ໃນວັນທີ 20 ພະຈິກ 2018, ທີ່ ໂຮງແຮມແລນມາກ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາເຈົ້າໜ້າທີ່ອາວຸໂສ ຈາກປະເທດສະມາຊິກ ຟີແລັກ (FEALAC 36 ປະເທດ), ຄະນະກຳມາທິການວຽກເສດຖະກິດ ແລະ ສັງຄົມ ສຳລັບພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ ແລະ ຄະນະກຳມາທິການເສດຖະກິດ ສຳລັບພາກພື້ນອາເມລິກາລາຕິນ ແລະ ຄາລິບຽນ ຂອງ ສປຊ ໃນໂອກາດເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຟີແລັກ ຄັ້ງທີ 19, ໃນລະຫວ່າງວັນທີ 19-21 ພະຈິກ 2018, ທີ່ ນະຄອນຫຼວງວຽງຈັນ.