ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 19, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 8 ແລະ ກອງປະຊຸມເວທີພາກພື້ນອາຊຽນ (ເອອາເອບ) ຄັ້ງທີ 25

aea meeting1

aea meeting2

aea meeting3

aea meeting4

    ໃນວັນທີ 4 ສິງຫາ 2018 ທີ່ ສິງກະໂປ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 19, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 8 ແລະ ກອງປະຊຸມເວທີພາກພື້ນອາຊຽນ (ເອອາເອບ) ຄັ້ງທີ 25.

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 19 ໄດ້ຢຳ້ຄືນບົດບາດຄວາມສຳຄັນຂອງ ຂອບການຮ່ວມມື ອາຊຽນບວກ ສາມ ໃນການເປັນກຳລັງຂັບເຄື່ອນຫຼັກ ເພື່ອກ້າວໄປສູ່ເປົ້າໝາຍໄລຍະຍາວ ຂອງການສ້າງປະຊາຄົມ ອາຊີຕາເວັນອອກ ທີ່ມີອາຊຽນ ເປັນໃຈກາງ. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດ ສາມຝ່າຍລະຫວ່າງ ສປ ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ ຄັ້ງທີ 7 ໃນເດືອນ ພຶດສະພາ 2018 ທີ່ ຍີ່ປຸ່ນ ຊຶ່ງໄດ້ປະກອບສ່ວນສ້າງທ່ວງທ່າທີ່ດີ ໃຫ້ແກ່ການຮ່ວມມືອາຊຽນບວກສາມ. ກອງປະຊຸມ ສະແດງຄວາມເພິ່ງພໍໃຈ ຕໍ່ຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດແຜນວຽກການຮ່ວມມືອາຊຽນບວກສາມ ສຳລັບ 2018-2020 ແລະ ບັນດາຂໍ້ສະເໜີແນະ ຂອງໜ່ວຍງານວິໄສທັດອາຊີຕາເວັນອອກ II (EAVG II) ໃນໄລຍະຫນຶ່ງປີຜ່ານມາ ຊຶ່ງກວມເອົາຫຼາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ ແລະ ການເງິນ, ການເຊື່ອມຈອດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮັດແຄບຄວາມແຕກໂຕນ, ການສຶກສາ, ສາທາ, ໄພພິບັດທຳມະຊາດ, ການຕ້ານອາຊະກຳຂ້າມຊາດ ແລະ ອື່ນໆ. ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ຄວາມສຳຄັນຂອງການຄ້າຫຼາຍຝ່າຍແບບເສລີ ແລະ ເປີດກວ້າງ ໃນທ່າມກາງມາດຕະການປົກປ້ອງຕະຫຼາດພາຍໃນຂອງບາງປະເທດ. ກອງປະຊຸມ ເຫັນດີເພີ່ມທະວີການຮ່ວມມືດ້ານເສດຖະກິດ ລວມທັງການສ້າງຄວາມສາມາດເພື່ອຮັບມືກັບ ຜົນກະທົບຂອງ ການປະຕິວັດດ້ານອຸດສະຫະກຳ ແລະ ການພັດທະນາເສດຖະກິດດີຈີຕອນ ແລະ ເຄືອຂ່າຍຕົວເມືອງທັນສະໄໝ ແລະ ຕົວເມືອງວັດທະນະທໍາ. ອັນສຳຄັນ, ກອງປະຊຸມ ໄດ້ເນັ້ນຄວາມສຳຄັນຂອງການສົ່ງເສີມລະບົບການຄ້າສາກົນທີ່ເປີດກວ້າງ ແລະ ເສລີ ແລະ ຢຳ້ຄືນ ຄວາມໝາຍໝັ້ນ ໃນການເຮັດວຽກຮ່ວມກັນ ເພື່ອເລັ່ງລັດການເຈລະຈາ ສັນຍາຄູ່ຮ່ວມທາງເສດຖະກິດແບບຮອບດ້ານ ລະດັບພາກພື້ນ (RCEP) ໃຫ້ສຳເລັດພາຍໃນທ້າຍປີ 2018.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 8 ໄດ້ຢຳ້ຄືນບົດບາດສຳຄັນ ຂອງ ອີເອເອັສ ໃນການເປັນເວທີປຶກສາຫາລືລະດັບຜູ້ນໍາ ກ່ຽວກັບ ບັນຫາຍຸດທະສາດ, ການເມືອງ, ເສດຖະກິດ, ແລະ ຄວາມສົມບູນພູນສຸກໃນພາກພື້ນອາຊີຕາເວັນອອກ. ກອງປະຊຸມ ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງຜູ້ນໍາ ອີເອເອສ ໃນໄລຍະ 1 ປີຜ່ານມາ ແລະ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ມະນິລາ ຂອງການຮ່ວມມືຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ສຳລັບ 2018-2022 ໃນຂົງເຂດ ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ການເງິນ, ສາທາລະນະສຸກ ແລະ ການຕ້ານພະຍາດລະບາດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ເສດຖະກິດ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮ່ວມມືທາງທະເລ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ການເປີດນຳໃຊ້ ເວັບໄຊ ອີເອເອສ ຢ່າງເປັນທາງການ ເຊິ່ງຈະເປັນຊ່ອງທາງໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຂອງ ສາທາລະນະຊົນ ຕໍ່ ການຮ່ວມມືໃນຂອບ ອີເອເອສ ໃຫ້ຫລາຍຂຶ້ນ. ນອກນີ້, ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການ ສົ່ງເສີມການຄ້າຫຼາຍຝ່າຍແບບເສລີ ແລະ ເປີດກວ້າງ ໃນທ່າມກາງສະພາບທ່າອ່ຽງປົກປ້ອງຕະຫລາດພາຍໃນ ແລະ ຊຸກຍູ້ການເລັ່ງລັດ ການເຈລະຈາສັນຍາຄູ່ຮ່ວມ ທາງເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ໃຫ້ສຳເລັດໃນທ້າຍປີນີ້, ສະພາບການທີ່ມີການພັດທະນາ ໃນທາງບວກຢູ່ແຫຼມເກົາຫຼີ, ສະພາບການໃນທະເລຈີໃຕ້, ການຮ່ວມມືເພື່ອຕ້ານອາຊະຍາກຳຂ້າມຊາດ ແລະ ການກໍ່ການຮ້າຍໃນພາກພື້ນ, ແລະ ແນວຄວາມຄິດກ່ຽວກັບພາກພື້ນອິນໂດປາຊີຟິກ. ພ້ອມນີ້, ກອງປະຊຸມ ກໍໄດ້ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13 ທີ່ ຈະຈັດຂຶ້ນໃນເດືອນພະຈິກ 2018 ທີ່ ສິງກະໂປ ແລະ ໄດ້ຮັບຊາບຄວາມຄືບຫນ້າ ຂອງການຮ່າງບັນດາເອກະສານຜົນຂອງກອງປະຊຸມດັ່ງກ່າວ.

