ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ກຳປູເຈຍ ສືບຕໍ່ແກ້ໄຂບັນຫາຊາຍແດນ, ກໍາປູເຈຍ ຖອນກຳລັງທະຫານອອກຈາກຈຸດຄົງຄ້າງ

2018.09.18 Laos-Cambodia Border dispute

 

            ພາຍຫລັງສຳເລັດການພົບປະສອງຝ່າຍ ຢູ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ໃນວັນທີ 13 ກັນຍາ 2018, ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໄດ້ຮ່ວມກັນຖະແຫລງຜົນ ການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ, ໂດຍ ທ່ານ ສົມເດັດ ຮຸນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ, ເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ.

       ທ່ານ ສົມເດັດ ຮຸນ ເຊນ ໄດ້ກ່າວວ່າ: ເປັນການແຈ້ງຂ່າວຢ່າງຊັດເຈນ ຕໍ່ປະຊາຊົນຂອງສອງປະເທດ ເພື່ອເປັນຫລັກຖານອັນໜຶ່ງ ໃຫ້ແກ່ປະຊາຊົນ ກໍ່ຄື ທະຫານກອງທັບສາມາດປະຕິບັດ. ເທື່ອນີ້ເປັນຄັ້ງທີສາມ, ທີ່ ລາວ ແລະ ກຳປູເຈຍ ໄດ້ຮ່ວມຖະແຫລງການຮ່ວມ ມີຢູ່ນະຄອນຫລວງວຽງຈັນ, ພະນົມເປັນ ແລະ ຮ່າໂນ້ຍ. ຂ້າພະເຈົ້າຖືໂອກາດນີ້ ເພື່ອຊີ້ແຈງກ່ຽວກັບເຂດຫ້ວຍຕະເງົ້າ ເຊິ່ງພວກເຮົາຖືວ່າເປັນເຂດທີ່ຍັງບໍ່ທັນແກ້ໄຂ, ໃນນັ້ນພວກເຮົາມີເງື່ອນໄຂສາມຢ່າງ ກ່ຽວກັບ ເຂດທີ່ຍັງບໍ່ທັນແກ້ໄຂນີ້ຄື: ອັນໜຶ່ງ ບໍ່ໃຫ້ມີກອງທັບທະຫານ, ສອງ ບໍ່ໃຫ້ມີປະຊາຊົນຢູ່ທີ່ນັ້ນ, ສາມ ຕ້ອງລາດຕະເວນຮ່ວມກັນ. ການລາດຕະເວນຮ່ວມກັນ, ພວກເຮົາສາມາດເດີນທາງທາງບົກ ແລະ ໃຊ້ໂດຣນໄດ້; ການລາດຕະເວນທາງບົກກໍຕ້ອງຮ່ວມກັນ, ການໃຊ້ໂດຣນກໍຕ້ອງໃຊ້ຮ່ວມກັນ.

      ກ່ຽວກັບການຖອນທະຫານຂອງຝ່າຍກຳປູເຈຍ, ຂ້າພະເຈົ້າ ໄດ້ລົມກັນກັບນາຍົກລັດຖະມົນຂອງລາວແລ້ວວ່າ ຂ້າພະເຈົ້າ ໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນກຳລັງອອກຈາກເຂດຫ້ວຍຕະເງົ້າ ນັບແຕ່ດຽວນີ້ຈົນຮອດ 5 ໂມງແລງມື້ອື່ນ ແລະ ກຳລັງນີ້ເຄີຍລາດຕະເວນແຕ່ຝ່າຍດຽວ, ດຽວນີ້ໃຫ້ຖອນກຳລັງທະຫານອອກຈາກເຂດດັ່ງກ່າວໃຫ້ໝົດ. ສິ່ງໃໝ່ໆທີ່ພວກເຮົາສ້າງຂຶ້ນແມ່ນ ເພື່ອຄວາມໄວ້ເນື້ອເຊື່ອໃຈຮ່ວມກັນ, ພວກເຮົາຕົກລົງໃຫ້ມີການລາດຕະເວນຮ່ວມສອງປະເທດ, ແຕ່ກ່ອນຕ່າງຝ່າຍຕ່າງລາດຕະເວນຂອງໃຜຂອງລາວ, ຝ່າຍທະຫານກຳປູເຈຍ ກໍລາດຕະເວນຢູ່ທາງເບື້ອງກຳປູເຈຍ, ຝ່າຍລາວ ກໍລາດຕະເວນຢູ່ເບື້ອງຂອງລາວ. ປະຈຸບັນນີ້ພວກເຮົາຕ້ອງມີການລາດຕະເວນຮ່ວມກັນ. ກ່ຽວກັບເລື່ອງການແກ້ໄຂບັນຫາແຜນທີ່, ນາຍົກລັດຖະມົນຕີຂອງສອງປະເທດ ກໍໄດ້ຕົກລົງກັນແລ້ວໃຫ້ປະເທດຝຣັ່ງ ຊ່ວຍສົ່ງແຜນທີ່ມາໃຫ້ພວກເຮົາເປັນຜູ້ຖ່າຍທອດ. ເວົ້າລວມເຂດຫ້ວຍຕະເງົ້າຕິດກັບ ຊາຍແດນຫ້ວຍອາໄລໄປຮອດຊາຍແດນລາວ ເປັນເຂດທີ່ພວກເຮົາຍັງບໍ່ທັນໄດ້ແກ້ໄຂ, ເປັນຈຸດຄົງຄ້າງ ແລະ ເຂດດັ່ງກ່າວຕ້ອງໄດ້ຢັ້ງຢືນວ່າ ຢູ່ໃນສາມເງື່ອນໄຂຂອງພວກເຮົາທັງສອງຝ່າຍ ທີ່ໄດ້ເວົ້າມາຄື: ໜຶ່ງ ບໍ່ໃຫ້ມີກຳລັງທະຫານ, ສອງ ບໍ່ໃຫ້ປະຊາຊົນເຂົ້າມາດຳເນີນທຸລະກິດ ຫລື ທຳມາຫາກິນ ແລະ ສາມ ຖ້າຫາກວ່າຢາກລາດຕະເວນ ກໍ່ຕ້ອງມີການລາດຕະເວນຮ່ວມກັນ.

              ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ກໍ່ໄດ້ກ່າວ: ການພົບປະຂອງສອງນາຍົກໃນຄັ້ງນີ້ ໄດ້ຕົກລົງບັນຫາສຳຄັນຄືກັນກັບ ນາຍົກ ຮຸນ ເຊນ ໄດ້ສະເໜີໄປແລ້ວນັ້ນ, ພວກເຮົາຢືນຢັນວ່າເຂດນີ້ຍັງເປັນເຂດຄົງຄ້າງມິດຕະພາບ ທີ່ສອງລັດຖະບານໄດ້ຕົກລົງກັນມານັ້ນ ແຕ່ຂ້າພະເຈົ້າຄິດວ່າ ການຕົກລົງໃນມື້ນີ້ ເປັນການຕົກລົງທີ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ສອງປະເທດ ກໍຄືສ້າງຄວາມອຸ່ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ. ສາມຫລັກການທີ່ ສົມເດັດ ຮຸນ ເຊນ ໄດ້ສະເໜີມານັ້ນ, ພວກເຮົາສອງຝ່າຍ ຈະພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ເວລາດຽວກັນນັ້ນ ກໍເຫັນດີກັບ ສົມເດັດ ຮຸນ ເຊນ, ສອງກະຊວງການຕ່າງປະເທດ ຕ້ອງສະເໜີໄວໄປໃຫ້ປະເທດຝຣັ່ງ ເພື່ອໃຫ້ສົ່ງແຜນທີ່ມາໃຫ້ພວກເຮົາເພື່ອສືບຕໍ່ສຶກສາ; ໃຫ້ສອງຄະນະກຳມະການຊາຍແດນທີ່ຖືກແຕ່ງຕັ້ງນັ້ນ ສືບຕໍ່ລົງໄປສະຖານທີ່ ເພື່ອໃຫ້ສຶກສາຄົ້ນຄວ້າ, ຖ້າຫາກວ່າບ່ອນໃດມີການລະເມີດ, ສອງຄະນະກຳມະການຊາຍແດນພ້ອມກັນແກ້ໄຂໂລດ ເພື່ອບໍ່ໃຫ້ເລື່ອງມັນບານປາຍອອກໄປ. ຂ້າພະເຈົ້າຄິດວ່າສອງນາຍົກພວກເຮົາໄດ້ລົງກັນແລ້ວ ຈະໄດ້ສືບຕໍ່ຊີ້ນຳຢ່າງໃກ້ຊິດ ເພື່ອເຮັດໃຫ້ການແກ້ໄຂບັນຫາຊາຍແດນ ກ້າວໄປຕາມບາດກ້າວທີ່ພວກເຮົາໄດ້ເຄີຍຕົກລົງກັນ ຂ້າພະເຈົ້າຄິດວ່າການຕົກລົງຄັ້ງນີ້ ເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ເຮັດໃຫ້ສອງລັດຖະບານ ຮ່ວມມືກັນສ້າງໃຫ້ຊາຍແດນເປັນຊາຍແດນສັນຕິພາບ-ການຮ່ວມມື, ພວກເຮົາຍັງຕົກລົງກັນວ່າ ສອງຄະນະກຳມະການຮ່ວມມືຊາຍແດນຂອງລາວ-ກຳປູເຈຍ ຄວນພົບປະຫາລືກັນໄວ ເພື່ອປຶກສາຫາລືກັນໃນຫລາຍດ້ານ ໃນຕໍ່ໄປຜັນຂະຫຍາຍການຕົກລົງຂອງຂ້າພະເຈົ້າ ແລະ ສົມເດັດ ຮຸນ ເຊນ ທີ່ໄດ້ຕົກລົງກັນ ໃນເວລາທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມຢ່າງເປັນທາງການນັ້ນ ໃຫ້ເກີດໝາກເກີດຜົນ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484695
ມື້ນີ້6
ມື້ວານ205
ອາທິດນີ້1133
ເດືອນນີ້4000