ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສາທາລະນະລັດ ຝຣັ່ງ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ແອມມານູແອນ ມາຄຣົງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ພະນະທ່ານ ພັນຄຳ ວິພາວັນ, ​ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຝຣັ່ງ ໃນລະຫວ່າງວັນທີ 09-13 ພະຈິກ 2018 ເພື່ອເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຝຣັ່ງ ແລະ ເພື່ອເຂົ້າຮ່ວມ ພິທີລະນຶກວັນສິ້ນສຸດສົງຄາມໂລກຄັ້ງທີ 1 ຄົບຮອບ 100 ປີ ທີ່ ປາຣີ.

ພິທີລະນຶກວັນສິ້ນສຸດສົງຄາມໂລກຄັ້ງທີ 1 ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຊຶ່ງໄດ້ມີບັນດາປະມຸກລັດຫຼາຍກວ່າ 80 ປະເທດ ເຂົ້າຮ່ວມພິທີດັ່ງກ່າວ ອັນປະກອບດ້ວຍ ການນຳສູງສຸດຂອງບັນດາປະເທດທີ່ເຄີຍໄດ້ສົ່ງທະຫານ ຂອງຕົນເຂົ້າຮ່ວມສົງຄາມໂລກໃນເອີຣົບ ຫຼື ສົ່ງແຮງງານຈຳນວນຫຼາຍ ເພື່ອສະໜັບສະໜູນຊ່ວຍເຫຼືອໃນສົງຄາມ, ບັນດາອົງການຈັດຕັ້ງສຳຄັນອື່ນໆ ເຊັ່ນ: ບັນດາປະທານຄະນະກຳມະທິການ, ​ສະພາ ແລະ ລັດຖະສະພາເອີຣົບ, ເລຂາທິການໃຫຍ່ອົງການ ສປຊ, ຫົວໜ້າສຳນັກງານຂ້າຫຼວງໃຫຍ່ຊາວຜູ້ອົບພະຍົບ, ອົງການ ສປຊ ແລະ ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີ.

ໃນໂອກາດດຽວກັນນັ້ນ ໃນຕອນບ່າຍຂອງວັນທີ 10 ພະຈິກ 2018, ພະນະທ່ານ ຮອງປະທານປະເທດ ກໍ່ໄດ້ພົບປະກັບ ພີ່ນ້ອງຊາວລາວ ທີ່ດຳລົງຊີວິດ ຢູ່ ປະເທດ ຝຣັ່ງ ຊຶ່ງຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດທູດລາວ ປະຈຳ ປາຣີ. ໃນໂອກາດດັ່ງກ່າວ ພະນະທ່ານ ຮອງປະທານປະເທດ ໄດ້ແຈ້ງໃຫ້ບັນດາພີ່ນ້ອງຊາວເຊື້ອຊາດລາວ ທີ່ອາໃສຢູ່ ປະເທດ ຝຣັ່ງ ຮັບຊາບຜົນສຳເລັດຂອງການສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 40 ກວ່າປີຜ່ານມາ ແລະ ທິດທາງບາດກ້າວເດີນຂອງ ປະເທດຊາດ ໃນອະນາຄົດ, ສະແດງຄວາມຊົມເຊີຍທີ່ ພີ່ນ້ອງຊາວລາວ ທີ່ ປະເທດ ຝຣັ່ງ ໄດ້ມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຈະເດີນທາງມາຖອດກະຖິນ ທີ່ ວັດທາດຫລວງ,​ ສປປ ລາວ ໃນກາງເດືອນ ພະຈິກນີ້. ພ້ອມດຽວກັນກໍ່ຮຽກຮ້ອງມາຍັງຊາວລາວທຸກຄົນໃຫ້ຫັນໜ້າກັບມາຫາປະເທດຊາດ, ເພື່ອເປັນກຳລັງແຮງ, ປະກອບສ່ວນອັນສົມກຽດເຂົ້າໃນການພັດທະນາປະເທດຊາດຂອງຕົນ,​ ມີຄວາມເຊື່ອໝັ້ນ ຕໍ່ອະນາຄົດຂອງປະເທດຊາດ.

ພີ່ນ້ອງຊາວລາວ ໄດ້ຕັ້ງໃຈຟັງການໂອ້ລົມຂອງ ພະນະທ່ານ ຮອງປະທານປະເທດ ແລະ ມີຄວາມດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມ ໃນໂອກາດຢ້ຽມຢາມ ປະເທດຝຣັ່ງໃນຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485744
ມື້ນີ້43
ມື້ວານ206
ອາທິດນີ້780
ເດືອນນີ້5049