ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດລາວ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ

 

2018082528MofaMNSvisitChina2

ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ

ສະຫາຍ ຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພົບປະເຮັດວຽກນຳກັນ

 

2018082528MofaMNSvisitChina3

ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ 

ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫວາງ ສີ ຊານ, ຮອງປະທານປະເທດ ແຫ່ງ ສປ ຈີນ 

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫວາງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໃນລະຫວ່າງວັນທີ 25-28 ສິງຫາ 2018, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງປະເທດ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ໃນວັນທີ 26 ສິງຫາ 2018, ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ຫວາງອີ້ ໄດ້ພົບປະເຮັດວຽກນຳກັນ ທີ່ ເຮືອນຮັບແຂກລັດຖະບານ, ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ, ເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ເວົ້າລວມ, ເວົ້າສະເພາະ ຕີລາຄາສູງຕໍ່ການຮ່ວມມືຢ່າງໃກ້ຊິດ, ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ຈີນ ເພື່ອພ້ອມກັນຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາທັງສອງພັກ-ສອງລັດ ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ-ການລົງທຶນ ກໍຄືການຮ່ວມມືດ້ານການສຶກສາ, ວັດທະນະທຳ-ສັງຄົມ ແລະ ໃນຂະແຫນງການອື່ນໆ ລະຫວ່າງ ສອງປະເທດທີ່ໄດ້ມີການຂະຫຍາຍຕົວ ແລະ ພັດທະນາຂຶ້ນເລື້ອຍໆ, ໂດຍສະເພາະ ຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນໂຄງການບູລິມະສິດ ຂອງສອງລັດຖະບານ. ການປຶກສາຫາລືແລກປ່ຽນຄຳເຫັນໄດ້ລົງເລິກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ, ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດລາວ-ຈີນ ວ່າດ້ວຍ ການເພີ່ມທະວີການຮ່ວມມືໃນສະພາບການໃໝ່ ແລະ ທິດທາງການຮ່ວມມື ລະຫວ່າງສອງກະຊວງ ໃນຕໍ່ໜ້າ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືກັນໃນຂອບການຮ່ວມມືພາກພື້ນ ແລະ ອານຸພາກພື້ນຕ່າງໆ, ໂດຍສະເພາະ ການເປັນປະທານຮ່ວມລາວ-ຈີນ ໃນກົນໄກການຮ່ວມມືແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ, ສົກປີ 2018-2020 ແລະ ຈະເປັນເຈົ້າພາບຈັດກອງປະຊຸມແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນທ້າຍປີ 2018 ນີ້.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ, ລັດຖະບານ, ປະຊາຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການດ້ານມະນຸດສະທຳແກ່ ສປປ ລາວ ທັງວັດຖຸສິ່ງຂອງ, ປັດໄຈຕ່າງໆລວມທັງເງິນ ແລະ ທີມງານກູ້ໄພໄປຊ່ວຍປະຊາຊົນຜູ້ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກເຫດການຄູກັ້ນນຳ້ຂອງເຂື່ອນເຊປຽນ-ເຊນຳ້ນ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນເດືອນຜ່ານມາ, ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ການຊ່ວຍເຫຼືອເພື່ອການພັດທະນາຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຫຼາຍຮູບແບບເປັນຈຳນວນຫຼວງຫຼາຍໃນແຕ່ລະປີ, ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ໃນແຕ່ລະໄລຍະຢ່າງຕໍ່ເນື່ອງ.

ໃນຂະນະດຽວກັນ, ສະຫາຍ ຫວາງ ອີ້ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ແລະ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດ ທີ່ມີໜ້າທີ່ໂດຍກົງ ໃນການຊຸກຍູ້ໃຫ້ແກ່ການຕົກລົງຂອງການນຳສອງປະເທດ ໂດຍສະເພາະການຕົກລົງຮ່ວມກັນ ໃນໂອກາດ ສະຫາຍປະທານ ສີ ຈິ້ນ ຜິງ ໄປຢ້ຽມຢາມລາວ ໃນທ້າຍປີ 2017 ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ການເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ ລະຫວ່າງ ລາວ ແລະ ຈີນ.

ໃນວັນດຽວກັນ, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫວາງ ສີ ຊານ, ຮອງປະທານປະເທດ ແຫ່ງ ສປ ຈີນ, ທີ່ຫ້ອງວ່າການສູນກາງພັກ, ຊຶ່ງໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມ ໄມຕີຈິດມິດຕະພາບຖານເພື່ອນມິດສະຫາຍອ້າຍນ້ອງ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນອັນດີນຳກັນ ຢ່າງເປັນກັນເອງ ແລະ ກົງໄປກົງມາ.

ໃນວັນທີ 27 ສິງຫາ 2018, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຢ້ຽມຢາມແຂວງຢຸນນານ ແລະ ພົບປະເຮັດວຽກກັບ ສະຫາຍ ຈາງ ກົວ ຮວາ, ຮອງເຈົ້າແຂວງໆຢຸນນານ ຕື່ມອີກ, ໄດ້ສ້າງຄວາມສະໜິດສະໜົມແລະສືບຕໍ່ຢືນຢັນການຮ່ວມມືກັບແຂວງຢຸນນານ ໃນຖານະທີ່ເປັນແຂວງທີ່ມີຊາຍແດນຕິດກັບ ສປປ ລາວ ແລະ ມີຄວາມສຳຄັນທາງດ້ານທີ່ຕັ້ງຍຸດທະສາດ ໃຫ້ແກ່ການເສີມຂະຫຍາຍການຮ່ວມມືສອງຝ່າຍລາວ-ຈີນ ແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ). ໃນໂອກາດນີ້, ສະຫາຍ ຮອງເຈົ້າແຂວງໆຢຸນນານ ໄດ້ມອບເງິນ ຈຳນວນ 1 ລ້ານຢວນ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນເທົາທຸກແກ່ປະຊາຊົນຜູ້ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກເຫດການໄພພິບັດນໍ້າຖ້ວມຢູ່ ສປປ ລາວ.

 

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117