ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມງານວາງສະແດງສີນຄ້ານຳເຂົ້າສາກົນຈີນ

2018.11.06 pm expro china1

ໃນຕອນເຊົ້າ ວັນທີ 5 ພະຈິກ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເປີດງານວາງສະແດງສີນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ທີ່ ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ການເປັນປະທານຂອງ ພະນະທ່ານ ສີ ຈີ້ນຜີງ, ປະທານປະເທດ ແຫ່ງ ສປ ຈີນ ຮ່ວມກັບ 12 ປະເທດທີ່ຖືກເຊີນມາຮ່ວມງານດັ່ງກ່າວໃນຖານະປະເທດປະທານຮ່ວມ. ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີຄະນະຜູ້ແທນທາງພາກລັດ ແລະ ເອກະຊົນເຂົ້າຮ່ວມຈາກ 130  ກ່ວາປະເທດ ໃນນີ້ມີລະດັບປະມຸກລັດ ແລະ ລັດຖະບານ 18 ປະເທດ ລວມທັງ ສປປ ລາວ.

ງານວາງສະແດງສີນຄ້ານຳເຂົ້າສາກົນຈີນຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທຳອິດພາຍໃຕ້ຫົວຂໍ້ ຍຸກສະໄໝໃໝ່, ຊົມໃຊ້ອານາຄົດຮ່ວມກັນໂດຍມີຈຸດປະສົ່ງ ແລະ ເປົ້າຫມາຍສຳຄັນແມ່ນເປັນການວາງສະແດງສິນຄ້າລະດັບສາກົນຈາກບັນດາປະເທດທີ່ເປັນຄູ່ຄ້າກັບສປ ຈີນ ໂດຍສະເພາະປະເທດກຳລັງພັດທະນາ ຊຶ່ງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ສປ ຈີນ ໃນການສືບຕໍ່ເປີດປະຕູສູ່ໂລກພາຍນອກທັງເປັນການເອື້ອອຳນວຍໂອກາດອັນດີໃຫ້ຫຼາຍປະເທດຈາກທົ່ວມູມໂລກ ໃນພາກພື້ນ ແລະ ຂົງເຂດໄດ້ມາເຜີຍແຜ່ໂຄສະນາສິນຄ້າ, ພົບປະແລກປ່ຽນຮ່ວມມືດ້ານການຄ້າ ແລະ ການລົງທືນແນ່ໃສຮັກສາລະບຽບການຄ້າສາກົນໃນການເປີດກ້ວາງການຮ່ວມມື ແລະ ເຊື່ອມໂຍງເສດຖະກິດຂອງຕົນກັບສາກົນ ແລະ ສົ່ງເສີມກົນໄກການຄ້າຫຼາຍຝ່າຍເພື່ອແນ່ໃສ່ສ້າງເສດຖະກິດໂລກໃຫ້ສືບຕໍ່ພັດທະນາໄປຕາມທິດທາງທີ່ເປີດກ້ວາງ, ແລະ ຕ່າງຝ່າຍຕ່າງມີຜົນປະໂຫຽດຫຼາຍຂື້ນກວ່າເກົ່າ. ນອກຈາກງານວາງສະແດງສີນຄ້ານີ້ແລ້ວຍັງມີກອງປະຊຸມສຳໃນຫົວຂໍ້ຍ່ອຍປີ່ນອ້ອມ ຊຶ່ງເປັນກອງປະຊຸມປຶກສາຫາລື ແລະ ແລກປ່ຽນນະໂຍບາຍດ້ານການຄ້າ-ການລົງທຶນຂອງບັນດາປະເທດທີ່ມາຮ່ວມງານ ໂດຍແບ່ງອອກເປັນ 3 ກອງປະຊຸມຄື:1. ກອງປະຊຸມກ່ຽວກັບການຄ້າ ແລະ ການເປີດປະຕູ (Trade and Opening); 2. ກອງປະຊູມກ່ຽວກັບການຄ້າ ແລະ ນະວັດຕະກໍາໃໝ່ (Trade and Innovation); 3. ກອງປະຊູມກ່ຽວກັບການຄ້າ ແລະ ການລົງທືນ (Trade and Investment).

ໃນໂອກາດການເປີດງານວາງສະແດງສີນຄ້າສາກົນຈີນໃນຄັ້ງທຳອິດນີ້, ສປປ ລາວ ກໍ່ໄດ້ສ້າງຫ້ອງວາງສະແດງແຫ່ງຊາດ National Pavilion ທີ່ມີລັກສະນະຂອງລາວ ໂດຍເອົາຮູບແບບຂອງວັດຊຽງທອງທີ່ເປັນວັດຄູ່ບ້ານຄູ່ເມືອງຂອງນະຄອນຫຼວງພະບາງ ແລະ ເປັນທີ່ຮູ້ຈັກກັນດີໃນຖານະເປັນເມືອງມໍລະດົກໂລກທີ່ຕິດພັນກັບແຫຼ່ງທ່ອງທ່ຽວອັນດັບຕົ້ນຂອງສາກົນ,ໃນຫ້ອງວາງສະແດງນີ້ໄດ້ມີການວາງສະແດງເຜີຍແຜຂໍ້ມູນຂາວສານກ່ຽວກັບນະໂຍບາຍສົ່ງເສີມການຄ້າ ແລະ ການລົງທືນພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ກະຊວງກ່ຽວຂ້ອງຍັງໄດ້ລະດົມຫົວໜ່ວຍທຸລະກິດລະດັບແນວຫນ້າຂອງປະເທດ 10 ບໍລິສັດເຂົ້າຮ່ວມວາງສະແດງສີນຄ້າຂອງຕົນ ຊຶ່ງ ສິນຄ້າທີ່ບັນດາບໍລິສັດດັ່ງກ່າວໄດ້ນໍາມາວາງສະແດງລ້ວນແຕ່ເປັນສິນຄ້າທີ່ ມີຄຸນນະພາບ ແລະ ໄດ້ມາດຕະຖານສາກົນ ເປັນຕົ້ນແມ່ນ ເຄື່ອງດື່ມ, ເຄື່ອງຫັດຖະກຳ, ຜະລິດຕະພັນກະສິກຳປຸງແຕ່ງ, ກະສິກໍາສະອາດ ແລະ ອື່ນໆ. 

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484210
ມື້ນີ້187
ມື້ວານ147
ອາທິດນີ້648
ເດືອນນີ້3515