ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ທີ່ ປະເທດສິງກະໂປ

20181113ASEANSUMMIT420181113ASEANSUMMIT5     ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ປະເທດສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ. ເກົາຫຼີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.


  ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີບາດກ້າວຂະຫຍາຍຕົວຢ່າງໄວວາ ຕະຫຼອດໄລຍະ 2 ທົດສະວັດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1995 ເປັນຕົ້ນມາ, ເຊິ່ງເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ການລົງທຶນຂອງ ສ. ເກົາຫຼີ ກໍມີຈຳນວນເພີ່ມຂຶ້ນ, ເຊິ່ງຖືກຈັດຢູ່ໃນອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ຈຳນວນນັກທ່ອງທ່ຽວ ສ. ເກົາຫຼີ ເດີນທາງມາທ່ອງທ່ຽວ ສປປ ລາວ ກໍນັບມື້ນັບເພີ່ມຂຶ້ນ.
       ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງ ພະນະທ່ານ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ, ພ້ອມທັງສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ແກ່ ສປປ ລາວ, ໂດຍສະເພາະການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນລາວ ທີ່ໄດ້ຮັບເຄາະຮ້າຍ ຈາກໄພພິບັດນຳ້ຖ້ວມ ອັນເນື່ອງມາຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນຳ້ນ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ທີ່ຜ່ານມາ.
     ໃນໂອກາດດຽວກັນ, ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະໂຄງການຕ້ານຕາຝັ່ງເຈື່ອນຕາມລຳແມ່ນຳ້ຂອງ, ການຟື້ນຟູພື້ນຖານໂຄງລ່າງ ແລະ ຊ່ວຍເຫຼືອພັດທະນາໝູ່ບ້ານແບບທັນສະໄໝ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື. ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານາທິບໍດີ ສ. ເກົາຫຼີ ຍັງໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງລັດຖະບານ ແລະ ປະຊາຊົນລາວ ຕໍ່ເຫດການສັນເຂື່ອນໄຟຟ້າ ເຊປຽນ-ເຊນຳ້ນ້ອຍແຕກ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຕື່ມອີກ. ພ້ອມນັ້ນ, ຍັງໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍສົນໃຈ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484363
ມື້ນີ້67
ມື້ວານ273
ອາທິດນີ້801
ເດືອນນີ້3668