ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ນຳ ສປປ ລາວ ຕ້ອນຮັບບັນດາທູຕານຸທູດ ເຂົ້າອວຍພອນວັນຊາດ ຄົບຮອບ 43 ປີ

Lao43a

 

Lao43b

 

Lao43c

 

ໃນຕອນເຊົ້າຂອງວັນ​ທີ 26 ພະ​ຈິກ 2018,  ທີ່​ ທຳນຽບປະທານ​ປະ​ເທດ, ບັນດາ​ຜູ້ນຳ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ຊຶ່ງນຳ​ໂດຍ ພະນະທ່ານ ບຸນ​ຍັງ ວໍລະ​ຈິດ, ປະທານ​ປະ​ເທດ;  ພະນະທ່ານ ພັນ​ຄຳ ວິພາ​ວັນ, ຮອງ​ປະທານ​ປະ​ເທດ; ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ; ພະນະທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ຕາມລຳດັບ ພ້ອມດ້ວຍພັນລະຍາ, ​ໄດ້​ຕ້ອນຮັບ​ບັນດາ​ທູຕານຸທູດ  ​ແລະ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ​ ສປປ ລາວ ແລະ ​ຄູ່​ສົມລົດ​ ເຂົ້າ​ອວຍພອນ​​ເນື່ອງໃນ​ໂອກາດ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 43 ປີ.

 

ໃນໂອກາດດັ່ງກ່າວ, ທ່ານ ມິ​ຄາ​ອິນ ບາ​ຣາ​ນົບ, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ​ ສະ​ຫ​ະ​ພັນ ​ລັດ​ເຊຍ ປະ​ຈຳ​ ສ​ປ​ປ ລາວ, ພ້ອມ​ທັງ​ເປັນທູດ​ອາວຸ​ໂສ, ​ໄດ້​ຕາງ​ໜ້າ​ໃຫ້​ແກ່ບັນດາ​ທູຕານຸທູດຕ່າງປະເທດ, ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ​ ສປປ ລາວ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ຜົນສຳ​ເລັດ​ໃນ​ຫລາຍໆ​ດ້ານ ທີ່ ສປປ ລາວ ຍາດ​ມາ​ໄດ້​​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ໃນຕະຫລອດ​ໄລຍະ 43 ປີ ທີ່ຜ່ານມາ, ພ້ອມທັງອວຍພອນ​ໄຊ​ອັນ​ປະ​ເສີດ ໃຫ້ແກ່ບັນດາຜູ້ນຳ ສປປ ລາວ ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາດັ່ງກ່າວ ​ແລະ ວັນຂຶ້ນ​ປີ​ໃໝ່​ສາກົນ ປີ 2019 ທີ່​ຈະ​ມາ​ເຖິງ ອີກດ້ວຍ.

 

