ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດພິທີປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ

2018.12.26-som-speech-1

2018.12.26-som-speech-2

    ຕອນເຊົ້າຂອງ ວັນທີ 26 ທັນວາ 2018, ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ ຄື: ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (30/11/196830/11/2018), ວັນສະຖາປະນາ ສປປ ລາວ ຄົບຮອບ 43ປີ (2/12/1975 - 2/12/2018) ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນພົມວິຫານ ຄົບຮອບ 98 ປີ (13/12/1920 - 13/12/ 2018), ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອາດີດກຳມະການກົມການເມືອງ ສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ, ມີຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 ໃນໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ, ໄດ້ເລົ່າປະຫວັດມູນເຊື້ອເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ ໂດຍຍົກໃຫ້ເຫັນວ່າເມືອງວຽງໄຊ ແມ່ນບ່ອນກຳເນີດອົງການແນວລາວຮັກຊາດ ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວທັງຊາດ ດັ່ງໂຄງການການເມືອງຂອງພັກທີ່ໄດ້ກຳນົດວ່າ: ມະຫາສາມັກຄີ ທົ່ວປວງຊົນ, ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຢ່າງກ້ວາງຂວາງ ໂດຍຕັ້ງຢູ່ບົນພື້ນຖານພັນທະພາບກຳມະກອນ-ຊາວນາ,ນຳພາປະຊາຊົນລາວບັນດາເຜົ່າຈັດຕັ້ງປະຕິບັດແຜນແນວທາງ ນະໂຍບາຍຂອງພັກປະຊາຊົນປະຕິວັດລາວ, ເປັນອົງການແນວໂຮມຊຶ່ງປະຕິບັດແນວທາງມະຫາຊົນຂອງພັກ ແລະ ເຕົ້າໂຮມຄວາມສາມັກຄີທຸກກຳລັງທີ່ຮັກຊາດ ເພື່ອສ້າງກຳແຮງສັງລວມຕີເອົາ ຊະນະສັດຕູຢ່າງເຂັ້ມແຂງ, ທັງເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ກໍ່ສ້າງແລະປົກປັກຮັກສາຖານທີ່ໝັ້ນຂອງການປະຕິວັດຕະຫຼອດໄລຍະຜ່ານມາ, ກຳລັງປະກອບອາວຸດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະໄດ້ກາຍເປັນກຳລັງຫຼັກແຫຼ່ງໃນສົງຄາມປະຊາຊົນເພື່ອປົດປ່ອຍຊາດທັງເຂັ້ມແຂງທາງດ້ານປະລິມານແລະຄຸນນະພາບ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ແລະ ຍິ່ງຕີຍິ່ງມີຄວາມເຂັ້ມແຂງ, ມີບົດຮຽນໃນການສູ້ຮົບ, ມີຄວາມເດັດດຽວໜຽວແໜ້ນ ແລະ ພິລະອາດຫານເຮັດໃຫ້ການປະຕິວັດມີຜົນສຳເລັດໃນແຕ່ລະໄລຍະການສູ້ຮົບແລະມາຮອດປີ 1968 ເຂດປົດປ່ອຍໄດ້ຮັບການປົກປັກຮັກສາ ແລະ ເປີດກ້ວາງເຮັດໃຫ້ຕິດລ່ຽນກັນແຕ່ພາກເໜືອລົງຮອດພາກໃຕ້, ພ້ອມທັງໄດ້ຮັບການກໍ່ສ້າງ ແລະ ປັບປຸງປ່ຽນແປງໃນທຸກດ້ານຕາມຂະໜາດເຮັດໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ. ໃນໂອກາດນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍມູນເຊື້ອວັນສ້າງຕັ້ງເມືອງວຽງໄຊ ຖ່ານທີ່ໝັ້ນຂອງການປະຕິວັດລາວໄວ້ໃຫ້ໝັ້ນຄົງຕະຫຼອດໄປ ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານຂອງພວກເຮົາ ຕ້ອງເປັນເຈົ້າການຈັດຕັ້ງຜັນຂະຫຍາຍມູນເຊື້ອແຫ່ງການຊີ້ນຳ-ນຳພາຂອງພັກ, ມູນເຊື້ອຮັກຊາດ, ຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັດດາເຜົ່າ ແລະ ເສີມຂະຫຍາຍມູນເຊື້ອການປະດິດຄິດສ້າງທາງດ້ານສີລະປະວັດທະນະທຳ ເພື່ອຮັບປະກັນໃຫ້ແກ່ການປົກປັກຮັກສາ ສປປ ລາວ ກໍຄື:ເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວໃຫ້ເຂົ້າສູ່ລວງເລີກ ແລະ ກ້ວາງຂວາງຂຶ້ນເລື້ອຍໆ.

   ພ້ອມດຽວກັນນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວວ່າ: ວັນຊາດ ທີ 2 ທັນວາ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ, ເປັນວັນທີ່ມີຄວາມໝາຍສຳຄັນຂອງຊາດລາວເຮົາ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.ນອກກຈາກນີ້, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາ ຂອງປະທານ ໄກສອນ ພົມວິຫານແລະການເຄື່ອນໄຫວປະຕິວັດຂອງເພີ່ນໃນແຕ່ລະໄລຍະ, ໂດຍສະເພາະແມ່ນ ມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນ ຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ແລະ ເປັນຜູ້ນໍາທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວເຮົາ ມີບົດບາດໃນເວທີພາກພື້ນ ແລະ ສາກົນ.ສະນັ້ນ, ພວກເຮົາເປັນສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ສຶກສາຮຽນຮູ້ເອົາວິລະກຳຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດປອດໃສ, ສັດຊື່ບໍລິສຸດ ແລະ ເຈດຈຳນົງແນວທາງຂອງປະທານ ໄກສອນ ພົມວິຫານ ມາໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ເພື່ອເຝິກຝົນຫຼໍ່ຫຼອມໃຫ້ຕົນເອງກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484484
ມື້ນີ້0
ມື້ວານ188
ອາທິດນີ້922
ເດືອນນີ້3789