ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີຊັກທຸງອາຊຽນຂຶ້ນເສົາ ເນື່ອງໃນໂອກາດວັນຄົບຮອບ 51 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 21 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

2018810ASEANFlagHoistingCeremony12018810ASEANFlagHoistingCeremony4

2018810ASEANFlagHoistingCeremony2

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານໃນພິທີຊັທຸງອາຊຽນຂຶ້ນເສົາ ເພື່ອສະເຫຼີມສະຫຼອງໂອກາດຄົບຮອບ 51 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967 – 8 ສິງຫາ 2018) ແລະ ຄົບຮອບ 21 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2018) ໂດຍການເຂົ້າຮ່ວມໃນພິທີຄັ້ງນີ້ມີ ບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ຮອງລັດຖະມົນຕີ, ເອກະອັກຄະລັດຖະທູດຂອງປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ປະຈຳ ສປປ ລາວ, ຕາງໜ້າຈາກອົງການຈັດ ຕັ້ງສາກົນ, ຄະນະກົມ ແລະ ພະນັກງານລັດຖະກອນຈຳນວນໜຶ່ງ.

          ໃນພິທີເປີດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະກວ່າເຄິ່ງສັດຕະວັດທີ່ຜ່ານມາ, ແລະ ເຖິງແມ່ນວ່າ ຈະມີຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ, ແຕ່ພາກພື້ນ ແລະ ປະຊາຊົນຂອງພວກເຮົາ ກໍໄດ້ຢູ່ຮ່ວມກັນຢ່າງມີສັນຕິພາບ ແລະ ສະຖຽນລະພາບ ກໍຄື ໝາກຜົນຂອງການຮ່ວມມືທີ່ຮັດແໜ້ນລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງອາຊຽນກັບປະເທດເພື່ອນມິດທົ່ວໂລກ ໂດຍສະເພາະແມ່ນປະເທດຄູ່ເຈລະຈາ.

          “ອາຊຽນ ໃນປັດຈຸບັນ ເປັນໜຶ່ງໃນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກທີ່ມີການເປີດກວ້າງສູ່ພາຍນອກ ແລະ ມີບົດບາດສຳຄັນໃນໂຄງສ້າງພາກພື້ນທີ່ເປີດກວ້າງ ແລະ ກວມລວມ ໂດຍມີອາຊຽນເປັນໃຈກາງ. ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນຄອບຄົວອາຊຽນ ແລະ ຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ທຸກຄູ່ຮ່ວມມືຂອງອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກ ຕະຫຼອດໄລຍະ 2 ທົດສະວັດຜ່ານມາ” ທ່ານ ໄດ້ກ່າວຕື່ມ.

          ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງລົ້ນເຫຼືອ, ການຊ່ວຍເຫຼືອຢ່າງທັນການ ແລະ ຄວາມພະຍາຍາມໃນການຊ່ວຍບັນເທົາທຸກ ໃຫ້ແກ່ ສປປ ລາວ ໂດຍບັນດາປະເທດສະມາຊິກອາຊຽນ ກໍຄື ສູນປະສານງານອາຊຽນ ເພື່ອການຊ່ວຍເຫຼືອທາງດ້ານມະນຸດສະທຳໃນການຄຸ້ມຄອງໄພພິບັດ (ສູນ AHA), ຄູ່ຮ່ວມເຈລະຈາອາຊຽນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕໍ່ເຫດການໄພນໍ້າຖ້ວມທີ່ເກີດຈາກຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍພັງຢູ່ ແຂວງອັດຕະປື.​ ສິ່ງດັ່ງກ່າວ ແມ່ນສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະ ຄວາມໂອບເອື້ອອາລີກັນພາຍໃນຄອບຄົວອາຊຽນ ກໍຄື ອາຊຽນບວກກັບຄູ່ຮ່ວມຈາກພາຍນອກ.

          ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ຫຼື ອາຊຽນ) ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ຊຶ່ງປັດຈຸບັນປະກອບມີ ປະເທດສະມາຊິກທັງໝົດ 10 ປະເທດ ໄດ້ແກ່ ບູຮໄນ ດາຣູສະລາມ, ຣາຊະອານະຈັກ ກຳປູເຈຍ, ສາທາລະນະລັດ ອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາເລເຊຍ, ສາທາລະນະລັດ ມຽນມາ, ສາທາລະນະລັດ ຟີລິບປິນ, ສາທາລະນະລັດ ສິງກະໂປ, ຣາຊະອານະຈັກ ໄທ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483941
ມື້ນີ້65
ມື້ວານ183
ອາທິດນີ້379
ເດືອນນີ້3246