ໃນໂອກາດນີ້​, ພະນະທ່ານ ​ປະທານ​ປະ​ເທດ ບຸນຍັງ ວໍລະຈິດ ກໍ​ໄດ້​ສະ​ແດງ​ຄວາມປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​  ທີ່​ໄດ້​ຕ້ອນຮັບ​ບັນດາ​ທູຕານຸທູດ ແລະ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ ສປປ ລາວພ້ອມ​ດ້ວຍ​ຄູ່​ສົມລົດ ທີ່​ໄດ້​ຮ່ວມກັນ​ອວຍພອນ​ໄຊ​ອັນ​ປະ​ເສີດ ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 43 ປີ ແລະ ວັນຂຶ້ນ​ປີ​ໃໝ່​ສາກົນ ປີ 2019 ທີ່​ຈະ​ມາ​ເຖິງນີ້, ພ້ອມທັງຕີລາຄາສູງ ຕໍ່ຄໍາຍ້ອງຍໍຊົມເຊີຍ ແລະ ຄໍາອວຍພອນອັນປະເສີດ ຊຶ່ງເປັນການສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບບັນດານາໆປະເທດ ແລະ ອົງການຈັດຕັ້ງຕ່າງໆ. ຕະ​ຫລອດ​ໄລ​ຍະ 43 ປີ ທີ່​ຜ່ານ​ມາ,  ປວງ​ຊົນ​ລາວທັງຊາດ ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ທີ່​ເຫັນ​ວ່າ ​ພາຍ​ໃຕ້​ການ​ນຳ​ພາ​ຂອງພັກ-ລັດ​, ສ​ປ​ປ ລາວ ໄດ້​ຜ່ານ​ຜ່າ​ອຸ​ປະ​ສັກ ແລະ ຄວາມ​ຫຍຸ້ງ​ຍາກ​ນາໆ​ປະ​ການ, ທັງ​ສາ​ມາດ​ຍາດ​ເອົາ​ຜົນ​ສຳ​ເລັດທີ່​ສຳ​ຄັນ​ໃນ​ຫລາຍ​ດ້ານ​ ມາ​ສູ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ລາວ. ອັນ​ພົ້ນ​ເດັ່ນ, ສ​ປ​ປ ລາວແມ່ນ​ມີ​ສະ​ຖ​ຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ ໂດຍ​ພື້​ນ​ຖານ, ເສດ​ຖະ​ກິດ​ແຫ່ງ​ຊາດ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ ​ດ້ວຍ​ຈັງ​ຫວະ​ການ​ເຕີບ​ໂຕ​ທາງ​ດ້ານ​ຜະ​ລິດ​ຕະ​ພັນ​ລວມ​ຂອງ​ຊາດຢູ່​ໃນ​ລະ​ດັບ​ສູງ​ສົມ​ຄວນ, ຊຶ່ງຄາດ​ວ່າ​ ໃນ​ປີ 2018 ຈະ​ສາ​ມາດ​ບັນ​ລຸ​ໄດ້ 6,5%, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົ​ນ​ຕໍ່​ປີເພີ່​ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນລາວບັນດາເຜົ່າ ​ໄດ້​ຮັບ​ການ​ປັບ​ປຸງ ແລະ ຍົກ​ສູງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ,  ການ​ຄຸ້ມ​ຄອງ​ລັດ​ດ້ວຍ​ກົດ​ໝາຍ ໄດ້​ຮັບ​ການ​ສົ່ງ​ເສີມແລະ ຮັດ​ແໜ້ນ​ຂຶ້ນ​ເປັນ​ລຳ​ດັບ. ເຖິງຢ່າງໃດກໍຕາມ, ໃນປີນີ້ ສປປ ລາວ ໄດ້ປະເຊີນກັບໄພພິບັດທາງທຳມະຊາດຄັ້ງຮ້າຍແຮງທີ່ສຸດ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດລາວ, ໂດຍສະເພາະແມ່ນມີໄພນ້ຳຖ້ວມທີ່ໜັກໜ່ວງເກີດຂຶ້ນ ຢູ່ຫລາຍພື້ນທີ່ຂອງປະເທດ, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ທັງຊີວິດ ແລະ ຊັບສິນ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ, ພິເສດແມ່ນຢູ່ເມືອງສະໜາມໄຊ, ແຂວງອັດຕະປື. ຕໍ່ເຫດການດັ່ງກ່າວ, ລັດຖະບານ ແລະ ປະຊາຊົນລາວທັງຊາດ ໄດ້ຮ່ວມໃຈກັນ ສຸມທຸກກຳລັງແຮງເຂົ້າໃສ່ການຊ່ວຍເຫລືອ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ພະນະທ່ານ​ ປະທານ​ປະ​ເທດ ​ຍັງຖື​ໂອກາດ​ນີ້ ຕາງໜ້າ​ພັກ-ລັດຖະບານ ​ແລະ ປະຊາຊົນ​ລາວ​ທັງ​ຊາດ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ ຕໍ່​ບັນດາ​ປະ​ເທດ​ເພື່ອນມິດ ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍ​ເຫລືອ ສປປ ລາວ ໃນ​ການ​ປະຕິບັດ​ພາລະກິດ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃນ​ຕະຫລອດ​ໄລຍະ 43 ປີ ​ທີ່​ຜ່ານ​ມາ, ຊຶ່ງ ສ​ປ​ປ ລາວ ຍາມ​ໃດ​ກໍ​ກຽມ​ພ້ອມ ທີ່​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ຊາ​ຊາດ​ໃນ​ໂລກ ໃນ​ຂະ​ແໜງ​ການ​ຕ່າງໆ ທີ່​ມີ​ທ່າ​ແຮງ​ບົ່ມ​ຊ້ອນ  ແລະ ທ່າ​ໄດ້​ປຽບ​ຄ້າຍ​ຄື​ກັນ ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຶ່ງເປັນ​ປັດ​ໄຈ​ສຳ​ຄັນ​ອັນ​ໜຶ່ງ ທີ່​ປະ​ກອບ​ສ່ວນ​ເຮັດ​ໃຫ້​ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຈອດ​ ຂອງ​ອະ​ນຸ​ພາກ​ພື້ນ​ຢ່າງ​ແທ້​ຈິງ ກໍ​ຄື ​ການ​ຊ່ວຍເຫຼືອ​ໃຫ້ ສ​ປ​ປ ລາວ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ສະ​ພາ​ວະ​ດ້ອຍ​ພັດ​ທະ​ນາ ໃນ​ອາ​ນາ​ຄົດ​ອັນ​ໃກ້​ນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484539
ມື້ນີ້55
ມື້ວານ188
ອາທິດນີ້977
ເດືອນນີ້3844