ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍທະຫານກອງພົນທີ 1

201601162201901161

     ໃນວັນທີ 9 ມັງກອນ 2019 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍທະຫານຢູ່ ກອງພົນທີ 1, ເມືອງວັງວຽງ, ແຂວງວຽງຈັນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພັນເອກ ສາຍໃຈ ກົມມະສິດ, ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພົນທີ 1 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະນັກງານໃນຫຼັກແຫຼ່ງກົມກອງຂຶ້ນກັບ ເຂົ້າຮ່ວມ.
   ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ການເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງຂອງກົມກອງ ໃນໄລຍະຜ່ານມາຈາກ ທ່ານ ພັນເອກ ສາຍໃຈ ກົມມະສິດ, ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພົນທີ 1, ເຊິ່ງເຮັດໃຫ້ຂອບເຂດກົມກອງ ຮັບຜິດຊອບມີຄວາມສະຫງົບ ປັດຈຸບັນກົມກອງພ້ອມສຸມໃສ່ ຂະບວນການດ້ານຕ່າງໆ ເຊັ່ນ: ການເຝິກຊ້ອມສວນສະໜາມກະກຽມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ນອກນີ້, ກໍແມ່ນຂະບວນການປະດັບປະດາສະຖານທີ່ຄ້າຍຄູ, ຂະບວນການກິລາກາຍະກຳ, ສິລະປະວັນນະຄະດີ, ຂະບວນການແກ້ໄຂຊີວິດການເປັນຢູ່ ເຮັດໃຫ້ກົມກອງມີບັນຍາກາດຟົດຟື້ນ.
   ໂອກາດດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະປະຈຸບັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຄຽງຄູ່ກັບການຮັບໃຊ້ສັງຄົມ ກໍ່ຄືຮັບໃຊ້ປະຊາຊົນ ແລະ ໄດ້ເປັນກຽດໂອ້ລົມນາຍ ແລະ ພົນທະຫານ, ຊຶ່ງທ່ານໄດ້ແຈ້ງສະພາບການໃນພາກພື້ນ ແລະ ສາກົນ ພ້ອມກັບສະພາບ ກ່ຽວກັບ ການປັກຫຼັກໝາຍຊາຍແດນກັບ 5 ປະເທດໃກ້ຄຽງ, ໃນນີ້ ຍັງມີ 2 ປະເທດທີ່ຍັງບໍ່ທັນສຳເລັດ, ຊຶ່ງຈະໄດ້ສືບຕໍ່ເຈລະຈາ ເພື່ອປັນຫຼັກໝາຍຊາຍແດນໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ສູ່ນາຍ ແລະ ພົນທະຫານຟັງ.
   ໃນໂອກາດອັນທີ່ມີຄວາມໝາຍສຳຄັນນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ມອບເງິນສົດຈຳນວນໜຶ່ງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງນຳໃຊ້ຫ້ອງການ ເພື່ອເປັນການຊຸກຍູ້ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະໝູນວຽນມາເຖິງອີກວາລະໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485405
ມື້ນີ້106
ມື້ວານ227
ອາທິດນີ້441
ເດືອນນີ້4710