ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4

4thFMLMCrs

 

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4, ໃນວັນທີ 17 ທັນວາ 2018, ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໂດຍມີລັດຖະມົນຕີ ແລະ ຄະ​ນະ​ຜູ້​ແທນ ຈາກ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ ແລະ ສປ ຈີນ ເຂົ້າຮ່ວມຫຼາຍກວ່າ 120 ​ທ່ານ. ກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຄໍາຂວັນ: “ເພີ່ມທະວີການເປັນຄູ່ຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity) ໂດຍໄດ້ປຶກສາຫາລືກັນໃນຫຼາຍບັນຫາເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດບັນດາໂຄງການເຫັນຜົນໄວ ຈໍານວນ 45 ໂຄງການ ເຊິ່ງປະຈຸບັນສາມາດປະຕິບັດສໍາເລັດແລ້ວ 25 ໂຄງການ, ກໍາລັງປະຕິບັດຢູ່ 8 ໂຄງການ ແລະ ຍັງລໍຖ້າການຈັດຕັ້ງປະຕິບັດອີກ 13 ໂຄງການ; ບັນດາໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈໍານວນ 132 ໂຄງການ ຈັດຕັ້ງປະຕິບັດແລ້ວ 24 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 98 ໂຄງການ ແລະ ຍັງລໍຖ້າອີກ 4 ໂຄງການ ໃນນັ້ນ ມີໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ຈໍານວນ 18 ໂຄງການ (ໂຄງການເຫັນຜົນໄວ 5 ໂຄງການ ແລະ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງອີກ 13 ໂຄງການ), ໄດ້ທົບທວນຄືນ ກ່ຽວກັບ ການຈັດຕັັ້ງປະຕິບັດແຜນງານ 5 ປີ 2018 – 2022 ໃນໄລຍະ 1 ປີຜ່ານມາ, ເຊິ່ງແຜນງານ 5 ປີ ດັ່ງກ່າວ ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ທີ່ ປະເທດ ກຳປູເຈຍ ໃນຕົ້ນປີ 2018 ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ມີການຮັບຮອງເອົາບົດຖະແຫລງຂ່າວຮ່ວມກອງປະຊຸມ ລວມທັງບົດລາຍງານການຈັດຕັ້ງປະຕິບັດບັນດາໂຄງການ ໃນແຜນງານ 5 ປີ 2018-2022.

 

ກ່ອນກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການຈັດ ກອງປະຊຸມໜ່ວຍງານວິຊາການຮ່ວມດ້ານການທູດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ໃນລະຫວ່າງ ວັນທີ 15-16 ທັນວາ 2018 ເພື່ອປຶກສາຫາລືບັນດາເອກະສານທີ່ຮັບຮອງເອົາ ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 4.

 

ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 2016 ເຊິ່ງຖືເປັນຂອບການຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດແມ່ນໍ້າຂອງ ກໍຄື ສປປ ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ໄທ; ໂດຍມີຈຸດປະສົງ ເພື່ອຮ່ວມມືກັນພັດທະນາເສດຖະກິດ ແລະ ສັງຄົມ ໂດຍແນໃສ່ຫຼຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາໃນພາກພື້ນນີ້ ເຊິ່ງມີກົນໄກການຮ່ວມມືແຕ່ລະດັບໜ່ວຍງານວິຊາການໃນ 5 ຂົງເຂດບູລິມະສິດ ໄປຈົນເຖິງລະດັບກອງປະຊຸມຜູ້ນໍາຂັ້ນສູງ ເຊິ່ງກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ ແມ່ນຖືກຈັດຂຶ້ນໃນທຸກໆປີ ໂດຍການເປັນປະທານໝູນວຽນຂອງປະເທດແມ່ນໍ້າຂອງ ແລະ ສປ ຈີນ. ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 4 ໃນປີ 2018 ແລະ ຈະສືບຕໍ່ເປັນປະທານກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນປີ 2020.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480341
ມື້ນີ້171
ມື້ວານ157
ອາທິດນີ້739
ເດືອນນີ້6572