ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ນຳສະເໜີໂຄງປະກອບ, ເນື້ອໃນ ແລະ ເຫດຜົນຄວາມຈຳເປັນໃນການສ້າງຮ່າງກົດໝາຍ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII

2018.12.17 slx spha-1

2018.12.17 slx spha-2

ໃນວັນທີ 11 ທັນວາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໄດ້ນຳສະເໜີໂຄງປະກອບ, ເນື້ອໃນ ແລະ ເຫດຜົນຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບດັ່ງກ່າວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII.

ໃນກອງປະຊຸມດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການສ້າງຮ່າງກົດໝາຍສະບັບດັ່ງກ່າວ ເນື່ອງຈາກວ່າໄລຍະຜ່ານມາ ຍັງບໍ່ມີນິຕິກຳໃດທີ່ກຳນົດສະເພາະກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແລະ ສະມາຊິກ ກໍຄືການຄຸ້ມຄອງ ການເຄື່ອນໄຫວວຽກງານການຕ່າງປະເທດ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃຫ້ລວມສູນ ແລະ ເປັນເອກະພາບ.

ກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ ຕ່າງປະເທດ ມີທັງໝົດ 10 ພາກ, 12 ໝວດ ແລະ 65 ມາດຕາ ຊຶ່ງກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການຄຸ້ມຄອງ ແລະ ຕິດຕາມ ກວດກາ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ (ສະຖານເອກອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນ, ສະຖານກົງສຸນໃຫຍ່ ແລະ ສະຖານກົງສຸນ) ກໍຄືສະມາຊິກຂອງສຳນັກງານຜູ້ຕາງໜ້າ. ກົດໝາຍດັ່ງກ່າວ ຈະສາມາດໃຊ້ເປັນບ່ອນອີງ ໃຫ້ສຳນັກງານ​ຜູ້ຕາງໜ້າ ຈັດຕັ້ງ ແລະ ເຄື່ອນໄຫວ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ເຮັດໃຫ້ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສຳນັກງານຜູ້ຕາງໜ້າຈະແຈ້ງ, ຊັດເຈນ ແລະ ຄົບຖ້ວນ; ເຮັດໃຫ້ການປະກອບກົງຈັກ ແລະ ບຸກຄະລາກອນ ຂອງສຳນັກງານຜູ້ຕາງໜ້າ ຖືກຕ້ອງຕາມກົດໝາຍ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ ບົນພື້ນຖານຫຼັກການ ກະທັດຮັດ, ທັນສະໄໝ, ເປີດເຜີຍ, ໂປ່ງໃສ່, ຍຸຕິທຳ ແລະ ສາມາດກວດກາໄດ້.

ນອກຈາກນັ້ນ, ຍັງກຳນົດນະໂຍບາຍຕໍ່ສະມາຊິກຂອງສຳນັກງານຜູ້ຕາງໜ້າ ແລະ ຄອບຄົວ ຈະແຈ້ງຂຶ້ນກວ່າເກົ່າ ໂດຍແທດເໝາະກັບເງື່ອນໄຂການເຮັດວຽກ ແລະ ການດຳລົງຊີວິດຢູ່ຕ່າງປະເທດ ເພື່ອປະຕິບັດແນວທາງ ນະໂຍບາຍການຕ່າງປະເທດຂອງ ພັກ-ລັດ, ປົກປັກຮັກສາອຳນາດອະທິປະໄຕ ແລະ ຜົນປະໂຫຍດຂອງຊາດ ກໍຄື ສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ ແລະ ນິຕິບຸກຄົນລາວ ຢູ່ຕ່າງປະເທດ; ຊ່ວຍຊຸກຍູ້ ແລະ ນຳໃຊ້ ທ່າແຮງຮອບດ້ານຂອງສຳນັກງານຜູ້ຕາງໜ້າໃນການເຄື່ອນໄຫວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ກໍຄືຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຕ່າງປະເທດ.

ສະມາຊິກສະພາແຫ່ງຊາດ ໄດ້ປະກອບເຫັນ ແລະ ມີຄຳຖາມເຈາະຈີ້ມໃສ່ຮ່າງກົດໝາຍດັ່ງກ່າວ ໃນລັກສະນະທີ່ຫຼາກຫຼາຍ ແລະ ກົງໄປກົງມາ ຊຶ່ງລວມທັງໝົດມີ 30 ທ່ານ ແລະ ຫຼາຍກວ່າ 30 ມາດຕາ, ຊຶ່ງສ່ວນໃຫຍ່ແມ່ນການສະເໜີໃຫ້ປັບປຸງວິທີການຂຽນຄຳສັບໃຫ້ກະທັດຮັດ ແລະ ຈະແຈ້ງຂື້ນ, ສັບຊ້ອນບາງເນື້ອໃນຄືນໃໝ່, ເພີ່ມການອະທິບາຍບາງຄຳສັບທີ່ມີລັກສະນະເຕັກນິກ ແລະ ສະເໜີໃຫ້ເພີ່ມສິດ ແລະ ໜ້າທີ່ຂອງສຳນັກງານຜູ້ຕາງໜ້າເຂົ້າຕື່ມ ເພື່ອໃຫ້ກວມເອົາຫຼາຍຂົງເຂດ ແລະ ສອດຄ່ອງກັບຕົວຈິງ ໂດຍສະເພາະສິດ ແລະ ໜ້າທີ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວຢູ່ຕ່າງປະເທດ.

ໃນກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຊີ້ແຈງຕໍ່ບາງບັນຫາທີ່ສະມາຊິກສະພາແຫ່ງຊາດໄດ້ຊັກຖາມ ເປັນຕົ້ນ ກ່ຽວກັບຄວາມ ໝາຍຂອງສຳນັກງານຜູ້ຕາງໜ້າ, ນະໂຍບາຍຂອງລັດຕໍ່ສຳນັກງານຜູ້ຕາງໜ້າ ແລະ ສະມາຊິກ, ສິດ ແລະ ໜ້າທີ່ຂອງສຳນັກງານຜູ້ຕາງໜ້າ.ໃນຕອນທ້າຍຂອງກອງປະຊຸມ ບັນດາຊະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ. ກົດໝາຍສະບັບດັ່ງກ່າວ ໄດ້ຖືກຮັບຮອງເອົາ ດ້ວຍຄະແນນສຽງ 91 ສ່ວນຮ້ອຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546