ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ໂຕກຽວ, ປະເທດຍີ່ປຸ່ນ

          2018.10.09 Mekong-Japan 42018.10.09 Mekong-Japan 5           ໃນວັນທີ 9 ຕຸລາ 2018, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ໂຕກຽວ, ຍີ່ປຸ່ນ, ພາຍໃຕ້ການເປັນປະທານຂອງພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ມີບັນດາຜູ້ນຳຂອງ 5 ປະເທດແມ່ນໍ້າຂອງຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.


          ກອງປະຊຸມໄດ້ຕີລາຄາຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນວຽກຕ່າງໆພາຍໃຕ້ຍຸດທະສາດໂຕກຽວ 2015 ແລະ ແຜນປະຕິບັດງານສໍາລັບປີ 2016-2018 ຂອງຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືກ່ຽວກັບທິດທາງເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ, ໃນໂອກາດດັ່ງກ່າວບັນດາຜູ້ນໍາຂອງປະເທດແມ່ນໍ້າຂອງໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ຍີ່ປຸ່ນ ທີ່ໄດ້ມີຄວາມພະຍາຍາມສຸມໃສ່ການຊ່ວຍເຫລືອເພື່ອພັດທະນາພື້ນຖານໂຄງລ່າງອຸດສາຫະກຳພາກພື້ນແມ່ນ້ຳຂອງໃນໄລຍະ 3 ປີຜ່ານມາ ໂດຍສະເພາະ ການສະໜັບສະໜູນງົບປະມານຈໍານວນ 750 ຕື້ເຢັນ ເຂົ້າໃນການຈັດຕັ້ງປະຕິບັດໂຄງການຕ່າງໆຂອງແຜນຍຸດທະສາດໂຕກຽວ 2015 ແລະ ສະເໜີໃຫ້ຍີ່ປຸ່ນສືບຕໍ່ໃຫ້ການສະໜັບສະໜູນ; ສໍາລັບ ສປປ ລາວ ພະນະທ່ານ ນາຍົກລັດຖະມົນຕີໄດ້ແລກປ່ຽນທັດສະນະຕໍ່ກອງປະຊຸມວ່າ ສປປ ລາວ ມີຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການ ຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2015 ກໍຄືການຈັດຕັ້ງຜັນຂະຫຍາຍບັນດາແຜນວຽກ ແລະ ໂຄງການຕ່າງໆ, ຕະຫຼອດໄລຍະ 3 ປີ ຜ່ານມາ, ເຫັນວ່າຫຼາຍໂຄງການຢູ່ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເປັນຕົ້ນແມ່ນໃນຂົງເຂດການເຊື່ອມຈອດ ແລະ ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງ ການປັບປຸງເສັ້ນທາງຫມາຍເລກ 9, ໂຄງການສ້າງຂົວເຊກອງຢູ່ເສັ້ນທາງຫລວງແຫ່ງຊາດຫມາຍເລກ 16 B, ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ອື່ນໆ. ບັນດາໂຄງການເຫລົ່ານີ້ບໍ່ພຽງແຕ່ປະກອບສ່ວນອັນສໍາຄັນໃຫ້ແກ່ການເຊື່ອມໂຍງເສດຖະກິດ ລະຫວ່າງ ບັນດາປະເທດແມ່ນໍ້າຂອງດ້ວຍກັນເທົ່ານັ້ນ, ແຕ່ຍັງເປັນການສ້າງພື້ນຖານໂຄງລ່າງໃຫ້ແກ່ການເຊື່ອມຈອດຂອງພາກພື້ນອີກດ້ວຍ.
          ພ້ອມດຽວກັນນິ້,  ບັນດາຜູ້ນໍາຂອງປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຍັງໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາຍຸດທະສາດໂຕກຽວ 2018 ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງບັນ ດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຂຶ້ນສູ່ລະດັບຄູ່ຮ່ວມຍຸດທະສາດ ແລະ ຮັບປະກັນຜົນປະໂຫຍດລວມແຫ່ງສັນຕິພາບ, ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງໃຫ້ນັບມື້ນັບດີຂຶ້ນ, ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງປະເທດແມ່ນໍ້າຂອງ ລວມທັງ   ສປປ ລາວ ກັບ ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
          ນອກຈາກເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພະນະທ່ານ ນາຍົກ ລັດຖະມົນຕີ ກໍໄດ້ເຂົ້າຢ້ຽມຂໍ່ານັບເຈົ້າຈັກກະພັດຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ-ຍີ່ປຸ່ນ, ຮ່ວມພົບປະກັບຄະນະຮັບຜິດຊອບ ແລະ ນັກກິລາບານເຕະທີມຊາດຂອງບັນດາປະເທດແມ່ນໍ້າຂອງ, ເຂົ້າຮ່ວມເປັນສັກຂີພິຍານພິທີເຊັນສັນຍາ ແລະ ແລກປ່ຽນເອກະສານວ່າດ້ວຍການຊ່ວຍເຫຼືອດ້ານ UXO ລົງນາມໂດຍລັດຖະມົນຕີຕ່າງປະເທດຂອງ ລາວ ແລະ ຍີ່ປຸ່ນ, ເຂົ້າຮ່ວມພົບປະກັບສະມາຄົມມິດຕະພາບຝ່າຍລັດຖະສະພາ ຍີ່ປຸ່ນ-ແມ່ນໍ້າຂອງ ແລະ ເຂົ້າຮ່ວມເວທີສົນທະນາການລົງທຶນຢູ່ພາກພື້ນແມ່ນໍ້າຂອງຊຶ່ງຈັດຂຶ້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນເພື່ອເພີ່ມທະວີການຮ່ວມມື ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ພ້ອມທັງໄດ້ຕ້ອນຮັບການຢ້ຽມຄໍານັບຂອງໂຮງໝໍ ກິຕາຮາຣາ, ບໍລິສັດ Hitachi, ແລະ ບໍລິສັດ TEPCO ເພື່ອປືກສາຫາລືແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485797
ມື້ນີ້96
ມື້ວານ206
ອາທິດນີ້833
ເດືອນນີ້5102