ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການຮ່ວມຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບ ຜົນການພົບປະສອງຝ່າຍ ລາວ-ຍີ່ປຸ່ນ

2018.10.09 Lao-Japanese PMS

   ໃນຕອນບ່າຍວັນທີ່ 8 ຕຸລາ 2018,  ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍີ່ປຸ່ນ, ຫຼັງຈາກການພົບປະສຸດຍອດຂອງສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ແລ້ວ, ຜູ້ນຳທັງສອງໄດ້ຖະແຫຼງຂ່າວຮ່ວມຕໍ່ສືມວນຊົນກ່ຽວກັບຜົນການພົບປະສອງຝ່າຍລາວ-ຍີ່ປຸ່ນເພື່ອສືບຕໍ່ຢືນຢັນເຖີງການຜັນຂະຫຍາຍຂອງການ          ເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ ແລະ ລວງກ້ວາງຂວາງໃຫ້ແໜ້ນແຟ້ນຍີ່ງໆຂື້ນນັ້ນຜູ້ນຳທັງສອງໄດ້ເປັນເອກະພາບກັນດັ່ງນີ້:


1. ສປປ ລາວ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ແມ່ນໄດ້ຮັບການເສີມຂະຫຍາຍຂື້ນຢ່າງຕໍ່ເນື່ອງ, ເຊີ່ງໄດ້ສະແດງອອກໃນຜົນສຳເລັດຂອງຂົງເຂດການຮ່ວມມືຕ່າງໆເປັນຕົ້ນ: ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຢ່າງເປັນປົກກະຕິ, ການຮ່ວມມືດ້ານເສດຖະກິດກໍຄືດ້ານວັດທະນະທຳ-ສັງຄົມ ແລະ ການທ່ອງທ່ຽວແມ່ນມີການຂະຫຍາຍຕົວຂື້ນ.
2. ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໃນກອບຂອງການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃຕ້ຍຸດທະສາດໂຕກຽວ 2015 ແລະ ແຜນປະຕິບັດງານສຳລັບປີ 2016-2018 ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເຫັນດີຮ່ວມກັນເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ລາວ-ຍີ່ປຸ່ນ ໃຫ້ກ້າວສູ່ລວງເລີກຄຽງຄູ່ກັບການຍົກລະດັບການພົວພັນລະຫວ່າງແມ່ນໍ້າຂອງ ແລະ ຍີ່ປຸ່ນ ຂື້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ພ້ອມກັນພັດທະນາເສດຖະກິດ-ສັງຄົມເພື່ອຄວາມສົມບຸນພູນສຸກຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງກໍຄືການເສີມຂະຫຍາຍສາຍພົວພັນມິດຕະ

ພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍີ່ງໆຂື້ນ. ສປປ ລາວ ກຽມພ້ອມເຂົ້າຮ່ວມຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2018 ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ໃນຄັ້ງນີ້ໃຫ້ປະກົດຜົນເປັນຈີງ.
3. ສອງຝ່າຍຕີລາຄາສູງຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອແນໃສ່ຊ່ວຍເຫຼືອ ສປປ ລາວ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ່ 8, ກໍຄືແຜນຍຸດທະສາດເຖີງປີ 2025 ແລະ ວິໄສທັດເຖີງປີ  2030 ຂອງ ສປປ ລາວ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
4. ສປປ ລາວ ສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດເປັນຕົ້ນ: ໄພນໍ້າຖ້ວມ, ດີນເຈື່ອນ, ພະຍຸໄຕ້ຝຸ່ນ ແລະ ແຜ່ນດີນໄຫວ ໃນໄລຍະທີ່ຜ່ານມາ. ພ້ອມດຽວກັນນີ້, ສປປ ລາວ ກໍສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼື່ອອັນລໍ້າຄ່າແກ່ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂື້ນຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ສປປ ລາວ, ເຊີ່ງເປັນການຊ່ວຍເຫຼືອທີ່ທັນການ ແລະ ໄດ້ກາຍເປັນກຳລັງໃຈທີ່ສຳຄັນໃນການບັນເທົາທຸກແກ່ຜູ້ປະສົບເຄາະຮ້າຍຄັ້ງນີ້ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ.
5. ສປປ ລາວ ສະແດງຄວາມຂອບໃຈມາຍັງລັດຖະບານ ຍີ່ປຸ່ນ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດຕ່າງໆເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ, ການຊ່ວຍເຫຼືອດ້ານການເງີນ ແລະ ອື່ນໆ.
6. ສອງນາຍົກລັດຖະມົນຕີໄດ້ເປັນສັກຂີພິຍານໃນການລົງນາມສັນຍາການຮ່ວມມືສອງຝ່າຍຄື:
1) ເອກະສານແລກປ່ຽນໂຄງການເລັ່ງລັດການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນມູນຄ່າ 900 ລ້ານເຢນ.
2) ສັນຍາການຮ່ວມມືດ້ານວິຊາການ ລະຫວ່າງ ໂຮງໝໍມິດຕະພາບ ແລະ ສະຖາບັນຜ່າຕັດສະໝອງ ຄິຕາຮາຣະ ( Kitahara ) ຍີ່ປຸ່ນ.
7. ນອກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະນໍາກັນກ່ຽວກັບບັນຫາໃນພາກພື້ນ ແລະ
 ສາກົນອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
8. ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມີຄວາມເພີງພໍໃຈ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົບປະກັບພະນະທ່ານນາຍົກລັດຖະມົນຕີ ອາເບະ ໃນຄັ້ງນີ້ ແລະ ຫວັງວ່າຜົນຂອງການພົບປະໃນຄັ້ງນີ້ຈະໄດ້ນຳໄປສູ່ການຈັດຕັ້ງໃຫ້ເປັນຮູບປະທຳຢ່າງແທ້ຈີງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480264
ມື້ນີ້94
ມື້ວານ157
ອາທິດນີ້662
ເດືອນນີ້6495