຳນວນ 1,000 ຕື້ໂດລາສະຫະລັດ ແລະ ມູນຄ່າການລົງທຶນຮ່ວມ ຈຳນວນ 150 ຕື້ໂດລາສະຫະລັດ ໃນປີ 2020. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຈີນ ຍັງໄດ້ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອຜັນຂະຫຍາຍປີນະວັດຕະກຳ ອາຊຽນ-ຈີນໃນປີ 2018, ລວມທັງການຈັດພິທີເປີດໂຕປີນະວັດຕະກຳ ຢູ່ ປັກກິ່ງ ໃນເດືອນເມສາ 2018 ທີ່ຜ່ານມາ. ໃນໂອກາດນີ້, ກອງປະຊຸມຍັງເຫັນດີກໍານົດເອົາປີ 2019 ເປັນປີແລກປ່ຽນສື່ມວນຊົນ ລະຫວ່າງ ອາຊຽນ ແລະ ຈີນ. ສອງຝ່າຍເຫັນດີສືບຕໍ່ຈັດກິດຈະກຳຕ່າງໆຮ່ວມກັນ ແນໃສ່ສົ່ງເສີມການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລວມທັງເຫັນດີ ໃຫ້ມີການອອກຖະແຫຼງການຮ່ວມ ລະຫວ່າງຜູ້ນຳອາຊຽນ ແລະ ຈີນ ໃນທ້າຍປີນີ້. ອັນສຳຄັນ, ກອງປະຊຸມເຫັນດີເປັນເອກະສັນຕໍ່ ວິໄສທັດຄູ່ຮ່ວມຍຸດທະສາດອາຊຽນ-ຈີນ 2030 ເຊິ່ງເປັນເອກະສານທິດ​ນຳສຳຄັນສຳລັບການຮ່ວມມື ອາຊຽນ-ຈີນ ໃນຕໍ່ຫນ້າ ເຊິ່ງຈະຍື່ນຕໍ່ ໃຫ້ຜູ້ນໍາອາຊຽນ ແລະ ຈີນ ພິຈາລະນາຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ-ຈີນ ໃນເດືອນພະຈິກ 2018 ທີ່ ສິງກະໂປ. ທ່ານ​ລັດຖະມົນຕີ ສະ​ເຫຼີມ​ໄຊ ກົມມະ​ສິດ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ລາວ ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດຖະບານ ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໄພ​ນ້ຳຖ້ວມ​ຢູ່​ແຂ​ວງອັດ​ຕະປື. ນອກນັ້ນ, ກໍໄດ້​​ສະ​ເໜີ​ໃຫ້ ຈີນ ສະໜັບສະໜູນການ​ສ້າງ​ຂີດ​ຄວາມ​ສາມາດດ້ານຕ່າງໆ ກໍ​ຄືການ​ຖ່າຍ​ໂອນ​ເຕັກ​ໂນ​ໂລ​ຊີ​ ໃຫ້​ບັນດາ​ປະ​ເທດອາຊຽນ ໂດຍ​ສະ​ເພາະ ກຳ​ປູ​ເຈຍ-ລາວ-ມຽນມາ-ຫວຽດນາມ; ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ໃນ​ພາກພື້ນ ລວມທັງ​ຜ່ານ​ໂຄງການ​ເສັ້ນທາງລົດ​ໄຟຄວາມ​ໄວ​ສູງ ລາວ-ຈີນ; ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ກະສິກຳ, ການ​ເງິນ ​ແລະ ການ​ຂົນ​ສົ່ງ; ​ແລະ ​​ຮັດ​ແໜ້ນການ​ຮ່ວມ​ມື​ ໃນ​ຂອບ​​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ.

      ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ-​ນິວຊີແລນ ໄດ້ທົບທວນການຮ່ວມມື ແລະ ຕີລາຄາສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ນິວຊີແລນ 2016-2020. ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ສອງຂໍ້ລິເລີ່ມຂອງນິວຊີແລນ ຄື: ຂໍ້ລິເລີ່ມເພື່ອການພົວພັນລະຫວ່າງປະຊາຊົນ ແລະ ຂໍ້ລິເລີ່ມເພື່ອຄວາມສົມບູນພູນສຸກ ຊຶ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະ ການພົວພັນລະຫວາງປະຊາຊົນ ອາຊຽນ ແລະ ນິວຊີແລນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບຫນ້າ ໃນການທົບທວນຄືນສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ ແລະ ນິວຊີແລນ ເພື່ອກ້າວໄປສູ່ການຍົກລະດັບ ສັນຍາດັ່ງກ່າວໃນຕໍ່ໜ້າ. ນອກນີ້,​ ກອງປະຊຸມໄດ້ເຫັນດີເພີ່ມທະວີການຮ່ວມມື ໃນດ້ານການສຶກສາ, ການຮັບມືກັບໄພພິບັດທໍາມະຊາດ, ອຸດສາຫະກໍາ ແລະ ການຄ້າ, ກະສິກໍາ, ພະລັງງານທົດແທນ, ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນກັບປະຊາຊົນ ໃນຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນອາຊຽນ ແລະ ນິວຊີແລນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005