ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXVIII ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

20181211LaoViet20181211Laoviet1

       ກອງ​ປະຊຸມສາມັນ​ປະຈຳ​ປີ ​ຄັ້ງ​ທີ XXVIII ຄະນະ​ຜູ້​ແທນ​ຊາຍ​ແດນ ລາວ-ຫວຽດນາມ ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 10 ທັນ​ວາ 2018 ທີ່ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ. ຄະນະ​ຜູ້​ແທນ​ຊາຍ​ແດນ​ຝ່າຍ​ລາວ ນຳ​ໂດຍ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກຳມະການ​ສູນ​ກາງ​ພັກ, ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ຊາຍ​ແດນ ລາວ-ຫວຽດນາມ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ທ່ານ ​ເລ ຮວ່າ​ຍ ຈຸງ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ, ຫົວໜ້າ​ຄະນະ​ຜູ້​​ແທນ​ຊາຍ​ແດນ ຫວຽດນາມ - ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ມີ​​​ບັນ​ດາຮອງເຈົ້າ​ແຂວງ​ທີ່​ມີຊາ​ຍແດນຕິດ​ຈອດ​ກັນຂອງ​ສອງ​ປະ​ເທດ, ຂະ​ແໜງ​ການທີ່​ກ່ຽວຂ້ອງອ້ອມຂ້າງສູນກາງເຂົ້າ​ຮ່ວມ.

       ກອງປະຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ​ເພື່ອ​ທົບທວນຄືນ​ການຈັດ​ຕັ້ງ​ປະຕິບັດ ສັນຍາ​ວ່າ​ດ້ວຍລະບຽບ​ການ​ຊາຍ​ແດນ ແລະ ດ່ານຊາຍແດນປະ​ເທດ ລາວ-ຫວຽດນາມ ​ແລະ ບົດ​ບັນທຶກ​ກອງ​ປະຊຸມ​ຄະນະ​ຜູ້​​ແທນ​ຊາຍ​ແດນ ລາວ-ຫວຽດນາມ ຄັ້ງ​ທີ XXVII ​ໃນ​ໜຶ່ງ​ປີຜ່ານມາ, ​ຊຶ່ງສອງ​ຝ່າຍ​ໄດ້ສັງ​ເກດ​ຕີ​ລາຄາ​ຄືນ​ດ້ານ​ຕັ້ງ​ໜ້າ ແລະ ດ້ານ​ຫຍໍ້​ທໍ້​ຕ່າງໆ ກ່ຽວ​ກັບ​ ວຽກ​ງານ​ການ​ຄຸ້ມ​ຄ​ອງຊາຍ​ແດນ, ການ​ພັດທະນາ​ເສດຖະກິດ​, ການ​ຄ້າ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຊາຍ​ແດນ, ການ​​ເຊື່ອມ​ຕໍ່​ເສັ້ນ​ທາງ​ຄົມມະນາ​ຄົມ, ການ​ເຮັດ​ທົດ​ລອງ​ການກວດກາ “ປະຕູດຽວ-ຄັ້ງດຽວ” ຢູ່​ທີ່​ດ່ານ​ສາ​ກົນ​ແດນ​ສະ​ຫວັນ-ລາວ​ບາວ, ການ​ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ລັດຖະບານ​ ກ່ຽວ​ກັບ ​ການ​ແກ້​ໄຂ​ບັນຫາ​ຜູ້​ຍົກຍ້າຍ​ຕັ້ງ​ພູມລຳ​ເນົາ​ຕາມ​ລຳພັງ​ໃຈ ​ແລະ ​ສ້າງ​ຄອບຄົວ​ບໍ່​ຖືກ​ລະບຽບຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ ລາວ-ຫວຽດນາມ, ​ກອງ​ປະ​ຊຸມ​ຄັ້ງ​ນີ້​ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ ຕໍ່​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງອົງການຊາຍແດນ ແລະ ​ເຈົ້າ​ໜ້າ​ທີ່​ຊາຍ​ແດນ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງຖິ່ນ​ ທີ່ໄດ້ເປັນເຈົ້າການ​ປະ​ກອບ​ສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານຄຸ້ມ​ຄອງຄວາມ​ເປັນ​ລະບຽບ​ຮ້ອຍ​ຢູ່ຕາມ​ບໍລິ​ເວນ​ຊາຍ​ແດນ ລະຫວ່າງ ສອງ​ປະ​ເທດ​,​ ຊຶ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກຄີພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ -ຫວຽດນາມ, ທັງນີ້ ເພື່ອສ້າງຊາຍແດນ ຂອງສອງປະເທດໃຫ້ກາຍ ເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງ​ຕະ​ຫລອດ​ການ.

