ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 11, ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 8 ແລະ ແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 11

20180803 11mk-jp 9mk-rok 11mk-us 1

20180803 11mk-jp 9mk-rok 11mk-us 2

       ໃນວັນທີ 3 ສິງຫາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 11, ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 11, ແລະ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 8 ທີ່ ປະ​ເທດ ສິງກະໂປ, ຊຶ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກປະເທດແມ່ນໍ້າຂອງ (ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ບັນດາຄູ່ຮ່ວມພັດທະນາ (ຍີ່ປຸ່ນ, ສ. ເກົາຫຼີ, ສ. ອາເມລິກາ) ລວມທັງກອງເລຂາອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

 

          ໃນຕອນເຊົ້າ ຂອງວັນທີ 3 ສິງຫາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງຕ່າງປະເທດ ຂອງ ສປປລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 8 ຮ່ວມກັບ ທ່ານ ນາງ ຄັງ ຍັງ ວາ, ລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດຜັນຂະຫຍາຍ 2 ເອກະສານສໍາຄັນຄື: ຖະແຫຼງການຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 7; ແລະ ແຜນປະຕິບັດງານ ແມ່ນໍ້າຂອງ-ສ. ເກົາຫຼີ 2017-2020 ໂດຍສຸມໃສ່ 3 ແຜນງານ ປະກອບມີ 6 ຂະແໜງການບູລິມະສິດ. ບັນດາປະເທດສະມາຊິກ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຈາກກອງທຶນ ແມ່ນໍ້າຂອງ-ສ. ເກົາຫຼີ, ເຊິ່ງ ສປປ ລາວ ແມ່ນກຳລັງຈັດຕັ້ງປະຕິບັດ 2 ໂຄງການ ຄື: ໂຄງການເພີ່ມຄວາມອາດສາມາດຂອງ ປະຊາຊົນ ແລະ ບັນດາເມືອງທຸກຍາກຂອງ ສປປ ລາວ ໃນການເຂົ້າເຖິງນິຕິກຳ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ແກ່ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນຕ່າງໆ ແລະ ການເປີດກວ້າງທາງດ້ານການຄ້າ ມີມູນຄ່າ ປະມານ 423,000 ໂດລາສະຫະລັດ; ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລາງ ດ້ານອຸຕຸນິຍົມ-ອຸທົກກະສາດ ໃນອ່າງແມ່ນໍ້າຂອງ ຂອງ ສປປ ລາວໃຫ້ທັນສະໄໝ ມູນຄ່າ 350,000 ໂດລາສະຫະລັດ. ນອກຈາກນີ້ ກອງປະຊຸມໄດ້ຮ່ວມກັນປືກສາຫາລື ແຜນການເປີດກວ້າງ ແລະ ຂະຫຍາຍການຮ່ວມມືໃນຕໍ່ໜ້າ ໃຫ້ຮັດແໜ້ນຂຶ້ນອີກ, ໂດຍສະເພາະ ການຍົກລະດັບກົນໄກການຮ່ວມມື ຈາກລະດັບກອງປະຊຸມລັດຖະມົນຕີຕ່າງປະເທດ ຂຶ້ນເປັນ ກອງປະຊຸມສຸດຍອດ ໃນຕໍ່ໜ້າ. ບັນດາລັດຖະມົນຕີຕ່າງປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 8 ເພື່ອເປັນເອກະສານອ້າງອີງ ໃນການຈັດຕັ້ງຂອບການຮ່ວມມືດັ່ງກ່າວໃນຕໍ່ໜ້າ.​

 

     ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ຄັ້ງທີ 11 ຮ່ວມກັບ ທ່ານ ໄມໂຄ ປອມປີໂອ, ລັດຖະມົນຕີຕ່າງປະເທດ ສ.ອາເມລິກາ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ (2016-2020) ກໍຄືການຈັດຕັ້ງປະຕິບັດໂຄງການຕ່າງໆ ໃນໄລຍະໜຶ່ງປີຜ່ານມາ ເປັນຕົ້ນ, ຄວາມຄືບໜ້າ ໂຄງການຝຶກອົບຮົມ ໃຫ້ແກ່ພະນັກງານ ແລະ ຊ່ຽວຊານຂະແໜງ ສາທາລະນະສຸກ ຫຼາຍກວ່າ 182 ທ່ານ ກ່ຽວກັບ ການຕ້ານການລື້ງຢາຂອງພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງ ຕໍ່ພະຍາດລະບາດໃນສັດ ພາຍໃຕ້ໂຄງການ (One Health Networks) ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຮ່ວມມືກັບຄູ່ຮ່ວມພັດທະນາຂອງປະເທດ ແມ່ນ້ຳຂອງຕອນລຸ່ມ-ສ.ອາເມລິກາ ເພື່ອແລກປ່ຽນແນວທາງການສຶກສາ ແລະ ເຕັກໂນໂລຊີທີ່ທັນສະໄຫມຂອງຂະແໜງການສຶກສາ. ນອກຈາກນີ້, ກອງປະຊຸມ ໄດ້ປຶກສາຫາລື ເພື່ອປັບປຸງເສົາຄໍ້າບູລິມະສິດຂອງຂອບຮ່ວມມືດັ່ງກ່າວ ຈາກ 6 ເສົາຄ້ຳ ມາເປັນ 2 ເສົາຄ້ຳ ຄື: 1. ນໍ້າ, ພະລັງງານ, ອາຫານ ແລະ ສິ່ງແວດລ້ອມ; 2. ການພັດທະນາຊັບພະຍາກອນມະນຸດ ແລະ ການເຊື່ອມຈອດ. ພ້ອມນີ້ຍັງໄດ້ປັບປຸງແຜນປະຕິບັດງານ 5 ປີ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດ ບັນດາວຽກງານຂອງແຕ່ລະເສົາຄໍ້າບູລິມະສິດ ໃຫ້ມີປະສິດທິພາບຂຶ້ນຕື່ມ ລວມທັງຄວາມຄືບໜ້າ ການຜັນຂະຫຍາຍຂໍ້ລິເລີ່ມການແລກປ່ຽນຂໍ້ມູນແມ່ນ້ຳຂອງ ທີ່ໄດ້ຮັບຮອງ ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10. ​ ກອງປະຊຸມໄດ້ຮັບຮອງເອົາ 4 ເອກະສານ ຄື​: 1) ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 11; 2) ເອກະສານແນວຄວາມຄິດ ກ່ຽວກັບ ການປັບປຸງເສົາຄໍ້າບູລິມະສິດ; 3) ແຜນປະຕິບັດງານ 5 ປີ (2016-2020) ສະບັບປັບປຸງໃໝ່; ​ແລະ 4) ຖະແຫຼງການຮ່ວມເພື່ອສ້າງຄວາມເຂັ້ມແຂງ ດ້ານການແລກປ່ຽນຂໍ້ມູນແມ່ນໍ້າຂອງ ລະຫວ່າງ ເພື່ອນແມ່ນ້ຳຂອງຕອນລຸ່ມ ແລະ ຄະນະກຳມະການແມ່ນ້ຳຂອງສາກົນ (​MRC).

 

       ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີຕ່າງປະເທດ ຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 11 ຮ່ວມກັບ ທ່ານ ທາໂຣ ໂຄະໂນ, ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ, ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມື ລະຫວ່າງ ປະເທດແມ່ນໍ້າຂອງ ກັບ ຍີ່ປຸ່ນ ກໍຄື ການຈັດຕັ້ງປະຕິບັດ ຂອບການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ເປັນຕົ້ນ: ຍຸດທະສາດໂຕກຽວ 2015 ສະບັບໃໝ່ ແລະ ແຜນປະຕິບັດງານແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອຜັນຂະຫຍາຍຍຸດທະສາດໂຕກຽວ 2015 ສະບັບໃໝ່. ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ຕໍ່ການທົບທວນຄືນຂໍ້ລິເລີ່ມການເຊື່ອມຈອດ ແມ່ນໍ້າຂອງ-ຍີ່ປຸ່ນ ໃນການຈັດຕັ້ງປະຕິບັດບັນດາໂຄງການ ພື້ນຖານໂຄງລ່າງ ແລະ ໂຄງບົນ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການພັດທະນາແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ແລວເສດຖະກິດພາກໃຕ້. ນອກຈາກນີ້ ກອງປະຊຸມຍັງໄດ້ ກໍານົດຂົງເຂດບູລິມະສິດຂອງຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອຮັດແຄບຊ່ອງວ່າງການພັດທະນາ, ເສີມຂະຫຍາຍນເຊື່ອມໂຍງພາກພື້ນ ໂດຍສະເພາະ ການເຊື່ອມຈອດ, ການແລກປ່ຽນລະຫວ່າງ ປະຊາຊົນກັບປະຊາຊົນ, ການພັດທະນາແບບຍືນຍົງ ແລະ ສົ່ງເສີມການລົງທຶນ ເພື່ອພັດທະນາພື້ນຖານໂຄງລ່າງ ໃຫ້ມີຄຸນນະພາບ. ບັນດາລັດຖະມົນຕີຕ່າງປະເທດ ໄດ້ຮ່ວມກັນຮັບຮອງເອົາ ຖະ​ແຫຼງການ​​ປະທານກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ ​ຂອບ​ການ​ຮ່ວມ​ມື ​ແມ່ນ້ຳ​ຂອງ-ຍີ່​ປຸ່ນ ຄັ້ງ​ທີ 11 ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືດັ່ງກ່າວ ທັງເປັນການກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 10, ຊຶ່ງຈະຈັດຂຶ້ນຢູ່ ນະຄອນຫຼວງໂຕກຽວ, ຍີ່ປຸ່ນ ໃນວັນທີ 8-9 ຕຸລາ 2018.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484697
ມື້ນີ້8
ມື້ວານ205
ອາທິດນີ້1135
ເດືອນນີ້4002