ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

 

20181219LaosVietnamFMmeeting11 20181219LaosVietnamFMmeeting2

20181219LaosVietnamFMmeeting5 20181219LaosVietnamFMmeeting7

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ຟ້າມ​ ບິ່ງ ​ມິງ, ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ແລະ​ຄະ​ນະ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​  ສ​ປ​ປລາວ ຢ່າງ​ເປັນທາງ​ການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ລັດຖະມົນຕີລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມຄັ້ງທີ 5 ປະຈໍາປີ 2018, ທີ່ ນະຄອນຫຼວງວຽງຈັນ, ແຕ່​ວັນ​ທີ 18-19 ທັນ​ວາ 2018, ເພື່ອເພີ່ມທະວີ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນວັນທີ 19 ທັນວາ 2018, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ພ້ອມກັນເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 5 ປະຈຳປີ 2018, ​ໂດຍມີຄະນະຜູ້ແທນຈາກ​ບັນດາ​ກົມ​ກ່ຽວຂ້ອງຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກແລະລວງກວ້າງ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ,ການຕ່າງປະເທດ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ຕີລາຄາ ແລະ ທົບທວນຄືນຜົນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງປະກອບມີ ການຮ່ວມມືດ້ານການເມືອງ, ການຕ່າງປະເທດ ລະຫວ່າງສອງປະເທດ ເຫັນວ່າ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໂດຍມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກລະດັບ; ການແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາ ແລະ ການສ້າງຄອບຄົວແບບບໍ່ຖືກຕ້ອງຕາມບໍລິເວນຊາຍແດນ ກໍ່ເຫັນວ່າມີຄວາມຄືບໜ້າ ແລະ ຈະສູ້ຊົນເຮັດໃຫ້ວຽກງານດັ່ງກ່າວ ສຳເລັດໃນເດືອນມິຖຸນາ 2019; ສະພາບການຕາມບໍລິເວນຊາຍແດນ ສອງປະເທດ ໂດຍລວມແມ່ນມີສະຖຽນລະພາບ ແລະ ມີຄວາມສະຫງົບ, ປະຊາຊົນຕາມບໍລິເວນຊາຍແດນມີການໄປມາຫາສູ່, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ພ້ອມທັງຈະສືບຕໍ່ຮ່ວມກັນບູລະນະ ແລະ ສ້ອມແປງຫຼັກໝາຍຊາຍແດນ ທີ່ເປ່ເພເສຍຫາຍ, ຈັດກອງປະຊຸມ ທົບທວນຄືນການຈັດຕັ້ງປະຕິບັດວຽກງານທົດລອງ ຮູບແບບການກວດກາຜ່ານດ່ານ ເຂົ້າ-ອອກ ປະຕູດຽວ, ຄັ້ງດຽວ ຊຶ່ງດໍາເນີນມາໄດ້ 3 ປີ ແລ້ວ, ການລົງໄປກຳນົດເຂດອຳນາດສານຢູ່ເທິງຂົວຫ້ວຍສະເອິດ ແດນສະຫວັນ-ລາວບາວ ເນື່ອງຈາກຂົວດັ່ງກ່າວໄດ້ສຳເລັດການກໍ່ສ້າງແລ້ວ ແລະ ເອົາໃຈໃສ່ວຽກງານກວດກາ ສະກັດກັ້ນການກໍ່ສ້າງກິດຈະການຕ່າງໆ ທີ່ລະເມີດລະບຽບການຊາຍແດນ; ການຮ່ວມມືດ້ານເສດຖະກິດ, ສອງຝ່າຍ ຈະສືບຕໍ່ຮ່ວມກັນແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຊຸກຍູ້ ແລະ ອຳນວຍຄວາມສະດວກ ເພື່ອເຮັດໃຫ້ຕົວເລກມູນຄ່າການຄ້າສອງປະເທດ ເພີ່ມຂຶ້ນໃຫ້ສົມຄູ່ກັບການຮ່ວມມືດ້ານການເມືອງທີ່ຢູ່ໃນລະດັບສູງຕະຫຼອດມາ; ການລົງທຶນຂອງຫວຽດນາມ ຢູ່ລາວ, ເຫັນວ່າຫຼາຍໂຄງການການຮ່ວມມື, ລົງທຶນສອງປະເທດ ແມ່ນມີຄວາມຄືບໜ້າ ເຊັ່ນ: ໂຄງການທ່າເຮືອຫວຸ້ງອ່າງ, ໂຄງການຫໍສະພາແຫ່ງຊາດ, ໂຄງການເຂື່ອນຫຼວງພະບາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸ້ງອ່າງ ເປັນຕົ້ນ (ຊຶ່ງຈັດຢູ່ໃນອັນດັບ 3 ຂອງການລົງທຶນຕ່າງປະເທດ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ແກ້ໄຂຄວາມທຸກຍາກໃນ ສປປ ລາວ); ດ້ານການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ, ສອງຝ່າຍ ໄດ້ສະແດງຄວາມເປັນເອກະພາບກັນ ແລະ ຕີລາຄາສູງຕໍ່ກົນໄກການປຶກສາຫາລືດ້ານການເມືອງປະຈຳປີ ລະຫວ່າງ ສອງກະຊວງການຕ່າງປະເທດ ທີ່ເຮັດໃຫ້ມີການໄປມາຫາສູ່ກັນຫຼາຍຂຶ້ນ ແລະ ມີໂອກາດແລກປ່ຽນຄຳຄິດຄຳເຫັນນຳກັນໃນຫຼາຍບັນຫາ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ພ້ອມທັງ ເຫັນດີສືບຕໍ່ໃຫ້ມີການແລກປ່ຽນຊຶ່ງກັນ ແລະ ກັນຫຼາຍຂຶ້ນ ບໍ່ວ່າຈະເປັນຂັ້ນກົມຕໍ່ກົມ ກໍ່ຄືຂັ້ນກະຊວງ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ຫຼາຍແຂວງຂອງລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນເຫດການຄູກັນນໍ້າແຕກ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປຶ,ພ້ອມທັງ ສະແດງຄວາມເຫັນໃຈທີ່ຫຼາຍແຂວງ ຂອງຫວຽດນາມ ກໍ່ປະສົບກັບໄພພິບັດ ພະຍຸລົມແຮງ ແລະ ນໍ້າຖ້ວມເຊັ່ນດຽວກັນ. ພ້ອມກັນນັ້ນ, ສະຫາຍ ລັດຖະມົນຕີສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຈັດກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 30 ຂອງຫວຽດນາມ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວ​​ວຽກງານການຕ່າງປະເທດຂອງຫວຽດນາມ ເຖິງແມ່ນວ່າສະພາບການພາກພື້ນແລະ ສາກົນ ສືບຕໍ່ຜັນແປໄປຢ່າງສັບສົນແລະຍາກທີ່ຈະຄາດຄະເນໄດ້, ພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ສປປ ລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ມາໂດຍຕະຫຼອດ ທັງໄລຍະສັ້ນ ແລະ ໄລຍະຍາວ, ໂດຍສະເພາະການກໍ່ສ້າງບຸກຄະລາກອນກະຊວງການຕ່າງປະເທດ ທັງໃນລະດັບມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ, ການກໍ່ສ້າງພະນັກງານຜູ້ແປພາສາ ລາວ-ອັງກິດ ແລະ ການຈັດຝຶກອົບຮົມຕ່າງໆ, ຊຶ່ງເຫັນວ່າພະນັກງານທີ່ຈົບມາ ແມ່ນມີຄຸນນະພາບສູງ ແລະ ກາຍເປັນພະນັກງານຫຼັກແຫຼ່ງໃຫ້ແກ່ກະຊວງການຕ່າງປະເທດ.

