ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

 

20181219FMmetLaoLeaders1 20181219FMmetLaoLeaders2 20181219FMmetLaoLeaders3

 

ໃນ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງ​ການແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ​ ບິ່ງ ​ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ​ບິ່ງ ​ມິງ ແລະຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ,ທີ່ ທຳນຽບປະທານປະເທດ, ໃນວັນທີ19ທັນວາ 2018.

ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນແລະ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາສະຫາຍການນຳຫວຽດນາມ, ພ້ອມທັງໄດ້ຕີ​ລາ​ຄາ​ສູງຕໍ່ການ​ເດີນ​ທາງ​ມາຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5, ເຊິ່ງເຫັນວ່າເປັນກົນໄກການຮ່ວມມືທີ່ສໍາຄັນ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກໍຄືຕີລາສະພາບການໃນພາກພື້ນ ແລະ ສາກົນ ຢ່າງທັນການ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ​ນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວມເຊື່ອໝັ້ນວ່າ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ແລະ ຮ່ວມກັບ ສອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສອງຄະນະກຳມະການຮ່ວມມື ເພື່ອເຮັດໃຫ້ກອງປະຊຸມ ສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 41 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕົ້ນປີ 2019 ທີ່ ນະຄອນຫຼວງຮ່າໂນ້ຍ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດດັ່ງກ່າວ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່​ການ​ຊ່ວ​ຍ​ເຫຼືອ​ອັນ​ລ້ຳ​ຄ່າ ແລະທັນ​ການຕະຫຼອດ​ມາ ໂດຍ​ສະ​ເພາະເຫດການໄພພິບັດ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ທີ່ຜ່ານມາ, ເຊິ່ງສະແດງເຖິງຄວາມຮັກແພງສາມັກຄີ, ເປັນຫວ່ງເປັນໃຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະ ຜູ້ຖືກກະທົບຈາກໄພພິບັດທາງທໍາມະຊາດ.

          ໃນໂອກາດດຽວກັນ,ສະຫາຍ ຟ້າມ ​ບິ່ງ ​ມິງ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ,ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດທີ່ມີໜ້າທີ່ໂດຍກົງໃນການຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດການຕົກລົງຂອງການນຳສອງປະເທດທີ່ໄດ້ຕົກລົງຮ່ວມກັນ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ.

          ໃນວັນດຽວກັນ, ສະຫາຍ ຟ້າມ ​ບິ່ງ ​ມິງ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ປານີ ຢ່າທໍຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ສະພາແຫ່ງຊາດ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484216
ມື້ນີ້193
ມື້ວານ147
ອາທິດນີ້654
ເດືອນນີ້3521