ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແລະ ພົບປະ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ

02018913 pm pjop paty1

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ

ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

02018913 pm pjop paty2

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ

ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

02018913 pm pjop paty3

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າພົບປະ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ

02018913 pm pjop paty4

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າພົບປະ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ

 

ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມເວທີປືກສາຫາລືເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27 ທີ່ ຮ່າໂນ້ຍ, ສສ.ຫວຽດນາມ, ໃນຕອນເຊົ້າວັນທີ 13 ກັນຍາ 2018, ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະຜູ້ແທນເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈ້ອງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກຄອມມູນິດຫວຽດນາມ. ໃນໂອກາດດັ່ງກ່າວນີ້, ສະຫາຍ ຫງວຽນ ຟູ ຈ້ອງ ກໍໄດ້ສະແດງຄວາມຍີ່ນດີຕ້ອນຮັບຢ່າງອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມເຮັດວຽກຢູ່ ສສ.ຫວຽດນາມ ໃນຄັ້ງນີ້, ເຊິ່ງເປັນຂີດໝາຍອັນສຳຄັນປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນອັນພິເສດ ແລະ ການພົວພັນຮ່ວມມືຮອບດ້ານ, ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ທີ່ມີມາແຕ່ດົນນານນັ້ນ, ໂດຍສະເພາະແມ່ນການແລກປ່ຽນບົດຮຽນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆໃຫ້ແຕກດອກອອກຜົນຍີ່ງໆຂື້ນ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍ ຫງວຽນ ຟູ ຈ້ອງ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທີ່ໄດ້ສະລະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈຢ່າງສູງມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ປະຊາຊົນລາວໃນເມືອງສະໜາມໄຊ, ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ.

ໃນຕອນເຊົ້າຂອງວັນດຽວກັນ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ນຳພາຄະນະຜູ້ແທນພົບປະສອງຝ່າຍກັບ ສະຫາຍ ຫງວຽນ ຊັວນ ຟຸກ, ນາຍົກລັດຖຖະມົນຕີ ແຫ່ງ ສສ.ຫວຽດນາມ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມໃນການເປັນເຈົ້າພາບ ຈັດກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກວ່າດ້ວຍ ອາຊຽນ ທີ່ ຮ່າໂນ້ຍ, ຊຶ່ງເປັນການປະກອບສ່ວນຍົກສູງຖານະບົດ ບາດ, ຊື່ສຽງຂອງ ສສ.ຫວຽດນາມ ຢູ່ໃນເວທີສາກົນຂື້ນອີກບາດກ້າວໜື່ງ. ການພົບປະສອງຝ່າຍໃນຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຕ້ອນຮັບອັນອົບອຸ່ນມາຍັງສະຫາຍ ຫງວຽນ ຊັວນ ຟຸກ ແລະ ໄດ້ພົບປະກັນເປັນປົກກະຕິໃນທຸກໆກອງປະຊຸມທີ່ສຳຄັນໃນພາກພື້ນ ແລະ ສາກົນ, ເຊິ່ງສະແດງເຖີງມູນເຊື້ອສາຍພົວພັນພິເສດ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂື້ນ, ແລະ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງສະຫາຍນາຍົກລັດ ຖະມົນຕີ ແລະ ພັກ-ລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່ສ້າງ ເງື່ອນໄຂອຳນວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ມາຕະຫຼອດ, ພ້ອມທັງເຊື່ອໜັ້ນວ່າສອງນາຍົກພວກເຮົາຈະພ້ອມກັນເຮັດວຽກຮ່ວມກັນ ບົນຈິດໃຈການຕົກລົງຂອງສອງພັກພັກສອງລັດ ແລະ ສັນຍາຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ.

ໃນໂອກາດດັ່ງກ່າວນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ໂດຍສະເພາະມາຍັງສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊັວນ ຟຸກ, ທີ່ໄດ້ສົ່ງຄວາມເຫັນອົກເຫັນໃຈ ແລະ ການຊ່ວຍເຫຼືອເປັນເງີນ, ວັດຖຸສິ່ງຂອງບັນເທົາທຸກ, ທີມກູ້ໄພ, ແພດໝໍ ແລະ ອຸປະກອນຕ່າງໆໄປຊ່ວຍໄປຊ່ວຍເຫຼືອຕໍ່ເຫດການໄພພິບັດຢູ່ແຂວງ ອັດຕະປືໄດ້ທັນການ, ໃນຂະນະທີ່ປະຊາຊົນຫວຽດນາມ ໄດ້ປະສົບໄພທໍາມະຊາດອັນຮ້າຍແຮງ, ມີຝົນຕົກໜັກ ຢູ່ຫຼາຍແຂວງພາກເໜືອຂອງຫວຽດນາມເຊັ່ນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເຫັນອົກເຫັນໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງມານະໂອກາດນີ້ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480341
ມື້ນີ້171
ມື້ວານ157
ອາທິດນີ້739
ເດືອນນີ້6572