ໃນໂອກາດດຽວກັນ, ສະຫາຍ ຟ້າມ ບິ່ງ ມິງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ສປປ ລາວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າ ໃຫ້ແກ່ ພັກ-ລັດຖະບານ ສສ. ຫວຽດນາມ, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ນີ້ ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງຈິງໃຈ ແລະ ກົງໄປກົງມາໃນທຸກບັນຫາ. ພາຍຫຼັງສຳເລັດກອງປະຊຸມ, ສອງຝ່າຍ ຍັງໄດ້ຈັດພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍ ຈາກລັດຖະບານ ແຫ່ງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າວຽກງານ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017 ທີ່ຜ່ານມາ, ຊຶ່ງລັດຖະບານ ແຫ່ງ ສສ. ຫວຽດນາມ ຕົກລົງເຫັນດີປະດັບຫຼຽນ ໃຫ້ແກ່ຝ່າຍລາວ ຄື: ຫຼຽນໄຊເອກະລາດຊັ້ນ II ຈໍານວນ 1 ທ່ານ, ຫຼຽນໄຊເອກະລາດຊັ້ນ III ຈໍານວນ 3 ທ່ານ, ຫຼຽນໄຊແຮງງານຊັ້ນ I ຈຳນວນ 1 ກົມກອງ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 5 ກົມກອງ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 10 ກົມກອງ ແລະ 9 ທ່ານ, ຫຼຽນໄຊມິດຕະພາບ ຈຳນວນ 8 ທ່ານ, ຫຼຽນກາມິດຕະພາບ ຈຳນວນ 3 ທ່ານ ແລະ ໃບຍ້ອງຍໍລັດຖະບານ ຈຳນວນ 1 ທ່ານ ແລະ ລັດຖະບານ ແຫ່ງ ສປປ ລາວ ຕົກລົງເຫັນດີປະດັບຫຼຽນໃຫ້ແກ່ຝ່າຍ ຫວຽດນາມ ຄື: ຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 1 ທ່ານ, ຫຼຽນໄຊອິດສະຫຼະຊັ້ນ III ຈໍານວນ 2 ທ່ານ, ຫຼຽນແຮງງານ ຊັ້ນ II ຈໍານວນ 1 ກົມກອງ ແລະ 1 ທ່ານ, ຫຼຽນໄຊແຮງງານ ຊັ້ນ III, ຈໍານວນ 4 ກົມກອງ ແລະ 2 ທ່ານ, ຫຼຽນໄຊມິດຕະພາບ ຈໍານວນ 11 ກົມກອງ ແລະ 3 ທ່ານ, ຫຼຽນກາມິດຕະພາບ ຈໍານວນ 4 ທ່ານ ແລະ ໃບຍ້ອງຍໍຂັ້ນລັດຖະບານ ຈໍານວນ 6 ທ່ານ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485818
ມື້ນີ້117
ມື້ວານ206
ອາທິດນີ້854
ເດືອນນີ້5123