ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີຕ່າງປະເທດ ສປ ຈີນ

20181216 mchinna pmlao-1

20181216 mchinna pmlao-2

ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.

ໃນໂອກາດນີ້,ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ຂອງ ສະຫາຍ ຫວັງ ອີ້ ພ້ອມດ້ວຍຄະນະ, ຊຶ່ງເປັນຄັ້ງທຳອິດພາຍຫຼັງທີ່ ສະຫາຍ ຫວັງ ອີ້ ໄດ້ຮັບຕຳແໜ່ງເປັນທີ່ປຶກສາແຫ່ງລັດແລະຕີລາຄາສູງຕໍ່ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດລາວແລະຈີນຕະຫຼອດໄລຍະຜ່ານມາແລະໃນໄລຍະປະຈຸບັນນີ້ຜູ້ນຳຂອງສອງປະເທດມີຄວາມໃກ້ຊິດຍິ່ງຂື້ນ. ພ້ອມດຽວກັນນີ້, ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ສປ ຈີນ ໃນໄລຍະທີ່ ສະຫາຍ ນາຍົກ ທອງລຸນ ສີສຸລິດ ໄດ້ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ທີ່ຊຽງໄຮ້ ໂດຍສະເພາະແມ່ນຈັດໃຫ້ມີພິທີພົບປະສອງຝ່າຍກັບປະທານ ສີ ຈິ້ນ ຜິງ; ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ສປ ຈີນ ຕໍ່ ສປປ ລາວໃນໄລຍະຜ່ານມາ ລວມທັງການຊ່ວຍເຫຼືອລ້າ ຈຳນວນ 4 ຕື້ຢວນ ແລະ ໄດ້ສົ່ງຄະນະຊ່ຽວຊານ ມາປຶກສາຫາລືກ່ຽວກັບການນຳໃຊ້ເງິນຊ່ວຍເຫຼືອລ້າ ດັ່ງກ່າວ ເຊິ່ງແມ່ນຄວາມເອົາໃຈໃສ່ເປັນພິເສດຂອງຝ່າຍຈີນ ເພື່ອຢາກເຮັດໃຫ້ການຕົກລົງຊ່ວຍເຫຼືອລາວຕາມການປະກາດຂອງ ສະຫາຍ ສີ ຈິ້ນຜິງໄດ້ປະກົດຜົນເປັນຈິງໄວຂື້ນ, ເຊິ່ງປະຈຸບັນກໍສາມາດກຳນົດໄດ້ 30 ໝູ່ບ້ານ ທີ່ເປັນເປົ້າໝາຍ ເພື່ອເລັ່ງໃນ 4 ວຽກໃຫຍ່ຄື: ການສ້າງເປັນໝູ່ບ້ານແສງສະຫວ່າງ, ການຕິດຕັ້ງໂທລະພາບດີຈີຕອນ, ນ້ຳໃຊ້ສະອາດ ແລະ ສ້າງສຸກສາລາ. ພ້ອມທັງ ສະແດງຄວາມຫວັງວ່າ ຈະສ້າງເປັນໂຄງການເພື່ອໃຫ້ໄດ້ລົງນາມເປັນເອກະສານແລກປ່ຽນນຳກັນໃນເດືອນ 4/2019 ໃນໂອກາດທີ່ຜູ້ນຳສອງຝ່າຍ ຈະພົບກັນໃນອີກຄັ້ງໃໝ່ ເພື່ອສູ້ຊົນໃຫ້ໄດ້ຈັດຕັ້ງປະຕິບັດໂດຍໄວ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊົດເຊີຍຈໍານວນໜຶ່ງສຳລັບໂຄງການລົດໄຟ ລາວ-ຈີນ ແລະ ໄດ້ຕົກລົງໃຫ້ການຊ່ວຍເຫລືອສ້າງຫມູ່ບ້ານຈັດສັນ ທີ່ໄດ້ຮັບຜົນກະທົບທາງລົດໄຟໃຫ້ແກ່ລາວ, ການໃຫ້ບູລິມະສິດໂຄງການຂອງ ສປປ ລາວ ແລະ ໄດ້ໃຫ້ການສະຫນັບສະຫນູນບັນດາໂຄງການທີ່ເຫັນຜົນໄວ (Early Harvest Projects), ໂຄງການເຄື່ອນໄຫວແສງສະຫວ່າງ (Brightness Journey), ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ອື່ນໆ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມອີກ.

ໃນຕອນທ້າຍ, ສະຫາຍ ນາຍົກ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ ສະຫາຍ ຫວັງອີ້ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດອັນສູງສົ່ງ, ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ໊ຳລ້ານຊ້າງ ຄັ້ງທີ 4 ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນຄັ້ງນີ້, ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດ ທີ່ມີໜ້າທີ່ໂດຍກົງໃນການຊຸກຍູ້ໃຫ້ແກ່ການຕົກລົງຂອງການນຳສອງປະເທດ ໂດຍສະເພາະການຕົກລົງຮ່ວມກັນໃນໂອກາດທີ່ ສະຫາຍ ປະທານ ສີ ຈິ້ນ ຜິງ ໄປຢ້ຽມຢາມລາວ ໃນທ້າຍປີ 2017 ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ,ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະການເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480408
ມື້ນີ້66
ມື້ວານ172
ອາທິດນີ້806
ເດືອນນີ້6639