ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີ

PMTurkey18

 

ໃນວັນທີ 08 ພະຈິກ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເມຣຸດ ຄາວູໂຊລູ (Mevlut Cavusoglu), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ, ໃນໂອກາດທີ່ທ່ານລັດຖະມັນຕີ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 07-08 ພະຈິກ 2018.

 

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສ.ຕວັກກີ ໃນຄັ້ງນີ້, ໃນໂອກາດດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ຕວັກກີ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 26 ມິຖຸນາ 1958, ສອງປະເທດ ກໍໄດ້ມີການພົວພັນທີ່ດີນໍາກັນຕະຫຼອດມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ, ການແລກປ່ຽນການຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂອງສອງປະເທດ ແລະ ຍັງໄດ້ສະແດງຄວາມຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ຕວັກກີ, ຊຶ່ງໃນ​​ປີ 2018 ນີ້ ຄົບຮອບ 60 ປີ ເປັນໂອກາດດີທີ່ ຕວັກກີໄດ້ເປີດສະຖານທູດຂອງຕົນ ປະຈຳ ສປ ລາວ ໃນວັນທີ 7 ພະຈິກ 2018 ເພື່ອເປັນນິມິດໝາຍອັນສໍາຄັນໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດ ໃຫ້ກ້າວຂື້ນສູ່ລະດັບໃໝ່. ໃນໂອກາດດັ່ງກ່າວນີ້, ພະນະທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຕວັກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຊີ້ແຈງໃຫ້ເຫັນວ່າ ສປປ ລາວ ມີຄວາມຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານປະເທດເພື່ອນມິດຕ່າງໆ ເພື່ອນຳເອົາປະເທດຊາດອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2024. ນອກຈາກນັ້ນ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ຊຸກຍູ້ສົ່ງເສີມການພົວ​ພັນ​ ແລະ ການຮ່ວມ​ມື​ສອງຝ່າຍ ແລະ ຫຼາຍຝ່າຍ ໃນຂະແໜງການຕ່າງໆລະຫວ່າງສອງປະເທດໃນ​ຕໍ່​ໜ້າ ໃຫ້ນັບມື້ນັບເພີ່ມຂື້ນ ແລະ ສະເໜີໃຫ້ທ່ານລັດຖະມົນຕີ ຊ່ວຍໂຄສະນາຊຸກຍູ້ ແລະ ຂົນຂວາຍນັກລົງທຶນ, ນັກທຸລະກິດ ມາລົງທຶນ ຢູ່ ສປ ລາວ ຕາມທ່າແຮງ ແລະ ຄວາມອາດສາມາດ, ພ້ອມທັງເຊີນຊວນນັກທ່ອງທ່ຽວຕວັກກີ ໃຫ້ເຂົ້າມາທ່ອງທ່ຽວ ຢູ່ ລາວ ໃຫ້ຫຼາຍຂື້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2018 ນີ້. ໃນຕອນທ້າຍ ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດິພາບ.

 

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ເມຣຸດ ຄາວູໂຊລູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກຽດຢ່າງສູງ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານນາຍົກລັດຖະມົນຕີ ໃນມື້ນີ້.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483932
ມື້ນີ້56
ມື້ວານ183
ອາທິດນີ້370
ເດືອນນີ້3237