​       ນອກຈາກ​ນີ້, ສອງ​ຝ່າຍ​​ຍັງໄດ້​ເປັນ​ເອກະ​ພາບ​​ກັນ​ວາງ​ທິດ​ທາງແຜນການ​ປະຕິບັດ​ວຽກ​ງານໃນ​ຕໍ່ໜ້າ​ກ່ຽວ​ກັບວຽກງານ​ການ​ຄຸ້ມ​ຄອງຊາຍ​ແດນ ລະຫວ່າງ ສອງ​ປະ​ເທດ, ​ໂດຍຈະ​ສຸມ​ໃສ່​ວຽກ​ງານ​​ໂຄສະນາ​ເຜີຍ​ແຜ່​ລະບຽບ​ການຄຸ້ມ​ຄອງ​ຊາຍ​ແດນ, ການ​ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ ​ແລະ ຫັຼກໝາຍ​ຊາຍ​ແດນ​ປະ​ເທດ.​ ໃຫ້​ປະຊາຊົນ​ຢູ່​ ຕາ​ມບໍລິ​ເວນ​ຊາຍ​ແດນເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ເຂດ​ອຳນາດ​ອະທິປະ​ໄຕ​ ​ແລະ ຜືນ​ແຜ່ນ​ດິນ​ອັບ​ຄົບ​ຖ້ວນ​ຂອງຊາດ. ​ສອງ​ຝ່າຍ​ຈະເພີ້ມ​ທະວີ​ບັນດາ​ມາດ​ຕະການ​ຊຸກຍູ້​ໃຫ້​​ເສດຖະກິດ, ການ​ຄ້າ, ວັດທະນະ​ທຳ, ການທ່ອງ​ທ່ຽວ​ຢູ່ຕາມບໍລິເວນຊາຍແດນໃຫ້​ມີ​ການ​ຂະຫຍາຍຕົວ, ຂຶ້ນ​ແຜ​ນ​ຍຸດ​ທະ​ສາດ ​ແລະ ພັດທະນາ​ດ່ານ ແຕ່ນີ້​ຮອດ​ປີ 2025 ແລະ ວິ​ໃສ​ທັດ​ຮອດ​ປີ 2035, ​ເພີ້ມ​ທະວີ​ການຈັດ​ຕັ້ງປະຕິບັດ​ຂໍ້​ຕົກລົງ​ລະດັບລັດຖະບານ ວ່າ​ດ້ວຍການ​ແກ້​ໄຂ​ບັນຫາຜູ້​ຍົກຍ້າຍ​ຕັ້ງ​ພູມລຳ​ເນົາ​ຕາມ​ລຳພັງ​ໃຈ ​ແລະ ​ສ້າງ​ຄອບຄົວບໍ່​ຖືກລະບຽບ​ຢູ່​ຕາມບໍລິ​ເວນ​ຊາຍ​ແດນ ລາວ-ຫວຽດນາມ ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

       ກອງ​ປະຊຸມໄດ້​ຈັດ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ ​ແຫ່ງສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484564
ມື້ນີ້80
ມື້ວານ188
ອາທິດນີ້1002
ເດືອນນີ້3869