ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງອຸປະທູດ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ

02018.8.21 slx hup l

ໃນວັນທີ 21 ສິງຫາ 2018, ເວລາ 9:00 ໂມງ, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ Claude Jentgen, ອຸ​ປະ​ທູດ ແຫ່ງ ລາຊະອານາຈັກ ລຸກ​ຊຳ​ບວກ ປະຈຳ ສປປ ລາວ.

ຊຶ່ງໃນໂອກາດນີ້, ທ່ານລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ທ່ານອຸ​ປະ​ທູດທີ່ໄດ້​ປະ​ຕິ​ບັດໜ້າທີ່ການທູດຂອງຕົນ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມຢູ່ ສປປ ລາວ ໂດຍໄດ້ປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມ​ຂະ​ຫຍາຍສາຍພົວພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອັນ​ມີ​ໝາກ​ຜົນ ລະຫວ່າງ ສອງ ປະເທດ. ທ່ານລັດຖະມົນຕີໄດ້ສະ​ແດງ​ຄວາມ​ຂອບ​ໃຈ​​ຕໍ່ການຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ຂອງ​ລຸ​ກ​ຊຳ​ບວກ​ໃຫ້ ແກ່ ສ​ປ​ປ ລາວ​ໃນ​ຫຼາຍ​ຂະ​ແໜງ​ການ, ເປັນ​ຕົ້ນ​ແມ່ນ​ ສາ​ທາ​ລະ​ນະ​ສຸກ, ພັດ​ທະ​ນາ​ຊົນ​ນະ​ບົດ, ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ອຶ່ນໆ. ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ໄດ້​ເພີ້ມ​ຂຶ້ນ​ແຕ່​ລະ​ໄລ​ຍະ​ໂດຍ​ສະ​ເພາະ​ແມ່ນແຜນ​ການ​ຮ່ວມ​ມື (ICP 2016-2020) ມູນ​ຄ່າ 75 ລ້ານ​ເອີ​ໂຣຊຶ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​​ໃນ​ສປ​ປ ລາວ ເທື່ອ​ລະ​ກ້າວ. ຄຽງ​ຄູ່​ກັນ​ນັ້ນ, ທັງສອງຝ່າຍຍັງໄດ້ມີການແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນກ່ຽວກັບ​ທິດ​ທາງການເສີມຂະຫຍາຍການ ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ ​ລະ​ຫວ່າງ ສອງປະເທດ​ໃຫ້​ເຂັ້ມ​ແຂງ ແລະ ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນໃນຕໍ່ໜ້າ. ​ໃນ​ຕອນ​ທ້າຍ​ນີ້, ທ່ານລັດ​ຖະ​ມົນ​ຕີ ສ​ະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍ່​ໄດ້​ອວຍ​ພອນ​ໃຫ້​ອຸ​ປະ​ທູດທ່ານ Claude Jentgen, ​ຈົ່ງ​ເດີ​ນ​ທາງ​ກັບ​ຄືນ​ປະ​ເທດດ​້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ​ ປະ​ສົບຜົນ​ສຳ​ເລັດ​ທຸກ​ປະ​ການໃນ​ໜ້າ​ທີ່​ໃໝ່​ຂອງ​ທ່ານ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480216
ມື້ນີ້46
ມື້ວານ157
ອາທິດນີ້614
ເດືອນນີ້6447