ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີຕ່າງປະເທດ ສປ ຈີນ

20181216 mchinna prlao-1

20181216 mchinna prlao-2

ໃນວັນທີ 16 ທັນວາ 2018, ທີ່ ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ໃນໂອກາດນີ້, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະ​ຫາຍ ລັດຖະມົນຕີ ຫວັງ ອີ້ ແລະ ຄະນະ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງທັງທາງກວ້າງແລະທາງເລິກ,ແລະກໍໍ່ເຫັນວ່າການພົວພັນຮ່ວມມືສອງຝ່າຍແມ່ນຢູ່ໃນລະດັບທີ່ດີທີ່ສຸດໃນປະຫວັດສາດ. ພ້ອມນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະສອງຝ່າຍກັບ ສະຫາຍ ສີ ຈິ້ນ ຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນເຖິງສອງຄັ້ງໃນເວລາພຽງເຄິ່ງປີ ແລະ ໄດ້ບັນລຸຄວາມເປັນເອກະພາບຮ່ວມກັນເພື່ອເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂື້ນ ແລະ ຢືນຢັນສະໜັບສະໜູນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ມີລັກສະນະຍຸດທະສາດ ໃຫ້ເປັນຮູບປະທຳ, ຂຸ້ນຂ້ຽວປຶກສາຫາລືກັນ ກ່ຽວກັບ ການສ້າງແຜນແມ່ບົດວ່າດ້ວຍ ການສ້າງປະຊາຄົມຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນເພື່ອໃຫ້ສຳເລັດໂດຍໄວ. ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ສອງຝ່າຍ ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນດີ, ການກຳນົດເອົາປີ 2019 ເປັນປີທ່ອງທ່ຽວຈີນ-ລາວສະເໜີໃຫ້ສອງຝ່າຍ ຮີບຮ້ອນຮ່ວມກັນປຶກສາສ້າງແຜນການລະອຽດນຳກັນ ເພື່ອໄດ້ໃຫ້ທັນເປີດປີທ່ອງທ່ຽວໃນຕົ້ນປີໜ້າ. ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ສີ ຈິ້ນ ຜິງ ຕໍ່ການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ຈະຈັດຂຶ້ນໃນເດືອນ ເມສາ 2019 ແລະ ສະແດງຄວາມຍິນດີຈະເຂົ້າຮ່ວມຕາມການເຊື້ອເຊີນ ແລະ ຈະສືບຕໍ່ດໍາເນີນການຢ້ຽມຢາມເປັນການພາຍໃນ, ພ້ອມທັງໄດ້ຖືໂອກາດນີ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງສະຫາຍ ປະທານ ສີ ຈິ້ນ ຜິງ, ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ມາໂດຍຕະຫຼອດ, ລວມທັງມາຊ່ວຍເຫຼືອຮັບມືກັບໄພພິບັດທຳມະຊາດນ້ຳຖ້ວມຢູ່ ສປປ ລາວ ໃນປີນີ້.

ໃນຕອນທ້າຍ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ ສະຫາຍ ຫວັງອີ້ ແລະ ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດອັນໃຫຍ່ຫຼວງ ແລະ ສູງສົ່ງຂອງສະຫາຍ.

ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ປະທານປະເທດ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນໃນໄລຍະຜ່ານມາ, ສະແດງຄວາມຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ຕາມທິດ 4 ດີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ​ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484562
ມື້ນີ້78
ມື້ວານ188
ອາທິດນີ້1000
ເດືອນນີ້3867