ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ຢ້ຽມຢາມ ສປປ ລາວ

20181205HunSen1

 

20181205HunSen16

 

20181205HunSen2

 

20181205HunSen4

 

20181205HunSen7

 

20181205HunSen17

 

20181205HunSen18

 

20181205HunSen19

 

20181205HunSen20

 

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 05-06 ທັນວາ 2018.

ພິ​ທີ​ຕ້ອນ​ຮັບສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ທີ່​​ ສໍານັກງານນາຍົກລັດຖະມົນຕີໃນຕອນເຊົ້າຂອງວັນທີ 05 ທັນວາ 2018ໂດຍມີບັນ​ດາ​ການ​ນຳ​ຂັ້ນ​ສູງ ຂອງ ສປປ ​ລາວ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ພະນະທ່ານ ທອງລຸນ ສີສຸລິດ ໄດ້​ນຳ​ພາ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ໄປ​ຍັງ​ແທ່ນ​ກຽດ​ຕິ​ຍົດ​ເພື່ອ​ເຄົາ​ລົບ​ທຸງ​ຊາດກຳປູເຈຍ, ລາວ ຕາມ​ລຳ​ດັບ; ຕໍ່ຈາກນັ້ນ,ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ໄດ້ຍ່າງ​ກວດ​ແຖວທະ​ຫານ​ກອງ​ກຽດ​ຕິ​ຍົດກອງ​ທັບ​ປະ​ຊາ​ຊົນ​ລາວ ແລະຜູ້ນໍາທັງສອງ ໄດ້ຮັບການແນະ​ນໍາຕໍ່ ຄະນະຕ້ອນ​ຮັບ​ທາງ​ການ​ຝ່າຍ ສປປ ​ລາວແລະ ຄະນະ​ຜູ້​ແທນຂັ້ນສູງຂອງ ຣາຊະອານາຈັກ ກຳປູເຈຍ ໃນພິທີດັ່ງກ່າວ.ພາຍຫຼັງສຳເລັດພິທີຕ້ອນຮັບທາງການ, ທັງສອງນາຍົກ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ.

ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້. ພ້ອມດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 6ຂອງຣາຊະອານາຈັກ ກຳປູເຈຍ ທີ່ຜ່ານມາ ແລະ ຊົມເຊີຍ ສົມເດັດ ເຕໂຈ ຮຸນ ແຊນ ທີ່ໄດ້ຖືກແຕ່ງຕັ້ງເປັນ ນາຍົກລັດຖະມົນຕີອີກຄັ້ງໃໝ່, ຊຶ່ງເປັນການຢືນຢັນເຖິງຄວາມປີຊາສາມາດ ໃນການຊີ້ນຳນຳພາຂອງ ສົມເດັດ ຕະຫຼອດໄລຍະຜ່ານມາ.ໃນໂອກາດດັ່ງກ່າວ, ທັງສອງຝ່າຍຕ່າງກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ສອງປະເທດທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ລະຫວ່າງສອງປະເທດຢ່າງປົກກະຕິ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດພ້ອມທັງທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກັນດ້ວຍບັນຍາກາດສະໜິດສະໜົມ ກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆຕື່ມອີກເຊັ່ນ: ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານກົງສຸນ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານວັດທະນະທໍາ ແລະ ທ່ອງທ່ຽວ, ດ້ານການຄ້າ ແລະ ການລົງທຶນ, ບັນຫາຊາຍແດນ ແລະ ການຮ່ວມມືໃນຂອບວຽກງງານດ້ານເສດຖະກິດພູມິພາກ (ເຂດສາມຫລ່ຽມເສດຖະກິດ CLV). ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ໄດ້ມີຖະແຫຼງຂ່າວຮ່ວມ ຊຶ່ງທັງສອງຝ່າຍຕ່າງກໍໄດ້ຢືນຢັນຄືນເຖິງຄວາມມຸ້ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫລືອຊຶ່ງກັນແລະກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ,​ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ສອງຝ່າຍໄດ້ເຫັນດີໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນຜ່ານມາໃຫ້ນັບມື້ແຕກດອກອອກຜົນຫລາຍຂຶ້ນໂດຍຜ່ານກົນໄກການຮ່ວມມືສອງຝ່າຍຄື: ຄະນະກໍາມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC),ກໍ່ຄືກົນໄກຮ່ວມມືອື່ນໆ.ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຊຸກຍູ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງການພົບປະຂອງສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ 3 ຄັ້ງ ທີ່ຜ່ານມາຄື: ຄັ້ງທີ 1 ຢູ່ ນະຄອນຫຼວງວຽງຈັນ; ຄັ້ງທີ 2 ທີ່ ພະນົມເປັນ ແລະ ຄັ້ງທີ 3 ໃນວັນທີ 13 ກັນຍາ 2018 ທີ່ນະຄອນຫຼວງຮ່າໂນ້ຍ ໂດຍສອງຝ່າຍໄດ້ເປັນເອກະພາບກັນແລ້ວວ່າ ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນລິເວນຄົງຄ້າງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ດັ່ງນັ້ນຈຶ່ງໄດ້ເຫັນດີເປັນເອກະພາບກັນ 3 ເງື່ອນໄຂ ຄື: 1. ບໍ່ໃຫ້ມີກຳລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫຼື ດຳເນີນທຸລະກິດຢູ່ບໍລິເວນດັ່ງກ່າວ ແລະ 3.ໃຫ້ມີການກວດກາຮ່ວມກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ. ການກວດກາຮ່ວມສອງຝ່າຍແມ່ນສາມາດກວດກາໂດຍການໃຊ້ກຳລັງຄົນ ຫຼື ການໃຊ້ເຮືອບິນບໍ່ມີຄົນຂັບ (Drone). ສອງຝ່າຍໄດ້ເຫັນດີໃຫ້ຮັກສາສະຖານະພາບເດີມໃນບໍລິເວນຊາຍແດນທີ່ຍັງຄົງຄ້າງ ໂດຍປາສະຈາກສິ່ງປຸກສ້າງຕ່າງໆທີ່ພາໃຫ້ມີການປ່ຽນແປງສະພາບບໍລິເວນດັ່ງກ່າວ ຈົນກວ່າສອງຝ່າຍຈະສຳເລັດການສຳຫຼວດ ແລະ ປັກຫຼັກ ໝາຍຊາຍແດນ.

ສອງນາຍົກລັດຖະມົນຕີໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມເອກະສານ ຈໍານວນ 4 ສະບັບ ຄື: 1). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ວ່າດ້ວຍການຮ່ວມມືດ້ານ ວັດທະນະທຳ ແລະ ສີລະປະກຳ ສົກປີ 2019-2021;2).ສັນຍາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງສຶກສາ, ຊາວໜຸ່ມ ແລະ ກິລາ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ວ່າດ້ວຍການຮ່ວມມືດ້ານການສຶກສາ ໃນໄລຍະປີ 2019-2023; 3). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກຳສິກຳ ແລະ ປ່າໄມ້ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກ ກຳປູເຈຍ ວ່າດ້ວຍການສົ່ງຊ້າງລ້ຽງໄປສະແດງສີລະປະ ແລະ ແລກປ່ຽນວັດທະນະທຳ ທີ່ສວນສັດຊາຟາຣີ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ;ແລະ 4). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ໄຟຟ້າກຳປູເຈຍ ກ່ຽວກັບສັນຍາຊື້ຂາຍໄຟຟ້າແຮງສູງຂະໜາດ 230 kV ແລະ 500 kV ຈາກ ສະຖານີໄຟຟ້າບ້ານຫາດ, ສປປ ລາວ ຫາ ສະຖານີໄຟຟ້າ ສະຕຣອງ ແຕຣງ, ກຳປູເຈຍ.

ໂອກາດນີ້, ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ໄດ້ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງໄປຢ້ຽມຢາມທາງການ ຢູ່ຣາຊະອານາຈັກກໍາປູເຈຍ ໃນປີ 2019.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485519
ມື້ນີ້24
ມື້ວານ196
ອາທິດນີ້555
ເດືອນນີ້4824