ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂັ້ນສູງຂອງ ສ.ກູບາ ຢ້ຽມຢາມ ສປປ ລາວ

20181111-con cuba-vl1

20181111-con cuba-vl2

20181111-con cuba-vl3

20181111-con cuba-vl4

    ຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ, ປະທານສະພາແຫ່ງລັດແລະປະທານສະພາລັດຖະມົນຕີແຫ່ງສາທາລະນະລັດ ກູບາ ໄດ້ມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 10-11 ພະຈິກ 2018. ໃນຕອນເຊົ້າຂອງວັນທີ 11 ພະຈິກ 2018, ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ, ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ຮັບການຮັບຕ້ອນຢ່າງອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດຈາກ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ທີ່ທໍານຽບປະທານປະເທດ.

ໃນໄລຍະການຢ້ຽມຢາມ, ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ ໄດ້ພົບປະຢ່າງເປັນທາງການກັບ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ່, ປະທານສະພາແຫ່ງຊາດ.

ໃນການພົບປະປຶກສາຫາລື ແລະ ພົບປະຢ່າງເປັນທາງການກັບການນໍາຂອງລາວ, ສອງຝ່າຍກໍ່ໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ຕີລາຄາກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ. ໃນໂອກາດພົບປະດັ່ງກ່າວນັ້ນ, ບັນດາສະຫາຍການນໍາຂອງລາວ ໄດ້ຢືນຢັນຄືນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດໃນອານາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ລະຫວ່າງ ສອງປະເທດໄດ້ສືບຕໍ່ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂື້ນເລື້ອຍໆ. ພ້ອມກັນນັ້ນ ກໍ່ຍັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.

ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ, ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ມີໂອກາດມາຢ້ຽມຢາມລາວອີກເທື່ອໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມກ້າວໜ້າຂອງປະຊາຊົນລາວ ອ້າຍນ້ອງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວກັນນັ້ນ, ສະຫາຍ ຍັງໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃນສະເພາະໜ້າ ແລະ ຍາວນານ ກໍ່ຄືຄວາມມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານການກໍ່ສ້າງຊັບພະຍາກອນມະນຸດ, ກິລາ ແລະ ສາທາລະນະສຸກ. ໃນໂອກາດດຽວກັນນີ້, ສະຫາຍ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ກໍ່ໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປຢ້ຽມຢາມ ສາທາລະນະລັດ ກູບາ ຢ່າງເປັນທາງການໃນເວລາອັນສະດວກໃນຕໍ່ໜ້າ.

ການຢ້ຽມຢາມຂອງ ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ ຄັ້ງນີ້ ເປັນເຫດການສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນ ລະຫວ່າງ ສປປ ລາວ ແລະ ສ.ກູບາ ຊຶ່ງໄດ້ເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາໄປສູ່ບາດກ້າວໃໝ່ເພື່ອຜົນປະໂຫຍດລວມຂອງທັງສອງປະເທດ. ຜົນສໍາເລັດອັນສໍາຄັນອັນໜຶ່ງຂອງການຢ້ຽມຢາມດັ່ງກ່າວນີ້ແມ່ນທັງສອງຝ່າຍ ລາວ-ກູບາ ໄດ້ເຊັນສັນຍາການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖາບັນກິລາພາລະສຶກສາ ແລະ ສີລະປະແຫ່ງຊາດ ສ.ກູບາ ແລະ ສັນຍາການຮ່ວມມື ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງ ສ.ກູບາ.

ນອກຈາກນັ້ນ, ສະຫາຍ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ຍັງໄດ້ວາງພວງມາລາຢູ່ອານຸສາວະລີນັກຮົບວິລະນາມ, ທ່ຽວຊົມສະຖານທີ່ປະຫວັດສາດ ແລະ ວັດທະນະທໍາບາງແຫ່ງຢູ່ພາຍໃນນະຄອນຫຼວງວຽງຈັນ.

ໃນຕອນທ່ຽງຄືນຂອງວັນທີ 11 ພະຈິກ 2018, ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ, ພ້ອມດ້ວຍພັນລະຍາ ແລະ ຄະນະກໍ່ໄດ້ເດີນທາງກັບຄືນປະເທດດ້ວຍຄວາມປອດໄພດີທຸກປະການ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480276
ມື້ນີ້106
ມື້ວານ157
ອາທິດນີ້674
ເດືອນນີ້6507