 

ກອງປະຊຸມເວທີພາກພື້ນອາຊຽນ (ARF) ຄັ້ງທີ 25 ໄດ້ທົບທວນຄືນ ແລະ ສະແດງຄວາມເພິ່ງພໍໃຈ ຕໍ່ການຮ່ວມມືໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ພວມຜັນແປ ເປັນຕົ້ນແມ່ນບັນຫາການກໍ່ການຮ້າຍ, ລັດທິຫົວຮຸນແຮງ, ສະພາບການຢູ່ຕາເວັນອອກກາງ, ສະພາບການຢູ່ແຫຼມເກົາຫຼີ, ບັນຫາທະເລຈີນໃຕ້, ບັນຫາອາຊະຍາກຳຂ້າມຊາດ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ການປ່ຽນແປງດິນຟ້າອາກາດ, ໂດຍສະເພາະໄພພິບັດທໍາມະຊາດ ແລະ ບັນຫາອື່ນໆ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຮ່ວມມືຕ່າງໆ ໃນການກູ້ໄພ ແລະ ບັນເທົາທຸກໄພນໍ້າຖ້ວມໃນຄັ້ງນີ້. ກອງປະຊຸມ ຍັງໄດ້ຮັບຮອງເອົາບັນດາກິດຈະກໍາຂອງ ARF ທີ່ຈະຈັດຕັ້ງປະຕິບັດໃນສົກປີ 2018-2019, ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮ່ວມມືດ້ານການຄຸ້ມຄອງໄພພິບັດ. ກອງປະຊຸມ ໄດ້ຮັບຮອງການເປັນປະທານຮ່ວມຂອງ ສປປ ລາວ, ຈີນ ແລະ ການາດາ ໃນການເປັນປະທານຮ່ວມ ກອງປະຊຸມເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ (ARF ISM on Disaster Relief) ສໍາລັບ ຊຸມປີຕໍ່ໜ້າ. ພ້ອມດຽວກັນ, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງຫຼັກການໃນການປຶກສາຫາລື ແລະ ຖືເອົາການຕົກລົງດ້ວຍຄວາມເປັນເອກະສັນ ແລະ ດໍາເນີນໄປໃນຈັງຫວະທີ່ທຸກຝ່າຍ ມີຄວາມສະບາຍໃຈ ສໍາລັບການຮ່ວມມືໃນຂອບເວທີພາກພື້ນອາຊຽນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485355
ມື້ນີ້56
ມື້ວານ227
ອາທິດນີ້391
ເດືອນນີ້4660